VOV WorldVOV World
ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຄວາມປະທັບໃຈວັນຊາດທີ 02 ກັນຍາ
31/08/2019 02:15
(VOVWORLD) - ໄປຄຽງຄູ່ກັບພາກສະແດງບັນດາບົດເພງປະຕິວັດ, ການເສບດົນຕີປະສານສຽງ “ສິ່ງທີ່ຍືນຍົງຄົງຕົວ 2019” ປີນີ້ ຈະນຳມາເຊິ່ງການທົດລອງໃໝ່ໃຫ້ແກ່ທ່ານຜູ້ຟັງຜູ້ຊົມ ເມື່ອສະແດງບົດເພງທຳນອງ Rock ຢູ່ເທິງເວທີສະແດງ.
ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຄວາມປະທັບໃຈວັນຊາດທີ 02 ກັນຍາ
ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ດ້ວຍຫົວຂໍ້ວ່າ “ຫວຽດນາມ ກ້າວຂຶ້ນ” ຈະຖືກຈັດຕັ້ງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນວັນທີ 02 ກັນຍາ ດ້ວຍບັນດາບົດດົນຕີປະສານສຽງທີ່ເຕັມໄປດ້ວຍນ້ຳໃຈຮັກແພງບ້ານເກີດເມືອງນອນ, ປຸກລຸກນ້ຳໃຈຮັກຊາດ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ຈະເລີນເຂັ້ມແຂງ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ ເຊິ່ງບັນດາຜູ້ຜະລິດລາຍການສະຫງວນໃຫ້ແກ່ທ່ານຜູ້ຊົມເນື່ອງໃນໂອກາດວັນຊາດທີ 02 ກັນຍາ. ບົດຂຽນຂອງນັກຂ່າວ VOV. ກອງປະຊຸມຂ່າວແນະນຳ ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ໂດຍໜັງສືພິມເອເລັກໂຕນິກ VietNamNet ສົມທົບກັບວົງດົນຕີປະສານສຽງແຫ່ງຊາດ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ນີ້ແມ່ນການຈັດຕັ້ງຄັ້ງທີ 10, ລາຍການດົນຕີປະສານສຽງທີ່ມີການປ່ຽນແປງພໍສົມຄວນເມື່ອທຽບໃສ່ຊຸມປີກ່ອນ. ບໍ່ພຽງແຕ່ມີການປ່ຽນແປງຂັ້ນບັນນາທິການບົດເພງ, ຫລຸດຜ່ອນເວລາໃນການສະແດງລົງ, ເພີ່ມເວລາຮ້ອງເພງຂຶ້ນຕື່ມອີກເທົ່ານັ້ນ ລາຍການດັ່ງກ່າວຍັງໃກ້ຊິດຕິດແທດກັບຊີວິດການເປັນຢູ່ ຜ່ານການສະແດງບັນດາບົດເພງທີ່ຍ້ອງຍໍສັນລະເສີນກ່ຽວກັບທະເລໝູ່ເກາະ, ບ້ານເກີດເມືອງນອນອີກດ້ວຍ. ບັນດາບົດເພງທັງເກົ່າ ແລະ ໃໝ່ໄດ້ຮັບການເລືອກເຟັ້ນເພື່ອນຳມາສະແດງຄື: “ບົດເພງຍ້ອງຍໍສັນລະເສີນລຸງ ໂຮ່”, “ຍາມແລງທ້າຍປີຢູ່ແມ່ນ້ຳໂລ”, “ດອກກຸຫລາບຢູ່ຈຸດທີ່ໝັ້ນ”, “ນາງສາວຢູ່ແມ່ນ້ຳລາ”, “ຮ່າໂນ້ຍ - ເຫວ້ - ໄຊງ່ອນ”, “ທະເລແຫ່ງບ້ານເກີດເມືອງນອນ”, “ດິນແດນແຫຼມ ກາເມົາ”, “ຫວຽດນາມ ກ້າວຂຶ້ນ”, “ບົດເພງທະເລ”, “ດິນແດນແຫ່ງ ບານເມ”… ປີນີ້, ບົດເພງທີ່ເປີດສາກລາຍການຍັງແມ່ນ “ເພງຊາດ” ຂອງນັກປະພັນດົນຕີ ວັນກາວ. ຫລັງຈາກນັ້ນ ແມ່ນການສາຍຄືນບົດຖະແຫຼງປະກາດເອກະລາດຂອງປະທານ ໂຮ່ຈີມິນ . ນອກນັ້ນ, ບັນດາບົດເພງທີ່ແຕ່ງໃຫ້ເຍົາວະຊົນ ແລະ ອະນຸຊົນຂອງນັກປະພັນດົນຕີ ຮ່ວາງເວີນ ກໍ່ຈະໄດ້ສ້າງຂຶ້ນຢ່າງພິຖີພິຖັນ ແລະ ແປກໃໝ່. ໂດຍລະອຽດແມ່ນການສະແດງຮ້ອງເພງຢ່າງຕໍ່ເນື່ອງດ້ວຍບົດເພງ: “ນ້ອງຮັກໂຮງຮຽນຂອງນ້ອງ”, “ນົກຜາກ”, “ລະດູດອກຝາງແດງບານ”, “ລະດູບານໃໝ່”, ພາຍໃຕ້ການບັນຊາການປະສານສຽງຂອງນັກປະພັນດົນຕີ ມິງດ້າວ, ເຊິ່ງວົງດົນຕີປະສານສຽງຫໍເຍົາວະຊົນອະນຸຊົນ ຮ່າໂນ້ຍ ແລະ ວົງດົນຕີປະສານສຽງ ຫວຽດນາມ ສະແດງ. ທ່ານ ຫງວຽນຮ່ວາງຫວຽດ, ຜູ້ຕາງໜ້າຈັດຕັ້ງການສະແດງຂອງວົງດົນຕີປະສານສຽງ ຫວຽດນາມ ໃຫ້ຮູ້ວ່າ: “ ເຂົ້າຮ່ວມລາຍການດົນຕີປະສານສຽງປີນີ້ ມີບັນດານັກສິລະປິນຄືນັກສິລະປິນ ດ່າວໂຕ໊ລວານ ແມ່ນນັກຮ້ອງເພງປະເພດ opera, ນັກຮ້ອງ ຟ້າມແຄງງອັກ, ນັກຮ້ອງ ຕູງເຢືອງ…ນອກນັ້ນ ຍັງມີບັນດານັກສິລະປິນໜຸ່ມຄື: ເລແອັງຢຸງ, ດ່າວມ໋າກ, ເຢືອງຮ່ວາງອ໊ຽນ. ດ້ວຍຫົວຂໍ້ທີ່ວ່າ “ຫວຽດນາມ ກ້າວຂຶ້ນ”, ລາຍການສະແດງສິລະປະຈະມີຄວາມໝາຍແມ່ນແຜ່ຂະຫຍາຍນ້ຳໃຈຮັກຊາດ, ນ້ຳໃຈເຊີດຊູປະເທດຊາດ. ” ໄປຄຽງຄູ່ກັບພາກສະແດງບັນດາບົດເພງປະຕິວັດ, ການເສບດົນຕີປະສານສຽງ “ສິ່ງທີ່ຍືນຍົງຄົງຕົວ 2019” ປີນີ້ ຈະນຳມາເຊິ່ງການທົດລອງໃໝ່ໃຫ້ແກ່ທ່ານຜູ້ຟັງຜູ້ຊົມ ເມື່ອສະແດງບົດເພງທຳນອງ Rock ຢູ່ເທິງເວທີສະແດງ. ທ່ານ ຫງວຽນຮ່ວາງຫວຽດ, ຜູ້ຕາງໜ້າຈັດຕັ້ງການສະແດງຂອງວົງດົນຕີປະສານສຽງ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:         “ ທຸກໆປີ ລາຍການແນະນຳບັນດາບົດປະພັນດົນຕີ ຫວຽດນາມ, ບັນດາບົດປະພັນດົນຕີຄຼາດສິກ ແຕ່ປີນີ້ ຈະມີບົດປະພັນດົນຕີໃໝ່, ນັ້ນແມ່ນບົດ rock symphony ໄດ້ຮັບສົມທົບກັບບົດເພງ “ຈິດວິນຍານຂອງຫີນ” ຂອງອະດີດນັກປະພົນດົນຕີ ເຈິ່ນເລິບ. ໄປຄຽງຄູ່ກັນນັ້ນ ຍັງມີບັນດາບົດເພງຄື: ມ້າດຳ ຂອງນັກປະພັນດົນຕີ ໂດ໊ກຽນເກືອງ ແລະ ບົດ Rhapsody ຫວຽດນາມ ຂອງນັກປະພັນດົນຕີ ໂດ໊ຮົ່ງກວນ. ປີນີ້ຍັງສະແດງ “ບົດເພງຊື່ສັດບໍລິສຸດ” ຂອງອະດີດນັກປະພັນດົນຕີ ຮ່ວາງເຢືອງ ທີ່ແຕ່ງໃຫ້ວົງດົນຕີ violin ແລະ ນັກສິລະປິນ ບູຍກົງຢຸຍ ຈະເປັນຜູ້ສະແດງ. ”         ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຄົວ 2019” ຍັງມີການເຂົ້າຮ່ວມຂອງບັນດານັກສິລະປິນຍອດຢ້ຽມ ພາຍຫລັງຖືກພາດໂອກາດສະແດງ. ນັກສິປະລິນດີເດັ່ນ ບູຍກົງຢຸຍ ມີຄວາມກະຕືລືລົ້ນເມື່ອໄດ້ເຂົ້າຮ່ວມລາຍການ ພາຍຫລັງຄ້າງຄາກັບວຽກງານມາເປັນເວລາຫລາຍປີ. ພ້ອມກັນນັ້ນ, ນັກຮ້ອງ ຈ້ອງເຕີ໋ນ ຈະໄດ້ພົບກັບທ່ານຜູ້ຊົມດ້ວຍບົດເພງທີ່ມີຊື່ວ່າ “ສິ່ງທີ່ຍືນຍົງຄົງຄົວ” ພາຍຫລັງຄ້າງຄາກັບວຽກງານມາເປັນເວລາ 1 ປີ. ນັກຮ້ອງ ຈ້ອງເຕີ໋ນ ແບ່ງປັນວ່າ:         “ ເມື່ອເຂົ້າຮ່ວມລາຍການແຕ່ລະຄັ້ງ ຂ້າພະເຈົ້າມີຄວາມກະຕືລືລົ້ນທີ່ສຸດ. ບັນດານັກສິລະປິນທີ່ຈະເຂົ້າຮ່ວມ ລ້ວນແຕ່ມີຄວາມຮັກຕໍ່ສິລະປະ, ເຊີດຊູສິລະປະ. ລາຍການຖືກດຳເນີນໃນວັນທີ 02 ກັນຍາ ເຊິ່ງກົງກັບວັນຊາດ ຫວຽດນາມ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍທີ່ສຸດໃນປີ. ໝູ່ເພື່ອນຂ້າພະເຈົ້າ ແລະ ພິເສດແມ່ນບັນດາຜູ້ຢູ່ໄກ ມີຄວາມຄອງຄອຍກ່ຽວກັບລາຍການນີ້ ແລະ ມີການກະທົບຕອບດີທີ່ສຸດ. ”         ລາຍການດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຈະດຳເນີນໃນວັນທີ 02 ກັນຍາ ກົງກັບວັນຊາດ ຫວຽດນາມ ໝັ້ນໝາຍວ່າ ຈະນຳມາເຊິ່ງການສະແດງບັນດາບົດເພງ ຫວຽດນາມ ທີ່ເຕັມໄປດ້ວຍສີສັນ ແລະ ມີການປ່ຽນແປງໃໝ່ໃຫ້ແກ່ຜູ້ຊົມທັງຫລາຍ./.
TAG
VOV/VOVworld/ດົນຕີປະສານສຽງແຫ່ງຊາດ/ສິ່ງທີ່ຍືນຍົງຄົງຕົວ/ຄວາມປະທັບໃຈ/ວັນຊາດ