VOV WorldVOV World
ເພີ່ມພູນຜະລິດຜົນຢູ່ສູນເຮືອນຮ້ານ DK1
07/03/2020 07:33
(VOVWORLD) - ໂດຍບໍ່ຫົວຊາຕໍ່ຄື້ນລົມແຮງ, ພະຍຸ, ແດດກ້າ ແລະ ແຫຼ່ງນ້ຳຖືກນ້ຳເຄັມຊຶມ, ບັນດາສວນຜັກຢູ່ສູນບໍລິການ - ເສດຖະກິດ - ວິທະຍາສາດ - ເຕັກນິກ, ເຊິ່ງມັກເອີ້ນກັນວ່າ ແມ່ນສູນເຮືອນຮ້ານ DK1, ຕັ້ງຢູ່ເຂດໄຫຼ່ທະວີບທາງພາກໃຕ້ ຫວຽດນາມ ຍັງບຸກບືນຂຶ້ນຢ່າງແຮງ.
ເພີ່ມພູນຜະລິດຜົນຢູ່ສູນເຮືອນຮ້ານ DK1
ຍ້ອນອີງໃສ່ສິ່ງດັ່ງກ່າວນັ້ນ ບັນດາຄາບເຂົ້າຂອງບັນດາພະນັກງານ, ນັກຮົບຢູ່ດ່ານໜ້າຂອງປະເທດຊາດ ບໍ່ພຽງແຕ່ມີຂອງກິນກະປ໋ອງເທົ່ານັ້ນ ແຕ່ຍັງມີທັງຜັກສົດ ແລະ ຊີ້ນໄກ່, ຊີ້ນເປັດ, ຊີ້ນໝູຕື່ມອີກ.    ເຖິງວ່າເນື້ອທີ່ນ້ອຍຄັບແຄບ, ບໍ່ສາມາດລ້ຽງປູກໄດ້ເປັນຈຳນວນຫລາຍກໍ່ຕາມ, ແຕ່ນັກຮົບຢູ່ເຮືອນຮ້ານແຕ່ລະຄົນ ກໍ່ສາມາດອອກແຮງງານທຳການເພີ່ມພູນຜະລິດຜົນ, ຮັບປະກັນໃຫ້ຄາບເຂົ້າມີທາດບຳລຸງຢ່າງຄົບຖ້ວນ ກຸ່ມສູນເຮືອນຮ້ານ DK1 ຕັ້ງຢູ່ເຂດດອນ ເກ໊ວເດື່ອງ, ຟຸກງວຽນ, ຕືຈິ໊ງ, ຟຸກເຕິ່ນ, ບາແກ່ ຢູ່ທ່າມກາງລົມທະເລທັງ 4 ທິດດິນຟ້າອາກາດຮ້າຍແຮງ, ເລື່ອງອອກແຮງງານເພີ່ມພູນຜະລິດຜົນ ເພື່ອຮັກສາໃຫ້ຄາບເຂົ້າມີຜັກສົດ, ຊີ້ນສົດກິນ ເພື່ອຮັບປະກັນສຸຂະພາບແຂງແຮງດີໃຫ້ແກ່ບັນດາພະນັກງານ, ນັກຮົບ ແມ່ນຄວາມຫຍຸ້ງຍາກທົບຕັ້ງຫລາຍເທົ່າ. ນັບແຕ່ປີ 2015 ເປັນຕົ້ນມາ, ເລື່ອງຈັດຕັ້ງການອອກແຮງງານເພີ່ມພູນຜະລິດຜົນ, ປັບປຸງຊີວິດການເປັນຢູ່ຢູ່ສູນເຮືອນຮ້ານ DK1 ໄດ້ຮັບການຍູ້ແຮງຈາກບັນດາກົມກອງຢູ່ສູນເຮືອນຮ້ານ. ບັນດາສູນເຮືອນຮ້ານໄດ້ພະຍາຍາມນຳໃຊ້ເນື້ອທີ່ ເພື່ອປູກຜັກ, ເພີ່ມທະວີຈັດຕັ້ງການຕຶກເບັດ, ເຮັດຄອກລ້ຽງໝູ, ໄກ່, ເປັດ…ເພື່ອແນໃສ່ປັບປຸງຊີວິດການເປັນຢູ່, ຍົກສູງກຳລັງສຸຂະພາບໃຫ້ແກ່ທະຫານ. ພັນຕີ ຫງວຽນວັນເລິມ, ຫົວໜ້າຜູ້ບັນຊາສູນເຮືອນຮ້ານ DK1/20 ໃຫ້ຮູ້ວ່າ: “ ປູກຜັກຕາມລະດູ, ແຕ່ເດືອນ ມີນາ ຫາເດືອນ ເມສາ ດິນຟ້າອາກາດເອື້ອອຳນວຍຄວາມສະດວກນັ້ນ ຈະປູກຜັກໄດ້ຫລາຍຊະນິດ, ເມື່ອຮອດລະດູທ້າຍປີ ຈະປູກໄດ້ແຕ່ຜັກມັນດ້າງ, ຜັກໝາກອຶ ຫຼື ຜັກປັງເທົ່ານັ້ນ. ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຈັດຕັ້ງການຕຶກເປັດຕື່ມອີກ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ອ້າຍນ້ອງທະຫານ.”  ຜັກທີ່ເປັນເຄືອ, ຜັກກາດ, ຜັກປັງ, ຜັກເຄືອຕົດໝາ ແມ່ນປູກງ່າຍທີ່ສຸດກັບເງື່ອນໄຂດິນຟ້າອາກາດຢູ່ສູນເຮືອນຮ້ານ ປັດຈຸບັນຢູ່ສູນເຮືອນຮ້ານຕ່າງໆ, ຖັງໂຟມ, ຖັງຢາງໄດ້ນຳມາໝູນໃຊ້ເຂົ້າໃນການປູກຜັກໝົດ ດ້ວຍດິນປູກຝັງທີ່ເອົາມາຈາກເຂດດິນຕໍ່ແຜ່ນ. ຕາມປະສົບການຂອງນັກຮົບທີ່ຢູ່ສູນເຮືອນຮ້ານແລ້ວ, ຜັກທີ່ເປັນເຄືອ, ຜັກກາດ, ຜັກປັງ, ຜັກເຄືອຕົດໝາ ແມ່ນປູກງ່າຍທີ່ສຸດກັບເງື່ອນໄຂດິນຟ້າອາກາດຢູ່ສູນເຮືອນຮ້ານ. ຍ້ອນເຫດນັ້ນ, ສວນຜັກຂອງສູນເຮືອນຮ້ານ DK1/20, ເຂດ ບາແກ່, ເຖິງວ່າມີເນື້ອທີ່ປະມານ 100 ຕາແມັດກໍ່ຕາມ, ແຕ່ທຸກໆເດືອນກໍ່ສາມາດຕອບສະໜອງຜັກສົດ, ຫົວຜັກທຸກຊະນິດໄດ້ຫລາຍກ່ວາ 80 ກິໂລກຼາມ. ທ່ານພັນຈັດຕະວາ ຟ້ານກົງຟຸງ, ຫົວໜ້າການເມືອງສູນເຮືອນຮ້ານ DK1/16, ໃຫ້ຮູ້ວ່າ: “ ດິນຟ້າອາກາດຢູ່ເຂດທະເລ DK ໂດຍພື້ນຖານແລ້ວ ແມ່ນມີ 2 ລະດູ, ລະດູຝົນ ແລະ ລະດູແລ້ງ. ດິນຟ້າອາກາດຮ້າຍແຮງ, ແດດຮ້ອນຫລາຍ, ລະດູຝົນແມ່ນເລີ່ມແຕ່ເດືອນ ພະຈິກ ຫາເດືອນ ກຸມພາ ປີຕໍ່ໄປ ແມ່ນມີພະຍຸພັດຜ່ານ, ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ກໍ່ຄືສະມັດຕະພາບການອອກແຮງງານເພີ່ມພູນຜະລິດຜົນຂອງສູນເຮືອນຮ້ານ, ລົມພັດແຮງເຮັດໃຫ້ຜັກຜືດຕາຍໝົດ, ບໍ່ສາມາດປູກໄດ້. ພວກຂ້າພະເຈົ້າຕ້ອງໄດ້ເຮັດແນວກັ້ງບັງ, ເຖິງວ່າມີແນວກັ້ງບັງແລ້ວກໍ່ຕາມ ແຕ່ກໍ່ບໍ່ສາມາດປູກຜັກໄດ້ 100%. ເວົ້າລວມແລ້ວ ການອອກແຮງງານເພີ່ມພູນຜະລິດຜົນໃນລະດູຝົນ, ພະຍຸແມ່ນມີຄວາມຫຍຸ້ງຍາກທີ່ສຸດ. ” ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງ, ຜ່ານຜ່າຄວາມຮ້າຍແຮງຂອງດິນຟ້າອາກາດ, ຂາດເຂີນກ່ຽວກັບບ່ອນພັກພາອາໄສ, ດິນປູກຝັງ, ບັນດາພະນັກງານ, ນັກຮົບຢູ່ສູນເຮືອນຮ້ານ DK1 ໄດ້ມີອາຫານສົດກິນໃນແຕ່ລະວັນ.  ເລື່ອງເລືອກເອົາແນວພັນສັດລ້ຽງ ໃຫ້ແທດເໝາະກັບສິ່ງແວດລ້ອມ, ດິນຟ້າອາກາດຢູ່ທະເລແມ່ນຍາກທີ່ສຸດ ຕັ້ງຢູ່ເຂດ ຟຸກເຕິ່ນ, ສູນເຮືອນຮ້ານ DK1/16 ແມ່ນໜຶ່ງໃນຈຳນວນໜ້ອຍສູນເຮືອນຮ້ານມີການພັດທະນາຮູບແບບລ້ຽງສັດ, ປູກຜັກຂຽວ, ປອດສານພິດທີ່ປະສົບຜົນສຳເລັດ. ກໍ່ຄືກັບການປູກຜັກ, ການລ້ຽງສັດຢູ່ເຮືອນຮ້ານກໍ່ລຳບາກກາກກຳທີ່ສຸດ. ເລື່ອງເລືອກເອົາແນວພັນສັດລ້ຽງ ໃຫ້ແທດເໝາະກັບສິ່ງແວດລ້ອມ, ດິນຟ້າອາກາດຢູ່ທະເລແມ່ນຍາກທີ່ສຸດ. ພຽງແຕ່ຂາດສະຕິໜ້ອຍໜຶ່ງນັ້ນ ກໍ່ຈະເຮັດໃຫ້ສັດລ້ຽງຕາຍທັງໝົດ. ບັນດາພະນັກງານ, ນັກຮົບໄດ້ຍາດແຍ່ງເວລາ ເພື່ອຮ່ຳຮຽນເອົາບັນດາຄວາມຮູ້ໃນການລ້ຽງສັດຈາກໜັງສືພິມ, ວິທະຍຸ, ໝູນໃຊ້ບັນດາບົດຮຽນພື້ນເມືອງເພື່ອນຳໃຊ້ເຂົ້າໃນການລ້ຽງສັດໃຫ້ດີກ່ວາ. ທ່ານພັນຈັດຕະວາ ເຈືອງແອັງດ່າວ, ເຮືອນຮ້ານ DK1/16, ແບ່ງປັນວ່າ: “ ພວກຂ້າພະເຈົ້າໄດ້ຖອດຖອນບົດຮຽນ ດ້ວຍບັນດາມາດຕະການພື້ນເມືອງຂອງປູ່ຍ່າຕາຍາຍສະໄໝກ່ອນຄື: ຕຳຜັກທຽມ, ໂຮຍປູນ, ເຮັດແນວກັ້ງບັງລົມ. ສິ່ງດັ່ງກ່າວທັງໝົດນັ້ນໄດ້ກາຍເປັນຄວາມຊິນເຄີຍ, ບໍ່ພຽງແຕ່ຮັບປະກັນໄດ້ໃນການລ້ຽງສັດເທົ່ານັ້ນ ແຕ່ຍັງສາມາດລ້ຽງໄດ້ເປັນຝູງອີກດ້ວຍ. ຄາບເຂົ້າໃນແຕ່ລະວັນ, ນອກຈາກອາຫານແຫ້ງແລ້ວ, ພວກຂ້າພະເຈົ້າກໍ່ສາມາດຕອບສະໜອງອາຫານສົດໄດ້ປະມານ 30%. ”  ທ່ານພັນຈັດຕະວາ ເຈືອງແອັງດ່າວ ບໍ່ນຳໃຊ້ຝຸ່ນເຄມີ ແຕ່ນຳໃຊ້ຝຸ່ນຊີວະພາບ, ບໍ່ນຳໃຊ້ຫົວອາຫານແຕ່ນຳໃຊ້ກົກ, ກ້ານຜັກຊະນິດຕ່າງໆ ແລະ ອາຫານເຫຼືອກິນມາເປັນອາຫານສັດລ້ຽງ. ວຽກງານຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ການປ້ອງກັນ, ຕ້ານເຊື້ອພະຍາດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ທ່ານຮ້ອຍເອກ ໂດ໊ວັນທຶ້ກ, ຜູ້ບັນຊາການສູນເຮືອນຮ້ານ DK1/18 ໃຫ້ຮູ້ວ່າ: “ ພາກສ່ວນເສນາຮັກຂອງກົມກອງເຄີຍກວດກາວຽກງານອະນາໄມໃນແຕ່ລະວັນ, ແຕ່ລະອາທິດ ແລະ ຜູ້ບັນຊາສູນເຮືອນຮ້ານໄດ້ຊຶມຊັບອ້າຍນ້ອງໝົດທຸກຄົນ ເພື່ອຮັບປະກັນບັນດາຂັ້ນຕອນເຮັດອະນາໄມໃນການລ້ຽງສັດໄດ້ເປັນຢ່າງດີ. ” ເຖິງວ່າເນື້ອທີ່ນ້ອຍຄັບແຄບ, ບໍ່ສາມາດລ້ຽງປູກໄດ້ເປັນຈຳນວນຫລາຍກໍ່ຕາມ, ແຕ່ນັກຮົບຢູ່ເຮືອນຮ້ານແຕ່ລະຄົນ ກໍ່ສາມາດອອກແຮງງານທຳການເພີ່ມພູນຜະລິດຜົນ, ຮັບປະກັນໃຫ້ຄາບເຂົ້າມີທາດບຳລຸງຢ່າງຄົບຖ້ວນ. ຕ່າງກັບຊຸມປີກ່ອນນີ້, ຜັກຍັງຂາດເຂີນ ບາງເທື່ອກໍ່ພໍ ແຕ່ໄດ້ເຮັດແກງເທົ່ານັ້ນ, ຊີ້ນສົດກໍ່ຕ້ອງໄດ້ປະຢັດກິນ, ແຕ່ມາໃນປັດຈຸບັນ, 100% ຄາບເຂົ້າຂອງບັນດາສູນເຮືອນຮ້ານລ້ວນແຕ່ມີຜັກ ແລະ ຊີ້ນສົດກິນ. ສິ່ງນີ້ ໄດ້ປະກອບສ່ວນປັບປຸງຄາບເຂົ້າ, ຍົກສູງສຸຂະພາບ, ຊ່ວຍບັນດາພະນັກງານ, ນັກຮົບຜ່ານຜ່າທຸກຄວາມຫຍຸ້ງຍາກ, ຂາດເຂີນ ເພື່ອຮັກສາເຂດທະເລອັນສັກກາລະບູຊາຂອງປະເທດຊາດໄວ້ໃຫ້ໝັ້ນຄົງ./.
TAG
VOV/VOVworld/ເພີ່ມພູນຜະລິດຜົນ/ສູນເຮືອນຮ້ານ DK1/ຜັກ​ສົດ/ຊີ້ນ​ໝູ