ວັນທີ 25 ກັນຍາ, ຢູ່ຕາແສງ ດົງເຮີຍ, ແຂວງ ກວາງຈິ ໄດ້ຈັດການໂອ້ລົມສົນທະນາສາກົນມີຫົວຂໍ້ວ່າ "ຈາກຄວາມຊົງຈຳໄປສູ່ອະນາຄົດ: ຄຸນຄ່າຂອງສັນຕິພາບ". ເຫດການນອນໃນບັນດາການເຄື່ອນໄຫວຂອງງານບຸນເພື່ອສັນຕິພາບ ປີ 2026 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສັນຕິພາບສາກົນ.
ນີ້ແມ່ນຄັ້ງທີສາມທີ່ສະພາສັນຕິພາບ ແລະ ພັດທະນາ ຫວຽດນາມ ຈັດການໂອ້ລົມສົນທະນາສາກົນຢູ່ແຂວງ ກວາງຈິ. ສານຂອງການໂອ້ລົມສົນທະນາປາດຖະໜາຢາກໃຫ້ທຸກຄົນນຶກຄິດຫຼາຍກວ່າກ່ຽວກັບວິທີທີ່ຄວາມຊົງຈຳສົງຄາມອາດສາມາດກາຍເປັນກຳລັງໜູນເພື່ອສ້າງສັນຕິພາບ, ຄວາມເມດຕາ, ຈິດໃຈປອງດອງ ແລະ ພ້ອມກັນມີສະຕິຄວາມຮັບຜິດຊອບຕໍ່ກັບອະນາຄົດ. ທ່ານ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ, ປະທານສະມາຄົມມິດຕະພາບ ຫວຽດນາມ-ອາເມລິກາ, ໃຫ້ຮູ້ວ່າ:
"ເລື່ອງລາວຂອງຄວາມຄາດຫວັງມີສັນຕິພາບ, ຄວາມປາຖະໜາຢາກນຳເອົາສັນຕິພາບມາສູ່ໂລກ, ພ້ອມກັນຮ່ວມມືເພື່ອການພັດທະນາ ແມ່ນຄວາມຄາດຫວັງລວມຂອງມວນມະນຸດ. ມັນເປັນເລື່ອງລາວເຊິ່ງທົ່ວໂລກໄດ້ຮ່ວມແຮງຮ່ວມໃຈ, ສູ້ຊົນເພື່ອບັນລຸໄດ້ໃນຫຼາຍປີຜ່ານມາ. ຈາກຄວາມເຈັບປວດຂອງສົງຄາມ, ພວກເຮົາເຫັນໄດ້ບັນດາບົດຮຽນ, ປະສົບການເພື່ອເຮັດແນວໃດຈະນຳສັນຕິພາບໃຫ້ປະກົດຜົນເປັນຈິງ ແລະ ຍືນຍົງ".







