VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ.
17/10/2019 12:07
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ທ່ານຜູ້ຟັງທີ່ຮັກແພງ, ໃນອາທິດຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງຫວຽດນາມ - ລາວ ຖືກຈັດຂຶ້ນ ແລະກໍ່ ມີທ່ານຜູ້ຟັງຫຼາຍຄົນມີຄວາມສົນໃຈ ແລະ ໄດ້ສົ່ງຈົດໝາຍເຖິງລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າ ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ.
ທິມຊາດບາດເຕະຫວຽດນາມ3  –  1 ປະຕູ ທິມຊາດບານເຕະອິນໂດເນເຊຍ           ໃນອາທິດຜ່ານມາ, ມີຜູ້ຟັງຫຼາຍຄົນໄດ້ສົ່ງຂໍ້ຄວາມ, ໂທມາຫາລາຍການອວຍພອນທິມຊາດບານເຕະຫວຽດນາມທີ່ໄດ້ຊະນະທິມຊາດບານເຕະ ມາເລເຊຍ ແລະ ອິນໂດເນເຊຍ ໃນການແຂ່ງຂັນໃນອາທິດຜ່ານມາ. ກ່່ອນອື່ນໝົດ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລາຍການພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ສົ່ງຄໍາອວຍພອນ ໄຊຊະນະ ຂອງທິມຊາດບາດເຕະຫວຽດນາມຊຸດໃຫຍ່ 1 – 0 ປະຕູຕໍ່ທິມຊາດມາເລເຊຍ ແລະ 3 – 1 ປະຕູ ທິມຊາດບານເຕະອິນໂດເນເຊຍພວກຂ້າພະເຈົ້າ ຫວັງວ່າ, ທ່ານຜູ້ຟັງ ຈະສືບຕໍ່ເຊຍ ແລະ ໃຫ້ກໍາລັງໃຈຕໍ່ທິມຊາດບານເຕະຫວຽດນາມ ແລະ ຕິດຕາມການຖ່າຍທອດສົດບັນດາການແຂ່ງຂັນນັດຕໍ່ໆໄປ ໃນເວັບໄຊ vov wolrd.vn .         ທ່ານຜູ້ຟັງທີ່ເຄົາລົບ ແລະ ຮັກແພງ! ອາທິດຜ່ານມາ, ສະຖານກົງສູນຫວຽດນາມ ປະຈໍາ ແຂວງຈໍາປາສັກ, ປະເທດລາວ ໄດ້ສົມທົບກັບທ້ອງຖ່ິນແຫ່ງຕ່າງໆ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຂະແໜງການທ່ອງທ່ຽວ ລະຫວ່າງ 3 ແຂວງ ທາງພາກໃຕ້ລາວ ເຊິ່ງລວມມີ ອັດຕະປື, ເຊກອງ, ສາລະວັນ ກັບ 4 ແຂວງທາງພາກກາງ ຫວຽດນາມ ຄື ດ່າໜັງ, ເທື່ອທຽນ-ເຫວ້, ກອນຕຸມ ແລະ ບິ່ງດີ້ງ. ເຫດການດັ່ງກ່າວ ໄດ້ເຮັດໃຫ້ເພື່ອນໜຸ່ມລາວຫຼາຍຄົນຢາກຮູ້ຢາກເຫັນ ແລະ ຢາກຄົ້ນຫາກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ 4 ແຂວງທາງພາກກາງຫວຽດນາມ, ໃນນັ້ນມີເພື່ອນ ຈັນສະໝອນ ຢູ່ແຂວງ ອັດຕະປື. ລາວ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າເຄີຍໄປທ່ອງທ່ຽວຢູ່ດ່າໜັງ ແລະ ເຫັນວ່າ ນັ້ນແມ່ນນະຄອນທີ່ສວຍງາມແທ້ໆ. ຂ້າພະເຈົ້າກໍເຄີຍໄດ້ຍິນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ເທື່ອທຽນເຫວ້ ແລະ ກອນຕຸມ ແລ້ວ, ແຕ່ ແຂວງບິ່ງດີ້ງ ແມ່ນບໍ່ຮູ້ຈັກບ່ອນເລີຍ. ສະນັ້ນ, ຂ້າພະເຈົ້າ ຢາກຮູ້ວ່າຢູ່ແຂວງ ບິ່ງດິ້ງ ມີສະຖານທ່ອງທ່ຽວທີ່ອັນຈັບອົກຈັບໃຈໃດແດ່”.         ເພື່ອນ ຈັນສະໝອນ ທີ່ຮັກແພງ! ບິ່ງດິ້ງ ແມ່ນແຂວງໜຶ່ງທີ່ສວຍງາມ ມີສະຖານທີ່ທ່ອງທ່ຽວແຫ່ງຕ່າງໆປະມານ 30 ແຫ່ງ. ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນໍາໃຫ້ເພື່ອນ ພ້ອມດ້ວຍທ່ານຜູ້ຟັງ ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈບາງແຫ່ງຢູ່ບິ່ງດີ້ງ.        
TAG
VOV/VOVworld/ມະຫາວິທະຍາໄລ ຖ໊າຍງວຽນ/ບັນລະຍາຍດ້ວຍພາສາຫວຽດ