VOV WorldVOV World
ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ
06/07/2019 04:30
(VOVWORLD) - ເມື່ອສັງຄົມນັບມື້ນັບພັດທະນາ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຊີວິດການເປັນຢູ່ຍິ່ງໄດ້ຮັບການເອົາໃຈໃສ່, ພິເສດແມ່ນບັນດາການເຄື່ອນໄຫວວົງຄະນະຍາດ ມຸ່ງໄປເຖິງບັນດາເປົ້າໝາຍແມ່ນເດັກນ້ອຍ.
ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ
 ບັນດາເຂດລະຫຼິ້ນບັນເທີງວົງຄະນະຍາດໄດ້ຮັບການເປີດກ້ວາງໄປທົ່ວທຸກບ່ອນ, ດ້ວຍບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນ ແລະ ມີຜົນປະໂຫຍດ, ບັນດາຮູບການເຂົ້າຮ່ວມການລະຫຼິ້ນກໍ່ເປັນເອກະລັກສະເພາະທີ່ສຸດ. ຕໍ່ໜ້າບັນດາຮູບແບບການລະຫຼິ້ນທີ່ເປັນເອກະລັກສະເພາະ ທີ່ນັບມື້ນັບໄດ້ພັດທະນາຢ່າງກ້ວາງຂວາງໄປທົ່ວສັງຄົມນັ້ນ, ໃນແຕ່ລະຄອບຄົວ, ແຕ່ລະຄົນລ້ວນແຕ່ບຸລິມະສິດໃຫ້ແກ່ບັນດາສະມາຊິກທີ່ເປັນເດັກໃນຄອບຄົວ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼິ້ນໃນສັງຄົມ, ໄດ້ຄົ້ນຫາບັນດາຮູບແບບການລະຫຼິ້ນທີ່ມີຢູ່ໃນທ້ອງຖິ່ນທີ່ຕົນພວມດຳລົງຊີວິດ.  ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ (ພາບອິນເຕີແນັດ) ເມື່ອໂອກາດລະດູຮ້ອນວຽນມາ ຫຼື ງານບຸນຕ່າງໆ, ຢູ່ສວນສາທາລະນະ ເກົ່າໄຢ໊, ຮ່າໂນ້ຍ, ພັດຄັບຄາໜາແໜ້ນກ່ວາລະດູປົກກະຕິ. ຍ້ອນວ່າຫລາຍຄອບຄົວໄດ້ໃຫ້ລູກຫຼານຂອງຕົນໄປຫຼິ້ນບັນດາການລະຫຼິ້ນຢູ່ກາງແຈ້ງຄື: ປີນເຊືອກແມງມຸມ, ໂຫນເຊືອກ, ຂີ່ໄມ້ເດື່ອງດ່າງ…ເອື້ອຍ ຈິ້ງທິແທັງ ຢູ່ ອານແຄ໊ງ, ເມືອງ ຮ່ວາຍດຶກ, ຮ່າໂນ້ຍ ໃຫ້ຮູ້ວ່າ:  “ມານີ້ບັນຍາກາດປອດໂປ່ງເຢັນສະບາຍ ເພື່ອໃຫ້ພວກລູກພ້ອມກັນລະຫຼິ້ນ, ພ້ອມກັນມ່ວນຊື່ນ. ທຳມະດາແມ່ນໄປເຮັດວຽກເລີຍ ບໍ່ມີເວລາພາລູກໄປຫຼິ້ນ, ແຕ່ວ່າມື້ນີ້ໄດ້ພັກ ຈຶ່ງໄດ້ພາພວກລູກອອກມາເຊື່ອມຕົວເຂົ້າກັບສິ່ງແວດລ້ອມ ເພື່ອໃຫ້ລູກໆມີຄວາມຮູ້ສຶກໄດ້ສະພາບຕົວຈິງກ່ວາ.” ນອກຈາກບັນດາສວນສາທາລະນະທີ່ດຶງດູດປະຊາຊົນມາລະຫຼິ້ນ, ບັນເທີງເປັນຈຳນວນຫລວງຫລາຍແລ້ວ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ກໍ່ແມ່ນສະຖານທີ່ທີ່ມີແຂກທ່ອງທ່ຽວມາຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາວັດທະນະທຳຂອງບັນດາຊົນເຜົ່າອ້າຍນ້ອງ. ອ້າຍ ເຈິ່ນວັນດ້າຍ, ເມືອງ ເກົ່າໄຢ໊, ຮ່າໂນ້ຍ ແບ່ງປັນວ່າ: “ໃນຊຸມວັນພັກຫລາຍມື້ ພວກຂ້າພະເຈົ້າມັກພາພວກລູກໄປຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາຕົວຈິງຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ເພື່ອໃຫ້ພວກລູກມີຄວາມເຂົ້າໃຈຕື່ມ ກ່ຽວກັບ 54 ຊົນເຜົ່າອ້າຍນ້ອງຂອງປະເທດເຮົາ. ຜ່ານນັ້ນ, ຊ່ວຍໃຫ້ພວກລູກຮູ້ໄດ້ບັນດາຈຸດວັດທະນະທຳຂອງຊາວ ຫວຽດນາມ. ນອກນັ້ນ ກໍ່ໃຫ້ພວກລູກໄປຫຼິ້ນຢູ່ສູນການຄ້າ ເພື່ອຊື້ເຄື່ອງຂອງ ແລະ ເຂົ້າຮ່ວມບັນດາການລະຫຼິ້ນຢູ່ທີ່ນີ້.”
TAG
VOV/VOVworld/ການລະຫລິ້ນ/ສິດ/ທັກສະ/ເດັກນ້ອຍ