ຄຳອວຍພອນເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ ຜົນງານຂອງທິມບານເຕະຫວຽດນາມໃນຮອບຄັດເລືອກ World Cup ອາຊີ 2022 ຂອງທ່ານຜູ້ຟັງ ລາວ
24/06/2021 12:49
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳວັນພະຫັດ ອີກຕາມເຄີຍ. ທ່ານຜູ້ຟັງທີ່ຄົບ, ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 363 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ ດ້ວຍຫຼາຍຄຳອວຍພອນຂອງທ່ານຜູ້ຟັງສົ່ງມາຍັງລາຍການເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ ໝາກຜົນແຫ່ງຄວາມມານະພະຍາຍາມ, ອົງອາດກ້າແກ່ນຂອງທິມບານເຕະ ຫວຽດນາມ ໃນຮອບຄັດເລືອກ World Cup ອາຊີ 2022. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ເຊິ່ງທ່ານຜູ້ຟັງໄດ້ຝາກເຖິງ VOV5 ແລະ ລາຍການໃນອາທິດຜ່ານມາ.

ວັນທີ 21 ມິຖຸນາ ຜ່ານມາ ແມ່ນວັນສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 96 ປີ (ວັນທີ 21/06/1925 – 21/06/2021) - ເຊິ່ງເປັນວັນບຸນສຸດທີ່ມີຄວາມໝາຍສຳລັບບັນດາໂຄສົກ, ນັກຂ່າວ, ບັນນາທິການຄືພວກຂ້າພະເຈົ້າ. ແຕ່ຄວາມໝາຍ ແລະ ຄວາມພູມໃຈນັ້ນ ຍິ່ງໄດ້ທະວີຄູນເມື່ອພວກຂ້າພະເຈົ້າໄດ້ຮັບຄຳອວຍພອນ ແລະ ການລະດົມກຳລັງໃຈຢ່າງຫຼວງຫຼາຍຈາກທ່ານຜູ້ຟັງ, ຜູ້ອ່ານຂອງລາຍການ ກໍຄືຂອງ VOV5. ເອື້ອຍ ດາລາວັນ - ຜູ້ຟັງລາຍການພາກພາສາ ລາວໄດ້ ສົ່ງຄຳອວຍພອນມາຍັງລາຍການ ຢາກຂໍໃຫ້ລາຍການພາກພາສາລາວ ກໍຄື VOV ນັບມື້ນັບມີຄວາມພັດທະນາ, ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ. ສ່ວນທ່ານ ວຽງຄຳ ໄດ້ຂຽນມາວ່າ: ເນື່ອງໃນໂອກາດນີ, ຂໍອວຍພອນໃຫ້ນັກຂ່າວ, ບັນນາທິການພາກສາສາລາວ ກໍຄື VOV ຈະມີສຸຂະພາບແຂງແຮງ, ປະສົດຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ເປັນຜູ້ຜະລິດບັນດາລາຍການດີໆແບບນີ້ ໃຫ້ແກ່ຜູ້ຟັງຕະຫຼອດໄປ, ພິເສດແມ່ນບັນດາລາຍການກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ. ທ່ານຜູ້ຟັງ Diego Echeverri ມາຈາກ ໂກລົມເບຍ ໄດ້ແບ່ງປັນວ່າ: “ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ໄດ້ ກາຍ ເປັນ ໜຶ່ງ ໃນ ບັນ ດາ ລ າຍ ການ ວິ ທະ ຍຸ ສາ ກົນ ເຊິ່ງ ຂ້າ ພະ ເຈົ້າ ມັກ ທີ່ ສຸດ . ຂ້າ ພະ ເຈົ້າ ຫວັງ ວ່າ , ມື້ ໃດ ມື້ ໜຶ່ງ , ຂ້າ ພະ ເຈົ້າ ຈະ ມາ ຢາມ VOV.” ບັນດາອາລົມຈິດຄວາມຮັກແພງ ແລະ ຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ໄດ້ເພີ່ມແຫຼ່ງກໍາລັງໃຈແກ່ພາລະກິດທີ່ເຕັມໄປດ້ວຍຄວາມລຳບາກ, ສິ່ງທ້າທາຍນາໆປະການ ແຕ່ໃນນັ້ນກໍມີຄວາມພາກພູມໃຈຂອງພວກຂ້າພະເຈົ້າ, ເມື່ອໄດ້ເປັນຂົວຕໍ່ນຳ ຫວຽດນາມ ອອກສູ່ໂລກ ແລະ ເປັນທີ່ຮູ້ຈັກຂອງເພື່ອນມິດສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຕິດຕາມ, ສະໜັບສະໜູນບັນດາລາຍການຂອງ VOV ໃນໄລຍະຈະມາເຖິງ.
TAG
VOV/VOVworld/
Related








