ງານວາງສະແດງສິລະປະເຊີດຊູຄວາມງາມອັນບໍລິສຸດ ຂອງດອກບົວ
31/03/2023 07:26
(VOVWORLD) -ງານວາງສະແດງໄດ້ສົ່ງສານຢ່າງແຮງຂອງຄະນະຈັດຕັ້ງກ່ຽວກັບຄຸນຄ່າວັດທະນະທຳ, ສັນຕິພາບ ແລະ ສິລະປະຂອງ ຫວຽດນາມ ເຖິງເພື່ອມມິດສາກົນ.

ຫວ່າງແລ້ວນີ້, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ສົມທົບກັບສະພາບໍລິຫານງານອົງການພຸດທະສາສະໜາ ຫວຽດນາມ ຈັດງານວາງສະແດງ “ສິລະປະດອກບົວ ຫວຽດນາມ 2023 - ຄວາມງາມອັນບໍລິສຸດ”. ຕາມຄະນະຈັດຕັ້ງແລ້ວ, ຊຸດພາບແຕ້ມກ່ຽວກັບດອກບົວ ລວມມີ 75 ແຜ່ນ, ລວມມູນຄ່າຂຶ້ນເຖິງ 20 ລ້ານ USD ເຊິ່ງນັກແຕ້ມຮູບຍິງ ກິມດຶກ ແຕ້ມ ດ້ວຍຫຼາຍຮູບແບບແຕກຕ່າງກັນ. ນັກແຕ້ມຮູບຍິງ ກິມດຶກ ພ້ອມກັບບັນດາພາບແຕ້ມດອກບົວທີ່ງານວາງສະແດງ.
Related








