ທີ່ການຕ້ອນຮັບທ່ານລັດຖະມົນຕີ ໂຕເລິມ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາອົງການປະຕິບັດກົດໝາຍຂອງ ສ.ເກົາຫຼີ ແລະ ກະຊວງຕຳຫລວດ ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມມື, ເປັນຕົ້ນແມ່ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳກໍ່ການຮ້າຍ.
ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon (ພາບ: cand.vn) |
ສ່ວນທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນ “ຄູ່ຮ່ວມມືຍຸດທະສາດ” ກັບ ສ.ເກົາຫຼີ ແລະ ປາດຖະໜາວ່າ ສ.ເກົາຫຼີ ຈະສືບຕໍ່ແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ ເພື່ອການພັດທະນາແບບຍືນຍົງ ແລະ ຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນຂອງພາກພື້ນ ແລະ ໂລກ.
ກ່ອນໜ້ານັ້ນ, ທີ່ສຳນັກງານອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ ໄດ້ດຳເນີນການພົບປະເຈລະຈາລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ.









