VOV WorldVOV World
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ
26/07/2017 02:00
(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈຕໍ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ
ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.  (ພາບປະກອບ) ໃນອາທິດຜ່ານມາ, ເພື່ອນ ຣັດທະວົງ, ສຸກມາລີວົງ ແລະ ເພື່ອນ ດວງມະລາ ຢູ່ແຂວງ ວຽງຈັນ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ມຮາໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງຕື່ມ ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືມິດຕະພາບຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.         ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ວົງໄຊ ທິບພະວົງ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ວັນທີ 27/07 ແມ່ນວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພວກຂ້າພະເຈົ້າເປັນຄົນລຸ້ນຫລັງ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ທະຫານເຈັບປ່ວຍ, ນັກຮົບອາສາສະໝັກ, ແມ່ຫວຽດນາມວິລະຊົນ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍຊາດຂອງ ຫວຽດນາມ ແລະ ລາວ. ຂໍຖະຫວາຍທູບທຽນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບອາສາສະໝັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່ກັບທະຫານປົດປ່ອຍປະເທດ ໄດ້ຕໍ່ສູ້ປົກປັກຮັກສາໃຫ້ 2 ປະເທດ ຫວຽດນາມ - ລາວ ແລະ ອວຍພອນໃຫ້ບັນດາທະຫານເສຍອົງຄະ, ແມ່ຫວຽດນາມວິລະຊົນ ຍາມໃດກໍ່ມີສຸຂະພາບແຂງແຮງ .”   (ພາບປະກອບ) ເພື່ອນ ອານຸສິດ ສີບຸນເຮືອງ, ວົງໄຊ ທິບພະວົງ ທີ່ຮັກແພງ! ໃນຈຳນວນນັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານ ຫວຽດນາມ ເຂົ້າຮ່ວມບັນດາສະໜາມຮົບຢູ່ ລາວ ນັບພັນຄົນນັ້ນ, ມີນັກຮົບວິລະຊົນຫລາຍຄົນໄດ້ເສຍສະຫຼະຊີວິດຢູ່ປະເທດ ລ້ານຊ້າງ, ປະກອບສ່ວນປົກປັກຮັກສາພາລະກິດປະຕິວັດ 2 ປະເທດ ຫວຽດນາມ - ລາວ. ຂໍຂອບໃຈພວກເພື່ອນທີ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ ນັກຮົບທີ່ເສຍສະຫຼະຊີວິດມາໃນໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ຂ່າວຕ່າງໆທີ່ມີຄຸນປະໂຫຍດເຖິງທ່ານຜູ້ຟັງກ່ວາອີກ. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ທາງລາຍການຈະໄດ້ຮັບການປະກອບຄຳຄິດຄຳເຫັນຫລາຍຢ່າງ ຈາກທ່ານຜູ້ຟັງ ເພື່ອຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນອຸດົມສົມບຸນກ່ວາ. ຂໍຂອບໃຈ. ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ, ເພື່ອນ ເບັນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ສົ່ງຈົດໝາຍມາຍັງລາຍການໂດຍຂຽນວ່າ “ ຂ້າພະເຈົ້າເປັນລູກຫຼານຊາວ ຫວຽດນາມ ທີ່ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ລາວ. ຂ້າພະເຈົ້າຄາດວ່າ ຈະໄປຮ່ຳຮຽນຕໍ່ຢູ່ ຫວຽດນາມ ໂດຍຜ່ານໂຄງການມອບທຶນການສຶກສາໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ໄປຮຳ່ຮຽນ ຢູ່ ຫວຽດນາມ. ດັ່ງນັ້ນ ຂ້າພະເຈົ້າ ຂໍໃຫ້ທາງລາຍ ການແນະນຳເພີ່ມເຕີມກ່ຽວກັບໂຄງການມອບທຶນການສຶກສາໃຫ້ລູກຫລານຊາວ ຫວຽດນາມ ອາໄສຢູ່ ລາວ. ຂໍຂອບໃຈ” ເພື່ອນ ເພັດສະຫວັນ ສົມສະນິດ ແລະ ເພື່ອນ ເບັນ ພິມມະສອນ ທີ່ຮັກແພງ ! ນີ້ແມ່ນໂຄງການຫັນສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ ປີ 2016 ແລະ ແຜນການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດປີ 2016 ລະຫວ່າງ 2 ກະຊວງສຶກສາ - ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາ, ກິລາ ລາວ ໃຫ້ເປັນລະອຽດ. ນັບແຕ່ປີ 2005 ມີທຶນການສຶກສາ 5 ທຶນ, ແຕ່ຍ້ອນມີຄວາມເອົາໃຈໃສ່ຈາກການນຳ 2 ພັກ, 2 ລັດ, ພິເສດແມ່ນຄວາມມານະພະຍາຍາມຂອງສະຖານທູດ ຫວຽດນາມ ປະຈຳ ລາວ, ເຮັດໃຫ້ຈຳນວນທຶນການສຶກສາໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ປີຕໍ່ມາຍາມໃດກໍ່ສູງກ່ວາຊຸມປີກ່ອນ. ຕາມສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ, ສົກຮຽນ 2016 – 2017 ລັດຖະບານ ຫວຽດນາມ ໄດ້ສະຫງວນທຶນການສຶກສາໃຫ້ ລາວ 1.000 ທຶນ, ໃນນັ້ນມີ 35 ທຶນສະຫງວນໃຫ້ນັກຮຽນທີ່ເປັນລູກຫຼານຊາວ ຫວຽດນາມ ທີ່ອາໄສຢູ່ ລາວ ເລື່ອງຄັດເລືອກທຶນການສຶກສາສຳລັບລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ພວມໄດ້ 2 ຂະແໜງການສຶກສາຂອງ 2 ປະເທດ ຫວຽດນາມ ແລະ ລາວ ພວມສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ ຜັນຂະຫຍາຍ. ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດ ທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com . ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.  
TAG
VOV/VOVworld/ລາວ/ທະ​ຫານ​ເສຍ​ອົງ​ຄະ​/ນັກ​ຮົບ