ເດັກນ້ອຍຢູ່ຄ້າຍລີ້ໄພແຫ່ງໜຶ່ງຢູ່Kafr Lusin, ແຂວງIdlib, ຊີຣີ ໃນວັນທີ 21 ກຸມພາ 2020

(ພາບ: AFP/TTXVN)

ທ່ານ Henrietta Fore ຜູ້ອຳນວຍການຝ່າຍບໍລິຫານ UNICEF ເນັ້ນໜັກເຖິງຜົນຮ້າຍຢ້ອນຫຼັງຂອງສົງຄາມທີ່ມີຕໍ່ເດັກນ້ອຍຢູ່ຊີຣີ, ອັນໄດ້ເຮັດໃຫ້ເດັກນ້ອຍຫຼາຍລ້ານຄົນ ຕ້ອງຜ່ານໄວເດັກທີ່ເຕັມໄປດ້ວຍຄວາມຮຸນແຮງ, ລົ້ມຫາຍຕາຍຈາກ ແລະ ລີ້ໄພ. ການປະທະກັນກໍ່ເຮັດໃຫ້ເດັກນ້ອຍຢູ່ປະເທດຊີຣີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ 2.8 ລ້ານຄົນບໍ່ໄດ້ໄປໂຮງຮຽນ.

ຜ່ານການປະກາດນີ້, UNICEF ຢາກສົ່ງສານຮຽກຮ້ອງຢຸດຕິການບຸກໂຈມຕີໃສ່ບັນດາເປົ້າໝາຍຄື ໂຮງຮຽນ ແລະ ໂຮງໝໍ, ແລະ ປົກປ້ອງເດັກນ້ອຍ ເຊິ່ງເປັນກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່