VOV WorldVOV World
​ແນະ​ນຳ​ວັດ ທຽນ​ມຸ້ ຢູ່ ເຫ້ວ
03/08/2017 07:27
(VOVWORLD) - ອາທິດຜ່ານມາ, ພາກພາສາຕ່າງປະເທດແຫ່ງຊາດ, VOV ໄດ້ຮັບອີແມວ, ຈົດໝາຍເກືອບ 200 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ, ເຂດແຄ້ວນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບອີແມວ, ຈົດໝາຍ 8 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງທັງຢູ່ລາວ ແລະ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານຝາກເຖິງລາຍການ.
​ແນະ​ນຳ​ວັດ ທຽນ​ມຸ້ ຢູ່ ເຫ້ວ
ໃນອາທິດ, ຜູ້ອ່ານຄົນໜຶ່ງທີ່ສົ່ງຈາກທີ່ຢູ່ອີແມວ: vmstk720@gmail.com  ໄດ້ຂຽນວ່າ: “ຊົ ມເຊີຍ!ພາກພາສາລາວພິເສດການຂຽນຂ່າວ, ບົດເພື່ອໃຫ້ຜູ້ອ່ານແມ່ນດີຫຼາຍ ການໃຊ້ທຸກປະໂຫຍກ ແລະ ການສະກົດຄຳຖືກຕ້ອງ, ຂ້ອຍອ່ານແລ້ວຮູ້ສຶກດີ ແລະ ເປັນໜ້າຕິດຕາມ .         ສ່ວນໃນຂໍ້ຄວາມສົ່ງເຖິງ Inbox facebook ຂອງລາຍການ, ເພື່ອນ ເຈີ່ນງອກເບົ໋າ ໄດ້ຂຽນວ່າ:     “ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີຂອງພວກເພື່ອນເປັນປະຈຳ, ບັນດາຄວາມງາມຂອງປະເທດຊາດ, ຊາວ ຫວຽດນາມ ຈະຊ່ວຍໃຫ້ເພື່ອນລາວ ເຂົ້າໃຈກ່ວາກ່ຽວກັບປະເທດ ຫວຽດນາມ. ຫວ່າງແລ້ວນີ້, ມີພາບສາລະຄະດີກ່ຽວກັບ “ບັນດາຂີດໝາຍການພົວພັນແບບພິເສດ ຫວຽດນາມ - ລາວ”, ຜ່ານພາບສາລະຄະດີນີ້ຈຶ່ງເຫັນໄດ້ວ່າໃນໄລຍະຜ່ານມາການພົວພັນ ຫວຽດນາມ - ລາວ ພັດທະນາຢ່າງດີງາມຄືແນວໃດ. ເຖິງວ່າແມ່ນພາບຖ່າຍເອກະສານ, ໄດ້ມີມາກ່ອນນີ້ນັບສິບໆປີແລ້ວກໍ່ຕາມ, ຄຸນນະພາບບໍ່ໄດ້ດີປານໃດແຕ່ກໍ່ສາມາດວາດພາບໄດ້ບັນດາຂີດໝາຍສຳຄັນໃນປະຫວັດສາດຂອງ 2 ປະເທດພວກເຮົາ. ຫວັງວ່າຈະມີພາບສາລະຄະດີກ່ຽວກັບການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຫຼາຍກ່ວາອີກ. ຂໍອວຍພອນໃຫ້ບັນນາທິການຂອງພາກພາສາລາວຈົ່ງມີສຸຂະພາບເຂັ້ມແຂງເພື່ອປະຕິບັດວຽກງານຂອງຕົນໃຫ້ດີກ່ວາອີກ.”  
TAG
VOV/VOVworld/ປະຫວັດສາດ