ນັບ​ແຕ່​ວັນ​ທີ 01 ເມ​ສາ 2026, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແມ່ນຫົວ​ໜ່ວຍ​ທຸລະການພາກລັດຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ, ນຳ​ພາ​​ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ໂດຍ​ກົງ ແລະ ເປັນ​ປະ​ຈຳ.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ລົງ ແລະ ກະ​ຈາຍ​ຂໍ້​ມູນ​ຂ່າວ​ສານ​ທາງ​ການ​ຂອງ​ພັກ ແລະ ລັດ; ສ່ອງ​ແສ​ງ​ຊີ​ວິດ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ຢ່າ​ງ​ຖືກ​ຕ້ອງ​ຕາມ​ຄວາມ​ເປັນ​ຈິງ; ສວມ​ບົດ​ບາດ​ແກ່ນ​ສານ​ໃນ​ວຽກ​ງານ​ແນວ​ຄິດ, ວັດ​ທະ​ນະ​ທຳ​ໃນ​ຂົງ​ເຂດ​ກະ​ຈ​າຍ​ສຽງ ແລະ ການ​ສື່​ສານ. ພ້ອມ​ດຽວ​ກັນ​ນັ້ນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ (VOV) ກໍມີ​ພາ​ລະ​​ໜ້າ​ທີ່​ຈັດ​ຕັ້ງ​ການສະ​ໜອງ​ການ​ບໍ​ລິ​ການ​ກະ​ຈາຍ​ສຽງ, ຜະ​ລິດ​ຕະ​ພັນ​ເນື້ອ​ຫາ​ດີ​ຈີ​ຕອນ ແລະ ການສື່ສານຫຼາຍ ແພຼດພອມ (Multi-platform media) ລົງ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ ແລະ ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ ຕາມ​ຂໍ້​ກຳ​ນົດ​ຂອງ​ພັກ ແລະ ກົດ​ໝາຍ​ຂອງ​ລັດ; ປະ​ກອບ​ສ່ວນ​ສ້າງ​ພື້ນ​ທີ່​ການ​ສື່​ສານ​ທີ່​ປອດ​ໃສ, ທັນ​ສະ​ໄໝ, ມີ​ວັດ​ທະ​ນະ​ທຳ​ມະ​ນ​ຸດ, ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ປັດ​ຈຸ​ບັນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ມີ 23 ຫົວ​ໜ່ວຍ​ຂຶ້ນ​ກັບ​ຂັ້ນ​ກົມ, ດ້ວຍຫຼາຍ​ຊ່ອງວິ​ທະ​ຍຸ​ສະ​ເພາະດ້ານ (VOV1, VOV2, VOV3, VOV4, VOV5, VOV ການ​ສັນ​ຈອນ​ແຫ່ງ​ຊາດ…); ໜັງ​ສື​ພິມ​ເອ​ເລັກ​ໂຕ​ນິກວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ແລະ ໜັງ​ສື​ພິ​ມ​ເອ​ເລັກ​ໂຕ​ນິກ VTC News; ພ້ອມ​ດ້ວຍ​ຕາ​ໜ່າງ 06 ຫ້ອງ​ການປະຈຳ​ເຂດ​ພາກ​ຢູ່​ພາຍ​ໃນ​ປະ​ເທດ ແລະ 13 ຫ້ອງ​ການປະຈຳຢູ່​ຕ່າງ​ປະ​ເທດ.

ຕິດ​ຕໍ່: ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

ທີ່​ຢູ່: 58 ກວານ​ຊື໊ - ຕາ​ແສງ ເກືອນ​າມ​ - ນະ​ຄອນ ຮ່າ​ໂນ້ຍ.

ໂທ​ລະ​ສັບ: (+84) 2438255694