ເຊີດຊູປະທານໂຮ່ຈີມິນຕໍ່ໂລກ: ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ
16/05/2020 02:12
(VOVWORLD) - ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ປະເທດຊາດ ຫວຽດນາມ, ໃນຊຸມວັນເດືອນພຶດສະພານີ້, ບັນດາພາຫະນະສື່ມວນຊົນຢູ່ ຫວຽດນາມ ກໍ່ຄືສື່ມວນຊົນສາກົນ ໄດ້ໃຫ້ຂ່າວ, ຮູບພາບກ່ຽວກັບປະທານໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.

ສະ ເພາະ ແຕ່ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ (VOV), ເລື່ອງ ເຊີດ ຊູ ປະ ທານ ໂຮ່ ຈີ ມິນ ຜ່ານ ບັນ ດາ ລາຍ ການ ກະ ຈາຍ ສຽງ , ໜັງ ສື ພິມ ຂອງ ຕົນ ກໍໄດ້ຖືກລົງເລິກເປັນພິເສດ ເນື່ອງ ໃນ ໂອ ກາດ ເຫດການທີ່ມີຄວາມໝາຍສຳຄັນນີ້. ເຊີດຊູປະທານໂຮ່ຈີມິນຕໍ່ໂລກ ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ ໃນຕະຫລອດວິວັດແຫ່ງການພັດທະນາກ່ວາ 70ປີຜ່ານມາ, VOV ຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ຖືເປັນສຳຄັນ, ກຳນົດທີ່ຕັ້ງຂອງວຽກງານໂຄສະນາເຊີດຊູປະທານໂຮ່ຈີມິນ ແມ່ນພາລະກຳອັນສູງສົ່ງ ແລະ ສັກກາລະບູຊາ. ສິ່ງທີ່ສາມາດເຂົ້າໃຈໄດ້ງ່າຍ ນັ້ນແມ່ນຍ້ອນວ່າປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ VOV. ດ້ວຍຄຳສັ່ງຂອງເພິ່ນ, ພາຍຫລັງປະທານ ໂຮ່ຈີມິນ ຖະແຫຼງຕໍ່ໂລກກ່ຽວກັບການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ພຽງ 5 ວັນເທົ່ານັ້ນ, ເວລາ 11 ໂມງ 30 ນາທີ ຂອງວັນທີ 07 ກັນຍາ 1945, VOV ມີຄວາມເອກອ້າງທະນົງໃຈອອກອາກາດສຽງເວົ້າຫວຽດນາມ, ສຽງເວົ້າທີ່ມີຄວາມເສລີທຳອິດຂອງປະເທດເອກະລາດ. ຖະແຫຼງການປະກາດສະຖາປະນາປະເທດ ຫວຽດນາມ ເອກະລາດໂດຍປະທານ ໂຮ່ຈີມິນ ກ່າວຢູ່ສະໜາມຫລວງ ບາດິ່ງ ໃນຕອນບ່າຍວັນທີ 02 ກັນຍາ 1945, VOV ໄດ້ແປເປັນພາສາອັງກິດ, ຝຣັ່ງ, ກ໋ວາງຕູງ (ຈີນ) ແລະ ໄດ້ອອກອາກາດໄປທົ່ວທຸກທະວີບໃນໂລກເປັນເທື່ອທຳອິດ. ນັ້ນແມ່ນວິທີ ເຊິ່ງ VOV ໄດ້ນຳເອົາພາບພົດປະທານໂຮ່ຈີມິນ ອອກສູ່ໂລກ, ເປັນຂີດໝາຍທຳອິດກ່ຽວກັບເລື່ອງ VOV ຍາມໃດກໍ່ແມ່ນພາຫະນະສື່ມວນຊົນທີ່ມີປະສິດທິພາບ, ໂຄສະນາ, ເຊີດຊູພາບພົດປະເທດ ຫວຽດນາມ ໃໝ່ ແລະ ປະທານ ໂຮ່ຈີມິນ ຢູ່ຕ່າງປະເທດຢ່າງຕໍ່ເນືື່ອງ. ທ່ານ ຫງວຽນເຖ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ: “ ຕ້ອງ ເວົ້າ ວ່າ VOV ແມ່ນ ອົງການສື່ມວນຊົນ ທີ່ ໄດ້ ທຸ້ມ ເທ ເຫື່ອ ແຮງ , ມີ ຄວາມ ອົດ ທົນ ແລະ ມີ ຫົວ ຄິດປະ ດິດ ສ້າງທີ່ ສຸດ ໃນວຽກ ງານ ໂຄ ສະ ນາດ້ານ ແນວ ຄິດ , ຄຸນ ສົມ ບັດ , ວັດ ທະ ນະ ທຳ ແລະ ແບບ ແຜນ ການ ດຳ ລົງ ຊີ ວິດຂອງ ປະ ທານ ໂຮ່ ຈີ ມິນ ໃຫ້ ເພື ່ອນ ມິດ ສາ ກົນ . ເມື່ອ ໂຄ ສະ ນາ ກ່ຽວ ກັບ ຊິ ວິດ , ພາ ລະ ກິດ ຂອງ ປະ ທານໂຮ່ ຈີ ມິ ນ ໃຫ້ ໂລກຮັບ ຮູ້ນັ້ນ , ກ່ອນ ອື່ນ ໝົດ , VOV ໄດ້ ກຳ ນົດ ຍ້ອນ ວ່າ ປະ ທານ ໂຮ່ ຈີ ມິນ ທັງ ແມ່ນ ບຸກ ຄົນ ຂອງ ຫວຽດ ນາມ , ທັງ ແມ່ນບຸກ ຄົນຂອງມວນ ມະ ນຸດ , ທັງ ແມ່ນບຸກ ຄົນຂອງ ອະ ດີດຕະ ການ ແລະ ອະ ນາ ຄົດ . ” ທ່ານ ຫງວຽນເຖ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍຫານໃຫຍ່ VOV VOV ມີຄວາມເອກອ້າງທະນົງໃຈເປັນອົງການສື່ມວນຊົນຫຼັກແຫຼ່ງໃນວຽກງານໂຄສະນາຖະແຫຼງຂ່າວໃຫ້ຕ່າງປະເທດຂອງພັກ, ລັດ ແລະ ລັດຖະບານ, ໃນນັ້ນ ມີການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ ຢູ່ຕ່າງປະເທດ. ບັນດາຮູບການເຊີດຊູໄດ້ສະແດງໃຫ້ເຫັນຫລາຍຮູບຫລາຍແບບ, ອຸດົມສົມບູນ, ເປັນປະຈຳ, ຕໍ່ເນື່ອງ ແລະ ມີການສົມທົບກັບຫລາຍອົງການ, ກົມກອງຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງໃນຫາງສຽງສາກົນ. ນາງ ຫງວຽນຖູຍເວິນ ແມ່ນໜຶ່ງໃນບັນດານັກຂ່າວ VOV ປະຈຳຢູ່ ຝຣັ່ງ ເປັນເວລາຫລາຍປີ ແລະ ໄດ້ຈັດຕັ້ງ, ເຂົ້າຮ່ວມການຈັດຕັ້ງ, ປະຕິບັດບັນດາລາຍການ, ເຫດການ ແລະ ການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ ໂດຍກົງ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ແບ່ງປັນວ່າ: “ ນອກ ຈາກ ວຽກ ງານ ໃຫ້ ຂ່າວ , ສ ່ອງ ແສງ ທຸກ ການ ເຄື່ອນ ໄຫວ ເຊິ່ງສະ ຖານ ທູດ , ສະ ມາ ຄົມ ຊາວ ຫວຽດ ນາມ ອາ ໄສຢູ່ ຝ ຣັ່ງ ຈັດ ຕັ້ງ ເພື່ອ ເຊີດ ຊູ ປະ ທານ ໂຮ່ ຈີ ມິນ , ບັນ ດາ ລາຍ ການ ໂອ້ ລົມ ສົນ ທະ ນາ ກ່ຽວ ກັບ ປະ ທານ ໂຮ່ ຈີ ມິນ ໂດຍ ສະ ຖານ ທູດ ຈັດ ຕັ້ງ , ບັນ ດ າ ການ ເຄື່ອນ ໄຫວ ເຊີດ ຊູ ປະ ທານ ໂຮ່ ຈີ ມິນ ໃຫ້ ເພື່ອນ ມິດ ຝ ຣັ່ງ ແລ້ວ , ພວກ ຂ້າ ພະ ເຈົ້າ ຍັງ ມີ ບັນ ດາ ການ ເຄື່ອນ ໄຫວ ພິ ເສດ , ສະ ເພາະ ທີ່ ສຸດ ຢູ່ ຝ ຣັ່ງ ຄື ຊອກ ຮູ ້ , ໂຄ ສະ ນາ ກ່ຽວ ກັບ ບັນ ດາ ສະ ຖານ ທີ່ ປະ ຫວັດ ສາດ ທັງ ໝົດ ເຊິ່ງ ປະ ທານ ໂຮ່ ຈີ ມິນ ເຄີຍ ມາ , ບັນ ດາ ເອ ກະ ສານ ກ່ຽວ ກັບ ປະ ທານ ໂຮ່ ຈີ ມິນ ໃນ ຂະ ນະ ທີ່ ເພິ່ນ ເຄື່ອນ ໄຫວ ຢູ່ ຝ ຣັ່ງ ອາດ ຈະ ແມ່ນ ສິ່ງ ທີ່ ມີ ຄຸນ ຄ່າ ທີ່ ສຸດ ໃນ ໂລກ . ” ໃນວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຂອງ VOV ເວົ້າລວມ, ການເຄື່ອນໄຫວໂຄສະນາເຊີດຊູປະທານ ໂຮ່ຈີມິນ ໃຫ້ໂລກຮັບຮູ້ເວົ້າສະເພາະ, ແມ່ນຕ້ອງໄດ້ເວົ້າເຖິງພະແນກບັນນາທິການບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5), ຫົວໜ່ວຍບັນນາທິການໜຶ່ງດຽວຢູ່ ຫວຽດນາມ ທີ່ໄດ້ແປພາສາ, ອອກອາກາດ ແລະ ເອົາລົງຜ່ານທາງເວັບໄຊ 13 ພາສາແຕກຕ່າງກັນໃນໂລກ. ເປັນຫົວໜ່ວຍສື່ມວນຊົນທີ່ມີຫລາຍພາສາທີ່ສຸດໃນວົງການສື່ມວນຊົນ ຫວຽດນາມ ໃນທຸກວັນນີ້, VOV5 ແມ່ນກຳລັງນຳໜ້າ, ຫຼັກແຫຼ່ງຂອງ VOV ໃນວຽກງານໂຄສະນາ, ເຊີດຊູພາບພົດ, ຊີວິດຂອງປະທານ ໂຮ່ຈີມິນ ໃຫ້ໂລກຮັບຮູ້, ຊ່ວຍໃຫ້ມວນຊົນ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ຕໍ່ພາລະກິດການປະຕິວັດຫວຽດນາມ ກໍ່ຄືການຕໍ່ສູ້ລວມຂອງບັນດາຊົນຊາດເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມຜູກພັນລະຫວ່າງບັນດາຊົນຊາດ. ທ່ານ ຫງວຽນຕ໊ຽນລອງ, ຫົວໜ້າພະແນກບັນນາທິການບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຢືນຢັນວ່າ: “ ເລື່ອງ ເ ຊີດ ຊູ , ໂຄ ສະ ນາ ພາບ ພົດ ປະ ທານ ໂຮ່ ຈີ ມິນ ຢູ່ພະ ແນກ ບັນ ດາ ລາຍ ການ ພາ ສາ ຕ່າງ ປະ ເທດ , ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ , ຫົວໜ່ວຍ ສື່ມວ ນ ຊົນ ຖະ ແຫຼງ ຂ່າວ ໃຫ້ ຕ່າງ ປະ ເທດ ທີ່ ມີ ຫລາຍ ພາ ສາ ຕ່າງປະເທດ ທີ່ ສຸດ , ໃຫຍ່ທີ່ ສຸດໃນ ທົ່ວ ປະ ເທດ , ໄດ້ດຳ ເນີນ ເປັນ ປະ ຈຳ , ຕໍ່ ເນື່ອງ ບໍ່ ພຽງ ແຕ່ ສຸມ ໃສ່ ບັນ ດາ ໂອ ກາດ ສະ ເຫຼີມ ສະຫຼອງ ຫຼື ຕິດ ພັນ ກັບ ບັນ ດາບັ້ນ ໂຄ ສະ ນາ ໃຫຍ່ ສະ ນັ້ນ ຈຶ່ງໄດ້ ດຶງ ດູ ດ ຄວາມ ສົນ ໃຈ ເປັນ ພິ ເສດ ທີ່ ສຸດ . ເລື່ອງ ເຊີດ ຊູນັ້ນ ໄດ້ ສະ ແດງ ອອກຜ່ານ ບັນ ດາ ລາຍ ການ ກະຈາຍສຽງ ເປັນຕົ້ນແມ່ນລາຍການ ຂ່າວ , ບົດ ຄວາມ , ບົດ ສາ ລະ ຄະ ດີໃນ ແຕ່ ລະ ວັ ນ ກ່ຽວ ກັບ ຜູ ້ ນຳ ທີ່ໃກ້ ຊິດສະ ໜິດ ສະ ໜົມ ທີ່ ສຸດ , ແຕ່ ພັດມີ ການ ປະ ກອບ ສ່ວນ ອັນ ຍິ່ງ ໃຫຍ່ ບໍ່ ພ ຽງ ແຕ່ ໃຫ້ ຫວຽດ ນາມ ເທົ່າ ນັ້ນ ຫາກ ຍັງ ໃຫ້ທັງ ບັນ ດາຊົນ ຊາດ ທີ່ ຕໍ່ ສູ້ເພື່ອ ເອ ກະ ລາດ , ປະ ຊ າທິ ປະ ໄຕ ໃນ ທົ່ວ ໂລກ ອີກ ດ້ວຍ . ” ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມເຄົາລົບນັບຖືຕໍ່ທ່ານປະທານ ໂຮ່ຈີມິນ, VOV ໄດ້, ພວມ ແລະ ຈະສືບຕໍ່ປະຕິບັດວຽກງານໂຄສະນາ ແລະ ເຊີດຊູປະທານ ໂຮ່ຈີມິນ, ບັນດາການອຸທິດສ່ວນອັນຍິ່ງໃຫຍ່ທີ່ມີຄຸນຄ່າປະຫວັດສາດ ແລະ ຍຸກສະໄໝຂອງເພິ່ນໃຫ້ໂລກຮັບຮູ້ໄດ້ເປັນຢ່າງດີ./.
TAG
VOV/VOVworld/ເຊີດຊູ/ປະທານໂຮ່ຈີມິນ/ພາລະກຳອັນສູງສົ່ງ/ວິທະຍຸກະຈາຍສຽງຫວຽດນາມ
Related








