ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມ WEF ອາຊີຕາເວັນອອກ 2012
31/05/2012 14:42
ດ້ວຍຫົວຂໍ້ວ່າ “ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ກາລະໂອກາດ ແລະ ສິ່ງທ້າທາຍໃນການ ສ້າງອະນາຄົດໃຫ້ແກ່ພາກພື້ນຜ່ານການເຊື່ອມຕໍ່ກັນ ”. WEF ອາຊີຕາເວັນ ອອກປີ 2012 ໄດ້ຖືກໄຂຂຶ້ນຢູ່ ບາງກອກປະເທດໄທ

ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung Vovworld- ດ້ວຍຫົວຂໍ້ວ່າ “ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ກາລະໂອກາດ ແລະ ສິ່ງທ້າທາຍໃນການ ສ້າງອະນາຄົດໃຫ້ແກ່ພາກພື້ນຜ່ານການເຊື່ອມຕໍ່ກັນ ”.ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກປີ 2012 ໄດ້ຖືກໄຂຂຶ້ນຢູ່ ບາງກອກປະເທດໄທ. ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກປີ 2012 ສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ່ຄື: ບົດບາດຂອງບັນດາພື້ນຖານເສດຖະກິດເຕີບໂຕສູງຂອງອາຊຽນ ໃນການສ້າງຄວາມດຸນດຽງກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ ແລະ ພາກພື້ນຄືນໃໝ່; ບົດບາດຂອງບັນດາລັດຖະບານ ແລະ ອົງການຈັດຕັ້ງໃນການນຳສະເໜີ, ຜັນຂະຫຍາຍບັນດານະໂຍບາຍການເງິນຢ່າງມີປະສິດທິຜົນ ແນໃສ່ຄວບຄຸມໄພເງິນເຟີ້, ທຶນໝູນວຽນ, ການເໜັງຕີງຂອງລາຄາສິນຄ້າ ແລະ ການເຕີບໂຕແບບດຸ່ນດ່ຽງ; ການນຳໃຊ້ທ່າໄດ້ປຽບດ້ານປະຊາກອນ ແລະ ເຕັກໂນໂລຢີໃນພາກພື້ນເພື່ອພັດທະນາບັນດາຮູບແບບການເຕີບໂຕໂດຍຜ່ານການປ່ຽນແປງໃໝ່. ໃນບົດປາໄສກ່າວທີ່ ເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນວ່າ ການຮ່ວມມື, ເຊື່ອມຕໍ່ໃນພາກພື້ນພວມແມ່ນໜຶ່ງໃນບັນດາທ່າອຽງເປັນເຈົ້າພາທາງຢູ່ອາຊີຕາເວັນອອກດ້ວຍບົດບາດຕັ້ງໜ້າຂອງຂອງບັນດາປະເທດໃນພາກພື້ນ, ພິເສດແມ່ນບັນດາປະເທດອາຊຽນ. ທ່ານກ່າວວ່າ :
Related





