ສູນກໍ່ສ້າງຜູ້ມີຄວາມເກັ່ງກ້າສາມາດ ຂັບກວານເຫາະ ໄວເດັກໃນແຂວງບັກນິງ
09/04/2023 11:58
(VOVWORLD) - ເກືອບ 10 ປີມານີ້, ສະໂມສອນຂັບກວານເຫາະໄວເດັກໄດ້ປະກອບສ່ວນແຜ່ກະຈາຍຄວາມຮັກສິລະປະພື້ນເມືອງ ໄປຍັງວົງຄະນະຍາດ ແລະ ປະກອບສ່ວນຮັກສາອະນຸລັກມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ TRANSLATE with x English Arabic Hebrew Polish Bulgarian Hindi Portuguese Catalan

ສະໂມສອນຂັບກວານເຫາະໄວເດັກຢູ່ ຕາແສງຮ່ວານເຊີນ ເມືອງຕຽນຢຸ ແຂວງບັກນິງ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015 ໂດຍນາງ ຫງວຽນທິງວຽນເປັນຫົວໜ້າ ພ້ອມກັບການຊີ້ນຳຂອງບັນດານັກສິລະປິນ. ມາຮອດປັດຈຸບັນ ບັນດາສະມາຊິກໃນສະໂມສອນລ້ວນແຕ່ມີຄວາມສາມາດໄປສະແດງຕໍ່ມວນຊົນໄດ້. ນັບແຕ່ຄາວຍັງນ້ອຍ ນາງ ງວຽນ ໄດ້ມີຄວາມຊົມຊອບບັນດາທຳນອງເພງພື້ນເມືອງ ຂັບກວານເຫາະ ຜ່ານສຽງຂັບລຳທຳເພງຂອງພວກແມ່ປ້າ ເອື້ອຍນ້ອງແມ່ຍິງ ແລະ ເມື່ອເຕີບໃຫຍ່ຂຶ້ນກໍ່ເຂົ້າຮ່ວມສະໂມສອນຂັບກວານເຫາະ ຂອງບ້ານ. ໃນໄລຍະເຄື່ອນໄຫວທາງດ້ານສິລະປະກໍ່ເຫັນວ່າ ມີເດັກນ້ອຍຫຼາຍຄົນໃນບ້ານ ມີຄວາມເມົາມົວກັບສິລະປະຂັບກວານເຫາະ ແຕ່ບໍ່ມີບ່ອນດຳເນີນຊີວິດ, ດັ່ງນັ້ນນາງໄດ້ກ້າຫານສ້າງຕັ້ງສະໂມສອນ ຂັບກວານເຫາະ ໄວເດັກຕາແສງຮວານເຊີນ ເພື່ອຖ່າຍທອດບອກສອນໂດຍບໍ່ເກັບຄ່າໃຫ້ແກ່ພວກເດັກນ້ອຍ. ໃນເບື້ອງຕົ້ນສະໂມສອນມີໄວເດັກ 10 ຄົນ ແລະ ພາຍຫຼັງເຄື່ອນໄຫວເປັນເວລາເກືອບ 10 ປີ ສະໂມສອນກໍ່ໄດ້ດຶງດູດສະມາຊິກໄວ 4 ປີຫາ 17 ປີ ໄດ້ຫຼາຍກ່ວາ 30 ຄົນ. ນາງງວຽນແບ່ງປັນວ່າ ໄລຍະທຳອິດສະໂມສອນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນບໍ່ມີ ຄ່າໃຊ້ຈ່າຍໃນການເຄື່ອນໄຫວ. ຍ້ອນບັນດາສະມາຊິກໃນສະໂມສອນກໍ່ລ້ວນແຕ່ເປັນເດັກນ້ອຍດັ່ງນັ້ນ ການຖ່າຍທອດກໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມຮັກແພງເດັກ ແລະ ຄວາມເມົາມົວຂັບກວານເຫາະ ນາງງວຽນຍາມໃດກໍ່ສຸດຈິດສຸດໃຈ, ບອກສອນຖ່າຍທທອດສິລະປະຂັບກວານເຫາະ ໃຫ້ເດັກ ພວກນ້ອງນ້ອຍໃນສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນ, ເມືອງ ຕຽນຢຸ, ແຂວງບັກນິງ ໃນການດຳເນີນຊີວິດຕອນ1. ນາງ ຫງວຽນທິງວຽນ ໄດ້ປັບເຄື່ອງນຸ່ງຄືນໃຫ້ແກ່ສິລະປິນໄວເດັກກ່ອນທີ່ຈະຂຶ້ນສະແດງຢູ່ໂຮງຮຽນ . ເຊີນຄ້ຽວໝາກແມ່ນການເຄື່ອນໄຫວທີ່ຂາດບໍ່ໄດ້ໃນການດຳເນີນຊີວິດວັດທະນະທຳ ຂັບກວານເຫາະ. ສະໂມສອນເຄີຍດຳລົງຊີວິດເປັນສອງຕອນຄືໃນຕອນບ່າຍວັນ ພຸດ ແລະ ວັນທິດ ຫຼືວັນເສົາ ວັນທິດ. ໃນບັນດາການດຳເນີນຊີວິດ, ພວກເດັກກໍ່ໄດ້ນຸ່ງຊຸດປະເພນີ ຮັບຟັງຄຳສອນຂອງເອື້ອຍຄູ. ນ້ອງສາວຫງວຽນບິກງອກສັງກັດ ສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນໃຫ້ຮູ້ວ່າ ນ້ອງສາມາດສະແດງຂັບກວານເຫາະ ໄດ້ນັບສິບທຳນອງ. ການເຂົ້າຮ່ວມສະໂມສອນບໍ່ພຽງແຕ່ຊ່ວຍນ້ອງ ເພີ່ມຄວາມຮູ້ທາງດ້ານວັດທະນະທຳຂັບກວານເຫາະ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ນ້ອງມີໂອກາດໄດ້ພົບປະແລກປ່ຽນກ່ຽວກັບຄວາມຮູ້ດ້ານສິລະປະ ກໍ່ຄືທັກສະການດຳລົງຊີວິດອີກດ້ວຍ ນ້ອງສາວຫງວຽນຮຽນຮ່ວາ ຢູ່ບ້ານດ້າຍເຊີນໃຫ້ຮູ້ວ່າ ນ້ອງກໍ່ໄດ້ຮັບການສັ່ງສອນຈາກຫົວໜ້າສະໂມສອນ ແລະບັນດານັກສິລະປິນຂັບກວານເຫາະ ບັກນິງ. ນອກຈາກຮຽນຂັບຮ້ອງໃນສະໂມສອນແລ້ວ, ເວລາກັບເມື່ອເຮືອນນ້ອງກໍ່ຍັງໄດ້ຝືກແອບຕາມລາຍການສອນຂັບກວານເຫາະທາງໂທລະພາບອີກດ້ວຍ ຢູ່ງານບຸນລິມ ສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນ ໄດ້ດຶງດູດ ແຂກທ່ອງທ່ຽວ ກໍ່ຄືຊາວທ້ອງຖິ່ນ ມາຮັບຊົມລາຍການສະແດງຂັບກວານເຫາະ, ອັນໄດ້ເຮັດໃຫ້ແຂກທັງຫຼາຍມີຄວາມຫຼົງໄຫຼ. ພ້ອມກັບການພັດທະນາຂອງສັງຄົມ ແລະ ການປະກົດຕົວຂອງຫຼາຍປະເພດດົນຕີທີ່ແຕກຕ່າງກັນ, ໄວໜຸ່ມເຄີຍບໍ່ໃສ່ໃຈຕໍ່ບັນດາປະເພດຂັບລຳທຳເພງພື້ນເມືອງ, ເລື່ອງສະໂມສອນຂັບກວານເຫາະໄວເດັກໄດ້ ຮັບການສ້າງຕັ້ງຂຶ້ນ ແລະ ນັບມື້ນັບຂະຫຍາຍຕົວ ແມ່ນໜຶ່ງໃນບັນດາຮູບແບບ ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການລໍ່ລ້ຽງຄວາມຮັກຕໍ່ເພງພື້ນເມືອງໃນໝູ່ໄວໜຸ່ມ ພ້ອມກັນນັ້ນ ກໍ່ເປັນການຢັ້ງຢືນທິດກ້າວເດີນຢ່າງຖືກຕ້ອງໃນວຽກງານອະນຸລັກ ແລະ ແຜ່ກະຈາຍສີລະປະຂັບກວານເຫາະ ໃນວົງຄະນະຍາດ. TRANSLATE with Exit Translation x English Arabic Hebrew Polish Bulgarian Hindi Portuguese Catalan Hmong Daw Romanian Chinese Simplified Hungarian Russian Chinese Traditional Indonesian Slovak Czech Italian Slovenian Danish Japanese Spanish Dutch Klingon Swedish English Korean Thai Estonian Latvian Turkish Finnish Lithuanian Ukrainian French Malay Urdu German Maltese Vietnamese Greek Norwegian Welsh Haitian Creole Persian Help Get this widget for your own site Share translated page with friends TRANSLATE with COPY THE URL BELOW Email this translation Back To Translation Back EMBED THE SNIPPET BELOW IN YOUR SITE Copy this code and place it into your HTML. Enable collaborative features and customize widget: Bing Webmaster Portal Back To Translation Back
TAG
VOV/VOVworld/
Related








