ແນະນຳກ່ຽວກັບວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 - 2026.
13/05/2021 12:14
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ໃນມື້ວັນພະຫັດຂອງທຸກໆອາທິດອີກຕາມເຄີຍ. ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ ແລະ ອີເມວ 396 ສະບັບ ຈາກທ່ານຜູ້ຟັງຢູ່ 37 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 13 ສະບັບ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ແລະ ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 - 2026. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້

ໂດຍແບ່ງເບົາຄວາມຫຍຸ້ງຍາກກັບເພື່ອນ ລາວ ໃນການຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ທີ່ຫາກໍ່ແຜ່ລະບາດຮອບໃໝ່, ມີຫຼາຍອົງການ, ຄະນະຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກໍຄືອົງການຕາງໜ້າ, ວິສາຫະກິດ ຫວຽດນາມ ຢູ່ ລາວ ໄດ້ມອບວັດຖຸອຸປະກອນການແພດ, ເງິນສົດຊ່ວຍເຫຼືອ ເພື່ອພ້ອມກັບລາວ ຮັບມືກັບໂລກລະບາດ. ພິເສດ, ເຫດການ ທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈົດສົ່ງຖ້ຽວບິນພິເສດນຳເອົາວັດຖຸ, ອຸປະກອນການແພດຈຳນວນໜຶ່ງ, ຈຳນວນເງິນ 500.000 USD ແລະ ສົ່ງນັກຊ່ຽວຊານໄປຊ່ວຍເຫຼືອ ລາວ ນັ້ນ ແມ່ນໄດ້ຮັບຄວາມສົນໃຈຈາກປະຊາຊົນທັງສອງປະເທດ. ການເຄື່ອນໄຫວນີ້ໄດ້ລົງພິມໃນພາຫະນະສື່ມວນຊົນ ກໍຄືໃນສື່ສັງຄົມອອນລາຍຢ່າງຫຼວງຫຼາຍຕໍ່ການກະທຳທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ໄມຕີຈິດມິດຕະພາບນີ້ ແລະ ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍມາຍັງລາຍການຂອງພວກເຮົາ ເພື່ອສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍ. ໃນນັ້ນ, ທ່ານຜູ້ຟັງ ວຽງຄຳ ທຳມະວົງ ໄດ້ຂຽນມາວ່າ: “ ຂໍ ຂອບ ໃຈ ນຳ ລັດ ຖະ ບານ ຫວຽດ ນາມ ທີ່ ຍາມ ໃດ ກໍ່ ຄຽງ ບ່າ ຄຽງ ໄຫຼ່ ຄອຍ ຊ່ວຍ ເຫຼືອ ປະ ຊາ ຊົນ ລາວ ມາ ໂດຍ ຕະຫຼອດ ບໍ່ສະເພາະໄລຍະປັດຈຸບັນເທົ່ານັ້ນ ຫາກນັບແຕ່ຊ່ວງເວລາທຳອິດເກີດໂລກລະບາດອີກດ້ວຍ. ປະ ຊາ ຊົນ ລາວ ພວກ ຂ້າ ພະ ເຈົ້າ ມີຄວາມ ຊາບ ຊື້ງ ຕໍ່ ການ ຊ່ວຍ ເຫຼືອ ໃນ ຄັ້ງ ນີ້ເປັນ ຢ່າງ ຍິ່ງ ”. ທ່ານ ມີໄຊ - ຜູ້ຟັງຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: “ ໃນ ເມື່ອ ໂລກ ລະ ບາດ ໂຄວິດ - 19 ຍັງ ສືບ ຕໍ່ ມີ ການ ຜັ ນ ແປ ຢ່າງ ສັບ ສົນ ແລະ ການ ເລືອກ ຕັ້ງ ສະ ມາ ຊິກ ສະ ພາ ແຫ່ງ ຊາດ ຊຸດ ທີ XV ແລະ ສະ ມາ ຊິກ ສະ ພາ ປະ ຊາ ຊົນ ທຸກ ຂັ້ນ ອາ ຍຸ ການ 2021 – 2026 ຂອງ ຫວຽດ ນາມ ກໍ ໃກ້ ຈະ ມາ ຮອດ ແລ້ວ . ຂ້າພະເຈົ້າບໍ່ຮູ້ວ່າ ກໍ ລະ ນີ ຜູ້ ມີ ສິດ ເລືອກ ຕັ້ງ ທີ່ ພວມ ປະ ຕິ ບັດ ການ ແຍກ ຕົວ ຈະ ເຂົ້າ ຮ່ວມ ການ ເລືອກ ຕັ້ງ ຄື ແນວ ໃດ ?” ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈະດຳເນີນໃນວັນທີ 23 ພຶດສະພາ 2021 ແຕ່ໃນສະພາບການໂລກລະບາດໂຄວິດ - 19, ວັນທີ 10 ພຶດສະພາ ຜ່ານມາ, ໃນກອງປະຊຸມຄະນະປະຈຳລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງ ເປັນເຈົ້າການສ້າງແຜນການທີ່ເໝາະສົມ ເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ໂລກລະບາດຍັງແຜ່ລະບາດ. ສຳລັບຜູ້ມີສິດເລືອກຕັ້ງທີ່ຮອດມື້ເລືອກຕັ້ງແລ້ວ ແຕ່ຍັງຢູ່ໃນໄລຍະປະຕິບັດການແຍກຕົວລວມໝູ່ນັ້ນ, ຊ້າສຸດແມ່ນກ່ອນເວລາດຳເນີນການປ່ອນບັດ 24 ຊົ່ວໂມງ, ຜູ້ຮັບຜິດຊອບຮາກຖານແຍກຕົວ ຕ້ອງມີຄວາມຮັບຜິດຊອບໃນການຮຽບຮຽງບັນຊີລາຍຊື່ ແລະ ແຈ້ງໃຫ້ຄະນະກໍາມະການປະຊາຊົນຕາແສງ, ບ່ອນທີ່ມີຮາກຖານແຍກຕົວລວມໝູ່ນັ້ນ ເພື່ອເພີ່ມໃສ່ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ. ຮອດມື້ເລືອກຕັ້ງ, ໜ່ວຍເລືອກຕັ້ງ ຈະຈັດສົ່ງພະນັກງານຖືຫີບບັດລົງຄະແນນສຽງເລືອກຕັ້ງສຳຮອງ ແລະ ບັດເລືອກຕັ້ງລົງໄປຮາກຖານແຍກຕົວລວມໝູ່ ຫຼື ບ່ອນພັກອາໄສຂອງຜູ້ມີສິດເລືອກຕັ້ງພວມປະຕິບັດການແຍກຕົວຢູ່ກັບເຮືອນ, ສະຖານທີ່ສະດວກອື່ນໆ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບບັດເລືອກຕັ້ງ ແລະ ປະຕິບັດສິດປ່ອນບັດ. ແລະ ຕໍ່ ໄປ ນີ້ ແມ່ນ ເນື້ອ ໃນ ຈົດ ໝາຍ ຂອງເພື່ອນ ດາ ລາ ວັນ . ເພື່ອນໄດ້ ແບ່ງ ປັນ ວ່າ ເພື່ອນ ມີ ຄວາມ ສົນໃຈ ເຖິງ ບັນ ດາ ບັນ ຫາ ປົກ ປັກ ຮັກ ສ ິ່ງ ແວດ ລ້ອມ ແລະ ບັນ ດາ ມາດ ຕະ ການ ຕ້ານ ການ ປ່ຽນ ແປງ ຂອງ ດິນ ຟ້າ ອາກ າດ . ດາ ລາ ວັນ ກໍ ເຄີຍ ຮູ້ ຈັກ ເຖິງ ຮູບ ແບບ ໝ ູ່ ບ້ານເທິງ ໜ້າ ນ້ຳ Maru Ichi ຂອງ ນັກ ສະ ຖາ ປະ ນິກຫວຽດນາມ 3 ຄົນ ທີ່ ໄດ້ຮັບ ລາງວັນ Startup ປະ ດິດ ຄິດ ສ້າງ ແລະ ຢາກ ມີ ຄວາມ ເຂົ້າ ໃຈ ຕື່ມ ອີກ ກ່ຽວ ກັບ ຮູບ ແບບ ດັ່ງ ກ່າວ .
TAG
VOV/VOVworld/ໂຄງການ Maru Ichi/ເລືອກຕັ້ງ/ສະມາຊິກສະພາແຫ່ງຊາດ/ສະມາຊິກສະພາປະຊາຊົນ
Related








