ແນະນຳກ່ຽວກັບການຜັນຂະຫຍາຍການໄປຕະຫຼາດດ້ວຍລະຫັດ QR – Code ເພື່ອຕ້ານໂລກລະບາດໂຄວິດ - 19 ຢູ່ ນະຄອນ ດ່າໜັງ.
03/06/2021 06:29
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳວັດພະຫັດ ອີກຕາມເຄີຍ. ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 380 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍ 13 ສະບັບ. ຜູ້ຟັງສ່ວນຫຼາຍສົ່ງຄຳອວຍພອນຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ຫວຽດນາມ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ນອກນັ້ນ, ຍັງຕັ້ງຄຳຖາມທີ່ກ່ຽວຂ້ອງເຖິງມາດຕະການ ກໍຄືການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນໄລຍະເກີດໂລກລະບາດ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດ

ດັ່ງທີ່ທຸກທ່ານໄດ້ຮູ້ແລ້ວວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ຖືກດຳເນີນໃນສະພາບການທີ່ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບທີ 4 ດ້ວຍການຜັນແປທີ່ສັບສົນຫຼາຍຢ່າງ, ເຖິງຢ່າງໃດກໍຕາມ, ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ, ມີຄວາມປອດໄພ, ຖືກຕ້ອງຕາມກົດໝາຍ ດ້ວຍຈຳນວນ 99,57% ຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການປ່ອນບັດ. ໃນອາທິດຜ່ານມາ, ທ່ານຜູ້ຟັງຈາກຫຼາຍປະເທດໄດ້ສົ່ງຈົດໝາຍມາຍັງ VOV5 ໃນນັ້ນ ມີທ່ານ ຄຳພັນ, ທ່ານ ຈະເລີນສຸກ - ຜູ້ຟັງລາຍການພາກພາສາ ລາວ ພ້ອມດ້ວຍທ່ານຜູ້ຟັງຈຳນວນໜຶ່ງທີ່ມາຈາກ ກຳປູເຈຍ, ອິນເດຍ, ຈີນ, ແອັດສະປາຍ ໄດ້ເພື່ອສະແດງຄວາມປະທັບໃຈ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງການເລືອກຕັ້ງດັ່ງກ່າວ.
TAG
VOV/VOVworld/ຕະຫຼາດ/ປ້ອງກັນ/ສະກັດກັ້ນໂລກລະບາດ/ດ່າໜັງ/ບັດ QR - Code
Related








