VOV WorldVOV World
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.
09/11/2017 05:35
(VOVWORLD) - ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.
ໃ ນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກຜູ້ຢຟັງຢູ່ຫລາຍປະເທດໃນໂລກຝາກມາລາຍການຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ...ໃນນັ້ນ ຜູ້ຟັງລາວຫລາຍທ່ານໄດ້ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ. ໃນອາທິດຜ່ານມາ, ເພື່ອນ ມາໄລວົງ, ເພື່ອນ ວົງຄຳ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ, ຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ. ຂໍຂອບໃຈ.   ງານວາງສະແດງ ສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ     ໃນອີແມວສົ່ງເຖິງລາຍການ, ເພື່ອນ ເລືອງກວາງກົງ ອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ຂຽນວ່າ: “ຫວ່າງແລ້ວນີ້, ທີ່ຫໍວັດທະນະທຳແຫ່ງຊາດລາວ ຢູ່ນະຄອນຫລວງ ວຽງຈັນ ໄດ້ດຳເນີນພິທີໄຂງານວາງສະແດງ ສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ. ຂ້າພະເຈົ້າໄດ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (1977 - 2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962 - 2017). ດັ່ງນັ້ນ ຜ່ານທາງລາຍການ ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາ ກ່ຽວກັບເນື້ອໃນຂອງງານວາງສະແດງດັ່ງກ່າວ.”         ເພື່ອນ ເລືອງກວາງກົງ ທີ່ຮັກແພງ! ງານວາງສະແດງສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັນຈັດຕັ້ງ. ງານວາງສະແດງແມ່ນໂອກາດ ເພື່ອໃຫ້ບັນດາອົງການສື່ມວນຊົນ 2 ປະເທດພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງວຽກງານຖະແຫຼງຂ່າວ, ໂຄສະນາຢ່າງມີປະສິດທິຜົນ ເພື່ອແນໃສ່ປະກອບສ່ວນປັບປຸງສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ດ້ວຍມູນເຊື້ອ “ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ຍືນຍົງຄົງຕົວຈົນຊົ່ວກາລະນານ”. ງານວາງສະແດງໃນປີນີ້ ໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນກ່ຽວກັບການພົວພັນທາງການທູດ, ພາບພົດປະເທດຊາດ, ປະຊາຊົນ, ສະພາບແວດລ້ອມດ້ານເສດຖະກິດ, ວັດທະນະທຳ - ສັງຄົມຂອງ 2 ປະເທດ. ບັນດາປື້ມ, ຮູບຖ່າຍ, ໜັງສືພິມທີ່ງານວາງສະແດງລ້ວນແຕ່ສຸມໃສ່ເນື້ອໃນຕົ້ນຕໍຄື: ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ; ບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ສປປ.ລາວ; ການດຳລົງຊີວິດທີ່ລຽບງ່າຍຂອງພໍ່ແມ່ປະຊາຊົນ ລາວ, ຄວາມງາມອັນຮົກເຮື້ອເປົ່າວ່າງຂອງທຳມະຊາດ; ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຄວາມງາມຂອງປະເທດຊາດ, ຊາວ ຫວຽດນາມ ແລະ ທຳ ມະຊາດ ຫວຽດນາມ, ໃນນັ້ນ ມີຮູບຖ່າຍຫລາຍແຜ່ນໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມຢ່າງເລິກເຊິ່ງ.
TAG
VOV/VOVworld/ລາວ/ຫວຽດ​ນາມ/ສື່​ສິ່ງ​ພິ​ມ/ມູມມອງ