ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບເຮັດພາບພື້ນເມືອງ ດົງໂຮ່
28/03/2020 06:30
(VOVWORLD) - ຄະນະກຳມະການປະຊາຊົນແຂວງ ບັກນິງ ຫາກໍ່ສ້າງສຳເນົາເອກະສານ ກ່ຽວກັບ “ອາຊີບເຮັດພາບພື້ນເມືອງ ດົງໂຮ່” ສຳເລັດ ເພື່ອສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີພິຈາລະນາ, ສົ່ງໃຫ້ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ພິຈາລະນາ ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ.

ກ່ອນ ໜ້ານັ້ນ , ທາງ ແຂວງ ບັກ ນິງ ແລະ ບັນ ດາ ນັກ ສິ ລະ ປະ ການ ໃນ ແຂວງ ກໍ່ ມີ ຄວາມ ມາ ນະ ພະ ຍາ ຍາມ ຫລາຍ ຢ່າງ ເພື່ອ ອະ ນຸ ລັກ ຮັກ ສາ ແລະ ເສີມ ຂະ ຫຍາຍ ຄຸນ ຄ່າ ອາ ຊີບ ເຮັດ ພາບ ພື້ນ ເມືອງ ດົງ ໂຮ່ . ບົດ ຂຽນ ຂອງ ນັກ ຂ່າວ VOV. ພາບພື້ນເມືອງ ດົງໂຮ່ (ພາບອິນເຕີແນັດ) ພາບ ພື້ນ ເມືອງ ດົງ ໂຮ່ ແມ່ນ ອາ ຊີບ ເຮັດ ພາບຄວັດ ດ້ວຍສະຫຼັກ ໄມ້ ພື້ນ ເມືອງ , ຂຶ້ນ ກັບ ຂົງ ເຂດ ອາ ຊີບ ຫັດ ຖະ ກຳ ພື້ນ ເມືອງ , ໂດຍ ວົງ ຄະ ນະ ຍາດ ຊາວ ບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ ປະດິດຄິດສ້າງ ແລະ ພັດທະນາ, ມັນມີຄຸນຄ່າ ທາງດ້ານປະຫວັດສາດ, ວັດທະນະທຳ ແລະ ສີລະປະທີ່ເປັນເອກະລັກສະເພາະ. ນີ້ແມ່ນປະເພດພາບທີ່ມີຄວາມຜູກ ພັນ ແລະ ສະແດງໃຫ້ເຫັນດ້ານຊີວິດສັງຄົມ, ກະສິກຳອັນເປັນປະເພນີຂອງຊາວ ຫວຽດນາມ, ການອອກແຮງງານ ກໍ່ຄືຮີດຄອງປະເພນີ, ການດຳເນີນ ຊີວິດຂອງຊາວ ຫວຽດນາມ ຢ່າງມີຊີວິດຊີວາ. ຜູ້ທີ່ຊົມພາບພື້ນເມືອງ ດົງໂຮ່ ສາມາດຊອກເຫັນ ບັນດາຮູບພາບທີ່ຕົນເອງມີຄວາມລື້ງເຄີຍຄື: ພາບງານດອງໜູ, ຝູງໝູ, ຝູງໄກ່, ນາງສາວໂຕ່ງເອົາໝາກພ້າວ ຫຼື ມີທັງພາບຫຶງ ຫວງຂອງຄູ່ຜົວເມຍໜຸ່ມ…ລຸງ ຫງວຽນດັງເຈ໊, ນັກສິລະປະການທີ່ມີຄວາມສຸດໃຈຕໍ່ ອາຊີບ ໃຫ້ຮູ້ວ່າ: ພາບ ດົງໂຮ່ ແຕ່ລະແຜ່ນ ລ້ວນແຕ່ມີຄວາມໝາຍທາງດ້ານວັດທະນະທຳມະນຸດ, ເຊີດຊູຄວາມງາມ, ເຊີດຊູຈັນຍາທຳແຫ່ງຄວາມເປັນມະນຸດ. ລຸງ ເຈ໊ ໃຫ້ຮູ້ວ່າ: “ ຕົວ ຢ່າງ ຄື ພາບ “ ງານ ດອງ ໜູ ”. ຂ້າ ພະ ເຈົ້າ ຖື ວ່າ ບັນ ພະ ບຸ ລຸດ ໄດ້ ຝາກ ຝັງ ຄວາມ ໝາຍຢູ່ ໃນ ພາບ ແຕ້ມນັ້ນ ແມ່ນ ທັງໂຈມ ຕີ , ທັງ ຕະຫຼົກ ເຮ ຮາ . ຂ້າ ພະ ເຈົ້າ ຖື ວ່າ ນີ້ ແມ່ນ ພາບ ແຕ້ມ ທີ່ ມີ ຊື່ ສຽງ ທີ່ ສຸດ ຂອງ ພາບ ດົງ ໂຮ່ . ” ບໍ່ພຽງແຕ່ມີບັນດາຈຸດທີ່ເປັນເອກະລັກສະເພາະກ່ຽວກັບລວດລາຍ ແລະ ໂຄງຮ່າງເທົ່ານັ້ນ, ຈຸດພື້ນເມືອງຂອງພາບ ດົງໂຮ່ ຍັງອີງໃສ່ສີສັນ ແລະ ວັດຖຸພັນເຈ້ຍພິມອີກດ້ວຍ. ນັກສິລະປະການ ຫງວຽນດັງເຈ໊ ໃຫ້ຮູ້ຕື່ມອີກວ່າ: “ ອັນ ພິ ເສດ ຂອງ ພາບ ແຕ້ມ ດົງ ໂຮ່ ແມ່ນ ນັບ ແຕ່ ວັດ ຖຸ ດິບ ຈົນ ເຖິງ ສີ ສັນ ລ້ວນ ແຕ່ ແມ່ນເອົາມາ ຈາກ ທຳ ມະ ຊາດ , ເຈ້ຍ ແມ່ນ ເຮັດ ມາຈາກ ຕົ້ນ ສາຢູ່ ໃນ ປ່າ , ສີ ຂາວ ແມ່ນ ເອົາ ມາ ຈາກ ຫອຍ ກີ້ ທະ ເລ , ສີ ແດງ ແມ່ນ ເອົາ ຈາກກ້ອນ ຫີນ ແຮ່ ຢູ່ ເທິງ ພູ , ສີ ເຫລືອງ ແມ່ນ ເອົາ ຈາກດອກ ໄມ້ ໃນ ປ່າ , ສີ ຂຽວ ແມ່ນ ເອົາ ມາ ຈາກ ໃບ ຄາມ ແລະ ສີ ດຳ ແມ່ນ ເອົາ ມາ ຈາກ ໃບໄມ້ ໄຜ່ . ຂັ້ນ ຕອນ ການ ເອົາ ສີ ທັງ ໝົດ ເຫຼົ່າ ນັ້ນ ລ້ວນ ແຕ່ ເຮັດ ດ້ວຍມ ື . ” ຍຸກສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງໝູ່ບ້ານພາບພື້ນເມືອງ ດົງໂຮ່ ແມ່ນໃນໄລຍະປະມານທ້າຍສະຕະວັດທີ 19 ຈົນເຖິງຊຸມປີ 1940 ຂອງສະຕະວັດທີ 20. ຄາວນັ້ນ, ໃນໝູ່ບ້ານມີພຽງແຕ່ 17 ວົງຕະກຸນ ແລະ ວົງຕະກຸນທັງໝົດເຫຼົ່ານັ້ນລ້ວນແຕ່ເຮັດອາຊີບພາບພື້ນເມືອງ ດົງໂຮ່. ປັດຈຸບັນ, ໝູ່ບ້ານ ດົງໂຮ່ ຍັງເຫຼືອພຽງແຕ່ 2 ຄອບຄົວເທົ່ານັ້ນທີ່ຍັງປະກອບອາຊີບເຮັດພາບ ດົງໂຮ່, ນັ້ນແມ່ນຄອບຄົວນັກສິລະປະການ ຫງວຽນຮຶວຊາມ ແລະ ຄອບຄົວນັກສິລະປະການ ຫງວຽນດັງເຈ໊. ຄອບຄົວນັກສິລະປະການ ຫງວຽນດັງເຈ໊ (ພາບ: TTXVN) ຄອບຄົວນັກສິລະປະການ ຫງວຽນດັງເຈ໊ ໄດ້ລົງທຶນເກືອບ 3 ຕື້ດົ່ງ ເພື່ອກໍ່ສ້າງສູນເກັບຮັກສາ, ອະນຸລັກພາບ ດົງໂຮ່ ດ້ວຍເຂດເຮືອນຜະລິດເຈ້ຍ, ເຂດພິມພາບ, ເຂດຕຳເປືອກຫອຍກີ້ ແລະ ເຂດວາງສະແດງຜະລິດຕະພັນພາບ ດົງໂຮ່ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ສ່ວນຄອບຄົວນັກສິລະປະການ ຫງວຽນຮຶວຊາມ ພາຍຫລັງທີ່ໝົກມຸ່ນຊອກຫາພາບພື້ນເມືອງ ດົງໂຮ່ ໃນສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມມາເປັນເວລາຫລາຍປີ. ນັກສິລະປະການ ຫງວຽນຮຶວຊາມ ໄດ້ເສຍຊີວິດ, ລູກຊາຍ ແລະ ລູກໃພ້ແມ່ນລຸງ ຫງວຽນຮຶວກ໋ວາແລະ ປ້າ ຫງວຽນທິແອວງ ໄດ້ສືບທອດ ແລະ ຮັກສາອາຊີບເຮັດພາບ ດົງໂຮ່ນີ້ໄວ້. ໄປຄຽງຄູ່ກັບຄວາມມານະພະຍາຍາມຂອງບັນດານັກສິລະປະການ, ຕ້ອງໄດ້ເວົ້າເຖິງການຮ່ວມເດີນທາງ, ການເຂົ້າຮ່ວມຂອງທາງແຂວງ ບັກນິງ. ທ່ານ ຫງວຽນວັນຟອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ:
TAG
VOV/VOVworld/ອະນຸລັກຮັກສາ/ອາຊີບ/ພາບພື້ນເມືອງ/ດົງໂຮ່
Related








