ແນະນຳເຂດຜະລິດໝາກໄມ້ເປັນສິນຄ້າສົ່ງອອກຢູ່ ຫວຽດນາມ
24/08/2017 06:57
(VOVWORLD) - ອາທິດຜ່ານມາ, ທ່ານ ພອນສະຫວັນ, ໄພໂລດ, ບຸນຕາ… ໄດ້ຝາກອີແມວ ແລະ ໂທລະສັບເຖິງລາຍການ, ພວກເພື່ອນຢາກຊອກຮູ້ກ່ຽວກັບທ້ອງຖິ່ນຈຳນວນໜຶ່ງ ແລະ ທັດສະນີຍະພາບບາງແຫ່ງຢູ່ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ.

ເພື່ອນສີໄຊ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ຢູ່ເມືອງ ສີໂຄດຕະບອງ ໄດ້ມີການເຄື່ອນໄຫວອາສາສະໝັກຂອງ ຊາວໜຸ່ມ ອາສາສະໝັກ ຫວຽດນາມ ຄື: ກວດພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ, ເຮັດອະນາໄມສິ່ງແວດລ້ອມ… ຂ້າພະເຈົ້າໄດ້ຕິດຕາມລາຍການຂ່າວຂອງພວກເພື່ອນ ແລະ ເຫັນວ່າພວກເພື່ອນໄດ້ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວດັ່ງກ່າວຢ່າງຄົບຖ້ວນ. ນີ້ບໍ່ແມ່ນເທື່ອທຳອິດທີ່ຊາວໜຸ່ມ ຫວຽດນາມ ມາເຄື່ອນໄຫວອາສາສະໝັກຢູ່ລາວ, ພິເສດແມ່ນຢູ່ເມືອງ ສີໂຄດຕະບອງ. ບັນດາການເຄື່ອນໄຫວນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງ ສອງປະເທດ ລາວ - ຫວຽດນາມ ເວົ້າລວມ, ລະຫວ່າງນະຄອນຫຼວງ ວຽງຈັນ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ. ຫວັງວ່າ, ໃນຊຸມປີຈະມາເຖິງ, ຈະມີການເຄື່ອນໄຫວແທດຈິງຄືແນວນີ້ຕື່ມອີກ. ເຊິ່ງແມ່ນຊາວນະຄອນຫຼວງ ວຽງຈັນ ຜູ້ໜຶ່ງ, ຂ້າພະເຈົ້າຂໍຂອບໃຈບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ.” ພາບປະກອບ ສ່ວນໃນອີແມວຂອງເພື່ອນ ພອນສະຫວັນ, ແຂວງ ບໍ່ແກ້ວ ມີຕອນຂຽນວ່າ: “ຂ້າພະເຈົ້າແມ່ນພະນັກງານຫ້ອງການກະສິກຳ, ຂ້າພະເຈົ້າມີຄວາມສົນໃຈເຖິງບັນດາຄວາມກ້າວໜ້າທີ່ໄດ້ໝູນໃຊ້ເຂົ້າໃນການປູກຝັງ, ພິເສດແມ່ນບັນດາເຂດໄດ້ປູກຕົ້ນໄມ້ກິນໝາກທີ່ບັນລຸປະສິດທິຜົນສູງ ແລະ ກາຍເປັນສິນຄ້າສົ່ງອອກຂອງ ຫວຽດນາມ. ຫວັງວ່າ, ບັນນາທິການຂອງພາກພາສາລາວ ຈະແນະນຳບາງສະຖານທີ່ຄືດັ່ງກ່າວ ເພື່ອມີໂອກາດຂ້າພະເຈົ້າຈະໄປຖອດຖອນບົດຮຽນນຳ?” ເພື່ອນ ພອນສະຫວັນທີ່ຮັກແພງ, ໃນລາຍການ “ຊົນນະບົດໃໝ່” ປະຈຸບັນ ແມ່ນ “ເລື່ອງລາວເຂດບ້ານນາ”, ພວກຂ້າພະເຈົ້າໄດ້ແນະນຳບັນດາແບບຢ່າງ, ບຸກຄົນດີເດັ່ນ, ບັນດາເຂດ, ທ້ອງຖິ່ນທີ່ໄດ້ສ້າງຄວາມຮັ່ງມີຈາກການປູກຜັກ, ໝາກໄມ້. ເພື່ອນສາມາດຄົ້ນຫາ ແລະ ອ່ານຄືນບັນດາບົດຂຽນເຫຼົ່ານັ້ນໃນແວບໄຊ vovworld.vn ຂອງພວກຂ້າພະເຈົ້າໄດ້. ນອກຈາກນັ້ນ, ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍແນະນຳບາງທ້ອງຖິ່ນ, ບາງເຂດປູກຕົ້ນໄມ້ກິນໝາກທີ່ມີຊື່ສຽງຂອງ ຫວຽດນາມ ແລະ ກາຍເປັນສິນຄ້າເພື່ອສົ່ງອອກຄື: ໝາກລີ້ນຈີ່ ຢູ່ແຂວງ ບັກຢາງ ແລະ ຫາຍເຢືອງ. ໝາກກ້ຽງ ໄດ້ຮັບການປູກຝັງຢູ່ເຂດທົ່ງພຽງແມ່ນ້ຳຂອງ, ເບັນເຈ ແລະ ຕ່ຽນຢາງ; ນອກຈາກນັ້ນ, ໝາກກ້ຽງໃຫຍ່ຍັງໄດ້ຮັບການປູກຝັງຢູ່ແຂວງ ຮ່າຢາງ ອີກດ້ວຍ. ໝາກງອກ ໄດ້ປູກເປັນຈຳນວນຫຼວງຫຼາຍຢູ່ທິດຕາເວັນອອກພາກໃຕ້ຄື ແຂວງ ດົ່ງນາຍ ແລະ ເບັນແຈ. ໝາກມັງກອນ ໄດ້ຮັບການປູກຕົ້ນຕໍຢູ່ບີ່ງທ້ວນ, ຕ່ຽນຢາງ. ຢູ່ ຫວຽດນາມ ມີໝາກສົ້ມໂອຫຼາຍປະເພດ ແຕ່ມີພຽງໝາກສົ້ມໂອ ນຳຣອຍ ຈຶ່ງມີປະລິມານຫຼາຍ ແລະກາຍເປັນສິນຄ້າສົ່ງອອກ ແລະ ໄດ້ຮັບການປູກຝັງຫຼາຍທີ່ສຸດຢູ່ແຂວງ ຫວີງລອງ, ເຫົ້າຢາງ. ໝາກມ່ວງ ກໍ່ແມ່ນໝາກໄມ້ໄດ້ຮັບການປູກຝັງໃນເນື້ອທີ່ດິນກ້ວາງຂວາງ ແລະ ໝາກມ່ວງ ຮ່ວາໂລກ ໄດ້ຮັບການປູກຝັງຫຼາຍທີ່ສຸດ. ໝາກມ່ວງ ຮ່ວາໂລກ ໄດ້ປູກຫຼາຍທີ່ສຸດຢູ່ແຂວງຕ່ຽນຢາງ ແລະ ດົ່ງທາບ… ນອກຈາກນັ້ນ, ຍັງມີໝາກໄມ້ຫຼາຍປະເພດອື່ນໆອີກທີ່ມີປະລິມານຫຼາຍທີ່ສາມາດສົ່ງອອກຄື: ໝາກທົ່ວລຽນ, ໝາກນ້ຳນົມ, ໝາກລຳໄຍ… ຫວັງວ່າ, ບັນດາແຫຼ່ງຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນໃນວຽກງານຂອງຕົນ.
TAG
VOV/VOVworld/ເລນີນ/ກາກມາກ
Related








