VOV WorldVOV World
ຮູບຝາຜະໜັງທີ່ມີຊີວິດຊີວາຢູ່ ບ້ານເຍິນລີ ນະຄອນກີເຍິນ, ແຂວງບິ່ງດິ້ງ
04/06/2023 12:42
(VOVWORLD) - ໝູ່ບ້ານຊາວປະມົງເຍິນລີທີ່ນະຄອນກີເຍິນ ແຂວງບິ່ງດິ້ງ ມີຄວາມສະຫງົບສຸກ ແລະ ງຽບສະງັດທີ່ມີມາແຕ່ດົນນານ ໄດ້ກາຍເປັນບ້ານທີ່ງົດງາມຫຼາຍຂຶ້ນ ຂະນະທີ່ຢູ່ຕາມຫົນທາງສາຍຕ່າງໆຖືກເຮັດດ້ວຍຮູບຝາຜະໜັງ.
ຮູບຝາຜະໜັງທີ່ມີຊີວິດຊີວາຢູ່ ບ້ານເຍິນລີ ນະຄອນກີເຍິນ, ແຂວງບິ່ງດິ້ງ
ໝູ່ບ້ານບູຮານ ເຍິນລີຂຶ້ນກັບນະຄອນກີເຍິນ ມີເນື້ອທີ່ ປະມານ 1,4 ແຮກຕາ. ໝູ່ບ້ານເຍິນລີຫຼືເອີ້ນວ່າ ຕາແສງເຍິນລີ ເຊິ່ງແມ່ນຕາແສງຂຶ້ນກັບແຫຼມເຝືອງມາຍ ຫ່າງຈາກໃຈກາງນະຄອນກີເຍິນປະມານ 20 ກ່ວາກີໂລແມັດ ຮູບຝາຜະໜັງ ໃນບ້ານ ຊາວປະມົງຖືກແຕ້ມທີ່ສວຍງາມ,ຫຼາກຫຼາຍສີສັນເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນເຂດແຄມທະເລ ຮູບຝາຜະໜັງຖືກແຕ້ມຢູ່ຕາມຖະໜົນຫົນທາງສາຍຕ່າງໆ. ພາບ: Vietnamnet ດ້ວຍສີມືອັນຄ່ອງແຄ້ວຂອງບັນດາຈິດຕະກອນຢູ່ທ້ອງຖິ່ນ ພ້ອມທັງໄດ້ຮັບການໜູຊ່ວຍຈາກວິສາຫະກິດ, ເຮືອນເກົ່າຫຼາຍກ່ວາ 100 ຫຼັງໄດ້ຖືກປະດັບປະດາໃຫ້ສວຍງາມເພີ່ມຄວາມດູດດື່ມຫຼາຍຂຶ້ນ ບັນດາຮູບຝາຜະໜັງທີ່ມີຊີວິດຊີວາໄດ້ເຮັດໃຫ້ທັດສະນີຍະພາບຢູ່ໝູ່ບ້ານ ຊາວປະມົງປ່ຽນແປງໄປ, ບໍ່ຖືກ ຊຸມປຽບ ແລະ ເປື້ອນເປີ້ຄືເມື່ອກ່ອນນີ້. ພາບ: baogiaothong.vn ພາບ: baogiaothong.vn ບັນດາຮູບຝາຜະໜັງຍັງສະແດງໃຫ້ເຫັນສານປົກປັກຮັກສາສິ່ງແວດລ້ອມ ແນໃສ່ຍົກສູງສະຕິຂອງຊາວທ້ອງຖິ່ນກໍ່ຄືແຂກທ່ອງທ່ຽວ ສີລະປະຂັບປາຍຈອຍພື້ນເມືອງຖືກສະແດງອອກຜ່ານ ຮູບຝາຜະໜັງ ເສັ້ນທາງດ້ວຍຮູບຝາຜະໜັງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ,ຖ່າຍຮູບເປັນຈຳນວນຫຼວງຫຼາຍ ບັນດາຮູບຝາຜະໜັງທີ່ຫຼາກຫຼາຍສີສັນຈະດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ໝູ່ບ້ານຊາວປະມົງນີ້ ນັບມື້ນັບຫຼາຍຂຶ້ນ ໃນໄລຍະທີ່ຈະມາເຖິງຕາແສງເຍິນລີ ຈະສືບຕໍ່ສ້າງເສັ້ນທາງດ້ວຍຮູບຝາຜະໜັງອື່ນໆອີກຫຼາຍສາຍ.
TAG
VOV/VOVworld/