ນະຄອນ ໂຮ່ຈີມິນ ພັດທະນາຢ່າງແຮງພາຍຫຼັງ 48 ປີແຫ່ງວັນປົດປ່ອຍພາກໃຕ້
28/04/2023 10:14
(VOVWORLD) - ຫວນຄືນມູນເຊື້ອ ບໍ່ພຽງແຕ່ແມ່ນເພື່ອຈາລຶກ, ເຊີດຊູບັນດາຄຸນຄ່າປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຕໍ່ກຳລັງແຮງ ແລະ ຄວາມສະຫງ່າຜ່າເຜີຍທີ່ສັກກະລະບູຊາຂອງໄຊຊະນະລະດູໃບໄມ້ຫຼົ່ນປີ 1975 ໃຫ້ແກ່ລຸ້ນສືບທອດອີກດ້ວຍ. TRANSLATE with x English Arabic Hebrew Polish Bulgarian Hindi Portuguese Catalan

ກ່ອນນີ້ 48 ປີ, ການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນໃນລະດູໃບໄມ້ຫຼົ່ນປີ 1975 ເຊິ່ງຈຸດສູງສຸດແມ່ນບັ້ນຮົບ ໂຮ່ຈີມິນ ຍາດເອົາໄຊຊະນະຢ່າງສົມບູນ. ວັນທີ 30 ເມສາ 1975 ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ຄືດັ່ງຂີດໝາຍທີ່ສະຫງ່າລາສີ, ນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ເວລາ 11 ໂມງ 30 ນາທີ ຂອງວັນທີ 30 ເມສາ 1975, ລົດຖັງຂອງທະຫານປົດປ່ອຍໄດ້ແລ່ນຜ່ານປະຕູເຫຼັກ, ບຸກເຂົ້າທຳນຽບເອກະລາດ, ຕີເອົາທຳນຽບປະທານາທິບໍດີຫຸ່ນ ໄຊງ່ອນ, ສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາ 30 ປີໃນການຕ້ານສັດຕູຕ່າງດ້າວຂອງຊາດ.
Related








