Chocolate: ການເລີ່ມຕົ້ນທຸລະກິດເງິນລ້ານຂອງວິສາຫະກິດ
15/02/2020 06:00
(VOVWORLD) -Chocolate Marou ໄດ້ກາຍເປັນເລື່ອງລາວສ້າງແຫຼ່ງບັນດານໃຈ ເມື່ອເວົ້າເຖິງຈິດໃຈເລີ່ມຕົ້ນທຸລະກິດ ແລະ ເຈດຈຳນົງບືນຕົວຂຶ້ນສ້າງຄວາມຮັ່ງມີ. ນີ້ແມ່ນເຄື່ອງໝາຍການຄ້າ Chocolate ທຳອິດ (Made in Vietnam) ທີ່ມີຊື່ໃນແຜນທີ່ບັນດາຜະລິດຕະພັນເຂົ້າໜົມ Chocolate ແຊບທີ່ສຸດໃນໂລກ.

Chocolate Marou ແມ່ນກຳມະສິດຂອງອ້າຍ Samuel Maruta ແລະ ອ້າຍ Vincent Mourou Chocolate Marou ແມ່ນກຳມະສິດຂອງອ້າຍ Samuel Maruta ແລະ ອ້າຍ Vincent Mourou ໄດ້ຮ່ວມກັນປະດິດຂຶ້ນມາ ດ້ວຍເຄື່ອງໝາຍການຄ້າທຳອິດທີ່ມີຊື່ວ່າ Marou Faiseurs de chocolat. ອ້າຍ Samuel Maruta ແບ່ງປັນວ່າ: “ທຸກສິ່ງທຸກຢ່າງໄດ້ເລີ່ມຕົ້ນມາແຕ່ປີ 2011. ຄາວນັ້ນ ຂ້າພະເຈົ້າ ແລະ Vincent ມີໂອກາດໄປຊອກຫາຕົ້ນກາກາວ ຢູ່ເຂດບ້ານນາ ຫວຽດນາມ . ພວກຂ້າພະເຈົ້າໄດ້ພົບກັບຜູ້ປູກຕົ້ນກາກາວຢູ່ນັ້ນ. ຫລັງຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຕັດສິນເຮັດທົດລອງ Chocolate. ໃນຊ່ວງເວລານັ້ນ, ພວກຂ້າພະເຈົ້າຍັງບໍ່ທັນມີປະສົບການເຮັດ Chocolate ເທື່ອ ນັ້ນແມ່ນຄວາມຕັດສິນໃຈແບບໂສສ່ຽງ.” ຍ້ອນຄວາມມັກໃຫຍ່ໃຝ່ສູງຂອງ Samuel Maruta ແລະ Vincent Mourou ໄດ້ປະດິດແຕ່ງ Chocolate bean-to-bar ຊະນິດທຳອິດຢູ່ ຫວຽດນາມ ແລະ ພາຍຫລັງສ້າງຕັ້ງບໍລິສັດມາເປັນເວລາ 4 ປີ, ເຂົາເຈົ້າໄດ້ເຮັດໃຫ້ທົ່ວໂລກມີຄວາມປະເອີບໃຈ ດ້ວຍບັນດາແທ່ງ Chocolate ທີ່ມີຄຸນນະພາບສູງ, ເມື່ອທຽບໃສ່ກັບບັນດາຍີ່ຫໍ້ທີ່ມີຊື່ສຽງຂອງ ເອີຣົບ, ໄດ້ເອົາ ຫວຽດນາມ ເຂົ້າໄປຢູ່ໃນແຜນທີ່ Chocolate ໂລກ. ອ້າຍ Samuel Maruta ຫວນຄືນວ່າ: “ ນັບແຕ່ໄລຍະທຳອິດ, ພວກຂ້າພະເຈົ້າບໍ່ຮູ້ວ່າ ກາກາວ ຫວຽດນາມ ມີຄຸນນະພາບດີ. ຂອບຂະໜາດຜະລິດກາກາວຂອງ ຫວຽດນາມ ກໍ່ນ້ອຍທີ່ສຸດ. ຫລັງຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ ກາກາວ ຫວຽດນາມ ໜ້ອຍແຕ່ມີຄຸນນະພາບດີທີ່ສຸດ.” ມາຮອດປັດຈຸບັນ, Marou Faiseurs de Chocolat ໄດ້ກາຍເປັນໜຶ່ງໃນບັນດາວິສາຫະກິດຜະລິດ Chocolate “bean to bar” ແຫ່ງທຳອິດຢູ່ ອາຊີ ແລະກໍ່ແມ່ນໜຶ່ງໃນຈຳນວນໜ້ອຍວິສາຫະກິດໃນໂລກຜະລິດ Chocolate ແທ້ 100%ຢູ່ທ້ອງຖິ່ນປູກກາກາວເລີຍ. ປັດຈຸບັນ, ແຫຼ່ງວັດຖຸດິບຂອງບໍລິສັດນັບມື້ນັບໄດ້ເປີດກ້ວາງຢູ່ຫລາຍແຂວງ, ນະຄອນຂອງ ຫວຽດນາມ. ອ້າຍ Vincent Mourou, ແມ່ນໜຶ່ງໃນສອງຄົນທີ່ຮ່ວມກັນກໍ່ຕັ້ງສ້າງບໍລິສັດ, ໃຫ້ຮູ້ວ່າ: “ ພວກຂ້າພະເຈົ້າກໍ່ຢາກເຮັດສິ່ງທີ່ແຕກຕ່າງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຜະລິດກາກາວຢູ່ບ່ອນປູກເລີຍແມ່ນທ່າໄດ້ປຽບ ຍ້ອນວ່າ ພວກຂ້າພະເຈົ້າຢູ່ໃກ້ກັບບ່ອນປູກ. ຕາມປົກກະຕິ, ຮູບການຜະລິດໄດ້ດຳເນີນກົງກັນຂ້າມ. ໝາຍຄວາມວ່າ ກາກາວຖືກສົ່ງໄປເຮັດ Chocolate ຢູ່ບ່ອນທີ່ມີອາກາດໜາວກ່ວາ. ດ້ວຍເຕັກໂນໂລຊີທັນສະໄໝ, ພວກເຮົາສາມາດເຮັດ Chocolate ຢູ່ທີ່ນີ້ໄດ້ຢ່າງງ່າຍດາຍ, ເຖິງວ່າຕ້ອງມີຄວາມລະມັດລະວັງຕໍ່ການເຄື່ອນຍ້າຍໄປມາກໍ່ຕາມ. ” ຮ້ານ Chocolate Marou ເມື່ອເລົ່າຄືນກ່ຽວກັບເສັ້ນທາງແຫ່ງການເລີ່ມຕົ້ນທຸລະກິດຂອງ Marou, ອ້າຍ Vincent Mourou ແບ່ງປັນວ່າ: ແທນທີ່ໃຫ້ຄວາມ “ເບື່ອໜ່າຍ” ນັ້ນແມ່ນເຮັດກ້ອນ Chocolate ອຸດສາຫະກຳໃຫ້ກາຍເປັນກ້ອນເຂົ້າໜົມເຫລື້ອມຍິບຍັບບາດຕາບາດໃຈ, ແຕ່ບໍລິສັດຂອງລາວພັດຢາກຊອກໄດ້ຄຸນຄ່າແກ່ນສານທີ່ມີຢູ່ແລ້ວຂອງ Chocolate. ວິທີໜຶ່ງດຽວເພື່ອເຮັດໄດ້ສິ່ງນັ້ນ ແມ່ນເລີ່ມມາຈາກແຫຼ່ງວັດຖຸດິບ. ອ້າຍ Vincent Mourou ເຜີຍໃຫ້ຮູ້ວ່າ: “ ວັດຖຸດິບມີພຽງແຕ່ 2 ຊະນິດແມ່ນ ກາກາວ ແລະ ນ້ຳຕານເທົ່ານັ້ນ, ງ່າຍດາຍທີ່ສຸດ ແລະ ພວກຂ້າພະເຈົ້າຢາກຮັກສາຄວາມງ່າຍດາຍນີ້ ດ້ວຍຄວາມນຶກຄິດທີ່ວ່າ Chocolate ບໍ່ຄວນໃສ່ລົດຫອມຕື່ມ ເປັນຕົ້ນແມ່ນວານີລາ. ພວກຂ້າພະເຈົ້າຮັກສາໃຫ້ມັນດີຕໍ່ສຸຂະພາບ, ງ່າຍດາຍ ແລະ ສຳຄັນແມ່ນລົດຊາດທີ່ເປັນເອກະລັກສະເພາະ. ” ເມື່ອເລີ່ມຕົ້ນປະຕິບັດ, Marou ໄດ້ພົບຄວາມຫຍຸງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ ກ່ຽວກັບທີ່ຕັ້ງພູມສາດ, ແຮງງານ ແລະ ເຕັກນິກ, ລະດັບສີມືແຮງງານຂອງຊາວກະສິກອນ ຍ້ອນຄວາມມຸ່ງຫວັງຢາກໃຫ້ການຜະລິດກາກາວບັນລຸຄຸນນະພາບສູງສຸດ. ຜ່ານການຄົ້ນຄວ້າ ແລະ ກຳນົດການຫລຸດຜ່ອນບົດບາດເປັນກາງຂອງສູນເກັບຊື້ກາກາວ, Marou ໄດ້ຈັດຕັ້ງຂັ້ນຕອນເອງ, ນັບແຕ່ຊອກຫາສົ້ນເຂົ້າ, ຄວບຄຸມແຫຼ່ງສິນຄ້າຕະຫລອດຮອດກາກາວສຳເລັດຮູບອອກມາເປັນແຕ່ລະເມັດ ເພື່ອຮັບປະກັນໃຫ້ແຫຼ່ງທີ່ມາມີຄຸນນະພາບດີທີ່ສຸດ. ຜະລິດຕະພັນສົ້ນອອກແມ່ນແຫຼ່ງ Chocolate ອາດເວົ້າໄດ້ວ່າແຊບທີ່ສຸດ. ຕະຫລາດພາຍໃນປະເທດ ແລະ ສາກົນໄດ້ຮອງຮັບການປະກົດຕົວຂອງ Chocolate Marou ຫວຽດນາມ ຢ່າງຟົດຟື້ນຄຶກຄັກຄື: ຝຣັ່ງ, ອາເມລິກາ, ການາດາ, ອົດສະຕາລີ, ຍີ່ປຸ່ນ…ໄລ່ແຕ່ປີ 2011, ເມື່ອ Marou ໄດ້ແນະນຳ Chocolate ແທ່ງທຳອິດ ອອກສູ່ຕະຫລາດມາຮອດປັດຈຸບັນ, ລາຍຮັບຂອງ Marou ມີການເຕີບໂຕຢ່າງບໍ່ຢຸດຢັ້ງ. ຈາກຜົນສຳເລັດນີ້, Marou ມີຄວາມປາດຖະໜາວ່າ ຈະສືບຕໍ່ຜະລິດ Chocolate ຂອງ ຫວຽດນາມ ໃນອະນາຄົດ. ອ້າຍ Vincent Mourou ໃຫ້ຮູ້ວ່າ: “ ຂ້າພະເຈົ້າບໍ່ໄດ້ກິນແໜງ ເມື່ອຫັນປ່ຽນມາຜະລິດ Chocolate ຢູ່ ຫວຽດນາມ. ຂ້າພະເຈົ້າ ແລະ Sam ໄດ້ມີໂອກາດປະຕິບັດແນວຄວາມຄິດທີ່ເປັນໜ້າຈັບໃຈຂອງຕົນເອງ ແລະ ມາຮອດປັດຈຸບັນ ພວກຂ້າພະເຈົ້າຮູ້ສຶກວ່າ ໂຊກດີຫລາຍ ຍ້ອນໄດ້ເລືອກເອົາເສັ້ນທາງນີ້.” Samuel Maruta ແລະ Vincent Mourou ລ້ວນແຕ່ເຊື່ອໝັ້ນວ່າ ປະເທດ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ຊາວ ຫວຽດນາມ ສາມາດປະຕິບັດແນວຄວາມຄິດຂອງຕົນ ບໍ່ວ່າຢູ່ບ່ອນໃດ ແລະ ຂົງເຂດທີ່ແຕກຕ່າງກັນ ເພື່ອໃຫ້ການເລີ່ມຕົ້ນທຸລະກິດປະສົບຜົນສຳເລັດ./.
TAG
VOV/VOVworld/Chocolate/ທຸລະກິດເງິນລ້ານ/ວິສາຫະກິດ/ກາກາວ
Related








