ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງມອບຂອງຂວັນໃຫ້ກອງທຶນສົ່ງເສີມການຮຽນບັນດາເມືອງທຸກຍາກແຂວງລອງອານ
24/04/2016 08:39
(vovworld)- ໃນວັນທີ 23 ແລະ 24/4, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຈຳນວນເງິນບໍລິຈາກຂອງພະນັກງານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງກ່າວຄຳເຫັນທີ່ພິທີມອບ ຂອງຂວັນ ພາບ:TTXVN (vovworld)- ໃນວັນທີ 23 ແລະ 24/4, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຈຳນວນເງິນບໍລິຈາກຂອງພະນັກງານ, ກຳມະກອນລັດຖະກອນກຸ່ມບໍລິສັດຢາງພາລາ ຫວຽດນາມ ມອບໃຫ້ກອງທຶນສົ່ງເສີມການຮຽນຢູ່ເມືອງ ແທ້ງຮວາ, ດືກເຫ້ວ ແລະ ເກີນຢວກ ແຂວງ ລອງອານ, ທ້ອງຖິ່ນລະ 100 ລ້ານດົງ. ກ່າວຄຳເຫັນທີ່ພິທີມອບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າ ກອງທຶນສົ່ງເສີມການຮຽນ ບໍ່ພຽງແຕ່ແມ່ນວຽກງານສົ່ງເສີມເທົ່ານັ້ນ ຫາກຍັງປະກອບສ່ວນສ້າງກຳລັງຫນູນໃຫ້ວຽກງານສົ່ງເສີມຜູ້ເກັ່ງກ້າສາມາດ, ພົບເຫັນ ແລະ ດູແລຜູ້ມີຄວາມເກັ່ງກ້າສາມາດຂອງປະເທດຊາດ, ນຳມາເຊິ່ງຄວາມຍຸຕິທຳ ແລະ ເງື່ອນໄຂພັດທະນາໃຫ້ເດັກນ້ອຍຫວຽດນາມທຸກຄົນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເອົາໃຈໃສ່ຍູ້ແຮງວຽກງານສົ່ງເສີມການຮຽນກວ່າອີກ, ສ້າງເງື່ອນໄຂໃຫ້ນັກຮຽນ, ເປັນຕົ້ນແມ່ນນັກຮຽນຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກລ້ວນແຕ່ໄດ້ໄປໂຮງຮຽນ.
TAG
vovworld/ເງິນບໍລິຈາກ
Related





