VOV WorldVOV World
ແນະ​ນຳ​ວັດ​ບາ​ວ່າງ, ແຂວງ ກວາງ​ນີງ
26/10/2017 09:18
(VOVWORLD) - ໃນອາທິດ, ພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 208 ສະບັບຈາກ 38 ປະເທດ ແລະ ເຂດແຄ້ວນໃນໂລກ. ໃນນັ້ນ, ພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 4 ສະບັບ. ເພື່ອນລາວ ມີຄວາມເອົາໃຈໃສ່ເຖິງທັດສະນີຍະພາບຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ.
ແນະ​ນຳ​ວັດ​ບາ​ວ່າງ, ແຂວງ ກວາງ​ນີງ
    ໃນອາທິດ, ເພື່ອນ ແສງອາລຸນ ໄດ້ສົ່ງຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້ານິຍົມບັນດາພາບສາລະຄະດີຂອງພວກເພື່ອນຫຼາຍ. ພິເສດແມ່ນບັນດາລາຍການພາບສາລະຄະດີກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ ຍ້ອນປະເທດຂອງພວກຂ້າພະເຈົ້າບໍ່ມີທະເລ. ເວລາຜ່ານມາ, ຂ້າພະເຈົ້າໄດ້ຊົມພາບສາລະຄະດີ ກ່ຽວກັບການດຳລົງຊີວິດຂອງປະຊາຊົນ, ຊາວປະມົງຢູ່ທາງທິດຕາເວັນຕົກພາກໃຕ້. ບັນດາຮູບຖ່າຍກ່ຽວກັບທະເລກ້ວາງໃຫຍ່ໄພສານ, ກ່ຳປັ່ນໄປຫາປາ, ແມ່ຍິງ, ເດັກນ້ອຍດຳລົງຊີວິດ, ເຮັດວຽກ, ຫາເງິນລ້ຽງຊີບ, ບັນດາການເຄື່ອນໄຫວປະຈຳວັນ, ລຽບງ່າຍນັ້ນ ໄດ້ສ້າງເປັນພາບສີສັນຫຼາກຫຼາຍ ກ່ຽວກັບການດຳລົງຊີວິດລ້ຽບງ່າຍຂອງປະຊາຊົນຢູ່ແຫ່ງນີ້. ທະເລໄດ້ນຳມາໃຫ້ເຂົາເຈົ້າຊັບສິນ, ເງິນລ້ຽງຊີບ ແຕ່ບາງຄັ້ງບາງຄາວ, ທະເລກໍ່ໄດ້ຢຶດເອົາຊີວິດ ແລະ ຊັບສິນຂອງເຂົາເຈົ້າ. ເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກຄືແນວໃດກໍ່ຕາມ ແຕ່ເຂົາເຈົ້າຍັງຄົງມີຄວາມຮັກອັນໃຫຍ່ຫຼວງຕໍ່ທະເລ… ຍາມໃດ ຂ້າພະເຈົ້າ ກໍ່ລໍຄອຍບັນດາພາບສາລະຄະດີຂອງພວກເພື່ອນ, ພິເສດແມ່ນບັນດາພາບສາລະຄະດີ ກ່ຽວກັບຊີວິດການເປັນຢູ່ລຽບງ່າຍຂອງປະຊາຊົນ ຫວຽດນາມ ຢູ່ທຸກໆແຖບຖິ່ນຂອງປະເທດຊາດ.”         ຂອບໃຈເພື່ອນ ແສງອາລຸນ ຫຼາຍ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຍ້ອນວ່າເພື່ອນໄດ້ນິຍົມພາບສາລະຄະດີ ແລະ ຝາກຈົດໝາຍປະກອບຄຳເຫັນໃຫ້ພວກຂ້າພະເຈົ້າ. ຫວັງວ່າ, ເພື່ອນຈະແນະນຳຄໍລຳພາບສາລະຄະດີເວົ້າສະເພາະ ແລະ ພາກພາສາລາວເວົ້າລວມເຖິງເພື່ອນມິດຂອງຕົນຫຼາຍກ່ວາ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕໍ່ການດຳລົງຊີວິດ ກໍ່ຄືບັນດາທັດສະນີຍະພາບຂອງ ຫວຽດນາມ.
TAG
VOV/VOVworld/ວັດ ບາ​ວ່າງ/ບູລະນະປະຕິສັງຂອນ