ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີດ້ວຍການປູກດອກກ້ວຍໄມ້
09/11/2019 02:00
(VOVWORLD) -ດ້ວຍຈິດໃຈບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ, ຊອກຮູ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ອ້າຍ ຫງວຽນເຕິ໊ນເວືອງ ຢູ່ຕາແສງ ເລິມເຊີນ, ເມືອງ ນິງເຊີນ, ແຂວງ ນິງທ້ວນ ໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ ຈາກການປູກດອກກ້ວຍໄມ້. ອ້າຍເປັນໜຶ່ງໃນຖັນແຖວຊາວໜຸ່ມດີເດັ່ນ ຂອງແຂວງນິງທ້ວນ ມີຄວາມຕັດສິນໃຈເລີ່ມຕົ້ນທຸລະກິດ ຢູ່ໃນເກນອາຍຸ 30 ກວ່າປີ ຍ້ອນມີຄວາມເມົາມົວຫຼົງໄຫຼ, ກ້າຄິດ, ກ້າທຳ. ບົດຂຽນຂອງ VOV.

ອ້າຍ ຫງວຽນເຕິ໊ນເວືອງ ມີຄວາມນິຍົມຊົມຊອບສີສັນ ແລະ ກິ່ນຫອມຂອງດອກກ້ວຍໄມ້ທີ່ສຸດ ສະນັ້ນ ລາວຈຶ່ງໄດ້ປູກດອກກ້ວຍໄມ້ປ່າ ຫຼາຍຊະນິດ ເປັນຕົ້ນແມ່ນແມ່ນ: ລອງຕູ, ກິມດຽບ, ຮວ໋າຮວ່າງ, ຮົ່ງຍ້ານ,…ຫຼັງຈາກນັ້ນ ຈຶ່ງຮູ້ວ່າ ດອກກ້ວຍໄມ້ມີຄຸນຄ່າທາງດ້ານເສດຖະກິດສູງ, ມີຫຼາຍຄົນນິຍົມຊົມຊອບ ແລະ ຊອກຊື້ດອກກ້ວຍໄມ້ຢ່າງຫຼວງຫຼາຍ ສະນັ້ນ ລາວຈຶ່ງຕັດສິນໃຈເລີ່ມຕົ້ນທຸລະກິດດ້ວຍການປູກດອກກ້ວຍໄມ້.
TAG
VOV/VOVworld/ດອກກ້ວຍໄມ້/ເລີ່ມຕົ້ນທຸລະກິດ/ຫງວຽນເຕິ໊ນເວືອງ
Related








