ແຮງໃຈຊ່ວຍໃຫ້ຊາວໜຸ່ມ ແຂວງ ເຊີນລາ ເລີ່ມ Startup
04/06/2023 16:00
(VOVWORLD) - ການ startup ບໍ່ແມ່ນເລື່ອງທີ່ແປກໃໝ່ໃນໝູ່ສະມາຊິກຊາວໜຸ່ມອີກແລ້ວ, ແຕ່ເພື່ອສ້າງໄດ້ຮູບແບບສະຕາດອັບ (start up) ນັ້ນ, ແຫຼ່ງທຶນແມ່ນສິ່ງສວມບົດບາດສຳຄັນ. ຢູ່ ເຊີນລາ, ແຕ່ລະປີ ມີນັບສິບຮູບແບບ, ແນວຄວາມຄິດ start up ໄດ້ຜັນຂະຫຍາຍ ຍ້ອນແຫຼ່ງທຶນກູ້ຢືມບຸລິມະສິດຈາກໂຄງການ ວັນບຸນປະຢັດມັດທະຍັດ - ເພື່ອອະນາຄົດສີຂຽວ. ຜ່ານນັ້ນ, ກໍຊ່ວຍໃຫ້ຊາວໜຸ່ມ start up ພັດທະນາເສດຖະກິດຄອບຄົວ, ຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນປະຕິບັດເປົ້າໝາຍຫຼຸດອັດຕາຜູ້ທຸກຍາກແບບຍືນຍົງ, ການຄ້ຳປະກັນຊີວິດສັງຄົມ ແລະ ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.

ໂດຍກຳເນີດ ແລະ ເຕີບໂຕຢູ່ເຂດຊົນນະບົດ ແລະ ກໍແມ່ນເສົາຫຼັກຂອງຄອບຄົວ, ອ້າຍ ລໍ່ວັນດຶກ, ອາຍຸ 37 ປີ ຢູ່ບ້ານ ພຽງຫົວນາ, ຕາແສງ ເມື່ອງຈາຍ, ເມືອງ ເມື່ອງລາ, ແຂວງ ເຊີນລາ, ຍາມໃດກໍພະວ້າພະວັງຊອກຫາທິດທາງພັດທະນາເສດຖະກິດຄອບຄົວ. ອ້າຍ ດຶກ ຮູ້ສຶກໂຊກດີເມື່ອໄດ້ກູ້ຢືມ 100 ລ້ານດົ່ງ ຈາກ ດ້ວຍອັດຕາດອກເບ້ຍບຸລິມະສິດໂຄງການວັນບຸນປະຢັດມັດທະຍັດ - ເພື່ອອະນາຄົດສີຂຽວ ຂອງທະນາຄານນະໂຍບາຍສັງຄົມ, ເດືອນ ສິງຫາ 2021, ອ້າຍ ດຶກ ກໍມີຄວາມກ້າກັ່ນລົງທຶນລ້ຽງກະຊັງປາ 6 ກະຊວງແບບຖາວອນ ແທນໃຫ້ສອງກະຊັງທີ່ເຮັດດ້ວຍໄມ້ໄຜ່ຄືເມື່ອກ່ອນ.
TAG
VOV/VOVworld/start up/ປາກະຊັງ/ກຳລັງບົ່ມຊ້ອນ/ທະນາຄານນະໂຍບາຍ
Related








