VOV WorldVOV World
​ແນະ​ນຳ​ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ
05/10/2017 09:24
(VOVWORLD) - ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຈາກທ່ານ ພອນສະຫວັນ, ວັນທາ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານຜູ້ຟັງ.
​ແນະ​ນຳ​ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ
 ພາບປະກອບ ໃນອາທິດ, ເພື່ອນ ພອນສະຫວັນ, ຢູ່ແຂວງ ຫົວພັນໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີໝູ່ຫຼາຍຄົນພວມຮ່ຳຮຽນຢູ່ ຫວຽດນາມ, ໃນນັ້ນ ຈຳນວນໜຶ່ງແມ່ນຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ ຮ່າໂນ້ຍ. ຫວ່າງແລ້ວນີ້, ມີໝູ່ຄົນໜຶ່ງໄດ້ເອົາຮູບລົງ facebook, ບັນດາຮູບຖ່າຍເຫຼົ່ານັ້ນ ໄດ້ຖ່າຍຢູ່ຕາມເສັ້ນທາງເຄື່ອງປັ້ນດິນເຜົາ ຢູ່ຮ່າໂນ້ຍ. ຮູບຖ່າຍແຕ່ລະແຜ່ນ ແມ່ນແຕກຕ່າງກັນ ແຕ່ໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ຂ້າພະເຈົ້າ. ເມື່ອຂ້າພະເຈົ້າຖາມ, ໝູ່ກໍ່ຕອບວ່າ ນີ້ແມ່ນເສັ້ນທາງໄດ້ປະດັບປະດາລວດລາຍດ້ວຍເຄື່ອງປັ້ນດິນເຜົາຍາວທີ່ສຸດ ແລະ ໄດ້ສ້າງສະຖິຕິ Guiness ໂລກ. ຫວັງວ່າ, ບັນນາທິການ ຂອງພາກພາສາລາວ ຈະສະໜອງຂໍ້ມູນຂ່າວສານກ່ຽວກັບເສັ້ນທາງທີ່ປະທັບໃຈນີ້ໃຫ້ຂ້າພະເຈົ້າຮູ້ຕື່ມອີກແດ່. ຂໍຂອບໃຈ.”         ເພື່ອນ ພອນສະຫວັນທີ່ຮັກແພງ, ໂຄງການ “ເສັ້ນທາງເຄື່ອງປັ້ນດິນເຜົາ” ແມ່ນເລີ່ມມາຈາກແນວຄວາມຄິດຂອງນັກຂ່າວ - ນັກວິຈິດສິນ ຫງວຽນທູຖູຍ. ດ້ວຍເປົ້າໝາຍຢາກສ້າງຄວາມສວຍງາມໃຫ້ເຂດສາທາລະນະ ດ້ວຍເຄື່ອງປັ້ນດິນເຜົາ ຜ່ານວິຖີຊີວິດການສະແດງຂອງບັນດານັກສິລະປິນຍຸກປະຈຸບັນ. ໂຄງການເລີ່ມໄດ້ຮັບການປະຕິບັດແຕ່ປີ 2007, ດ້ວຍລວງຍາວທັງໝົດເກືອບ 4 ກມ, ເນື້ອທີ່ເກືອບ 7.000 ຕາແມັດ. ເສັ້ນທາງນີ້ແມ່ນເລີ່ມແຕ່ຖະໜົນ ອານເຢືອງ ຮອດຖະໜົນ ອຽນຟູ້. ລາຍຈ່າຍສ່ວນຫຼາຍຂອງກິດຈະກຳນີ້ລ້ວນແຕ່ອີງໃສ່ວົງຄະນະຍາດ, ແຫຼ່ງເງິນອຸປະຖຳຂອງສັງຄົມ ແລະ ນັບທັງແຫຼ່ງທຶນຂອງຄອບຄົວ ນັກຂ່າວ - ນັກວິຈິດສິນ ຫງວຽນທູຖູຍ. ໃນເວລາປະຕິບັດໂຄງການເປັນເວລາ 4 ປີນີ້,  “ເສັ້ນທາງເຄື່ອງປັ້ນດິນເຜົາ” ໄດ້ດຶງດູດການເຂົ້າຮ່ວມຂອງນັກແຕ້ມ 20 ຄົນພາຍໃນປະເທດ ແລະ 15 ຄົນຈາກຕ່າງປະເທດຄື: ແດນມາກ, ຝຣັ່ງ, ໂຮນລັງ, ແອັດສະປາຍ, ອີຕາລີ, ອັງກິດ, ອາເມລິກາ, ອາກຊັງຕິນ… ນອກຈາກນັ້ນ, ຍັງມີນັກສິລະປະການ, ນາຍຊ່າງຫັດຖະກຳຂອງບັນດາໝູ່ບ້ານອາຊີບຢູ່ພາຍໃນປະເທດກ່ວາ 100 ຄົນ ແລະ ປະຊາຊົນ, ນັກສຶກສາ, ເຍົາວະຊົນກ່ວາ 500 ຄົນ… ພ້ອມກັນເຂົ້າຮ່ວມປະຕິບັດໂຄງການ. ອົງການສະຖິຕິ Guiness ໂລກ ໄດ້ມອບໃບຢັ້ງຢືນ ກຳແພງປະດັບປະດາດ້ວຍເຄື່ອງປັ້ນດິນເຜົາໃຫຍ່ທີ່ສຸດໃຫ້ແກ່ກິດຈະກຳນີ້.
TAG
VOV/VOVworld/ເຄື່ອງ​ປັ້ນ​ດິນ​ເຜົາ