VOV WorldVOV World
ການເຄື່ອນໄຫວຂອງນັກສຶກສາລາວ ຢູ່ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຊາດລາວ (2/12)
07/12/2017 04:28
(VOVWORLD) - ນອາທິດ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ ໄດ້ຮັບຈົດໝາຍ, ອີແມວ 176 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 4 ສະບັບຈາກທ່ານຜູ້ຟັງ ລາວ ແລະ ຫວຽດນາມ ຝາກມາລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.
ການເຄື່ອນໄຫວຂອງນັກສຶກສາລາວ ຢູ່ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຊາດລາວ (2/12)
        ໃນອາທິດ, ເພື່ອນ ວອນ ວິໄລວົງ, ແຂວງ ບໍ່ແກ້ວ, ເພື່ອນ ຟ້າມຊວນແບັກ, ແຂວງ ຟູ໋ທໍ້ ໄດ້ຝາກອີແມວ ອວຍພອນວັນສະຖາປະນາປະເທດ ສປປ ລາວ (ທີ 2 ທັນວາ). ໃນນັ້ນ, ເພື່ອນ ຟ້າມຊວນແບກ ໄດ້ຂຽນວ່າ: “ເຊິ່ງເປັນຜູ້ທີ່ມີຄວາມສະໜິດຕິດພັນກັບປະເທດລາວ ເປັນເວລາຫຼາຍປີ. ຍາມໃດ ຄອບຄົວຂ້າພະເຈົ້າກໍ່ຈັດງານລ້ຽງອວຍພອນບັນດາງານບຸນໃຫຍ່ຂອງລາວ ແລະ ວັນຊາດຫວ່າງແລ້ວນີ້ກໍ່ເຊັ່ນດຽວກັນ. ຂ້າພະເຈົ້າໄດ້ຈັດງານລ້ຽງ, ເຊື້ອເຊີນເພື່ອນມິດຄົນລາວເຂົ້າຮ່ວມນຳ. ໃນຄາບເຂົ້າ, ພວກຂ້າພະເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານລາວ ໂດຍ ເມຍຂອງຂ້າພະເຈົ້າປຸງແຕ່ງເອງ ແລະ ຮ້ອງ karaoke ບາງບົດເພງມິດຕະພາບ ຫວຽດນາມ - ລາວ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍຍ້ອນໄດ້ເວົ້າ, ໂອ້ລົມດ້ວຍພາສາລາວ - ເຊິ່ງເປັນພາສາທີ່ຂ້າພະເຈົ້າໄດ້ສະໜິດຕິດພັນມາເປັນເວລາກ່ວາ 15 ປີ. ຂ້າພະເຈົ້າອວຍພອນໃຫ້ບັນດາບັນນາທິການຂອງພາກພາສາລາວ ໄດ້ຕ້ອນຮັບວັນຊາດຢ່າງມີຄວາມໝາຍ, ພວກເພື່ອນແມ່ນບັນດາຜູ້ເຮັດວຽກງານໂຄສະນາຂໍ້ມູນຂ່າວສານດ້ວຍພາສາລາວໃນແຕ່ລະວັນ. ເຖິງວ່າ, ພວກເພື່ອນບໍ່ແມ່ນຄົນລາວ ແຕ່ກໍ່ໄດ້ເຮັດວຽກງານທີ່ກ່ຽວຂ້ອງເຖິງພາສາລາວ ດັ່ງນັ້ນ ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນໄດ້ຕ້ອນຮັບວັນຊາດລາວ ດ້ວຍຄວາມເບິກບານມ່ວນຊື່ນ ແລະ ມີຄວາມໝາຍ. ອວຍພອນພວກເພື່ອນຈົ່ງມີສຸຂະພາບແຂງແຮງ ແລະ ຍາມໃດກໍ່ເຮັດລ້ອນໜ້າທີ່ເພື່ອສ້າງບັນດາລາຍການກະຈາຍສຽງມ່ວນໆຮັບໃຊ້ທ່ານຜູ້ຟັງ.”  
TAG
VOV/VOVworld/ສະ​ແດງ​ສິ​ລະ​ປະ/ວັດ​ທະ​ນະ​ທຳ