ຂະແໜງກະສິກຳ ແລະ ປ່າໄມ້ ມະຫາວິທະຍາໄລ ເກິ່ນເທີ ສ້າງຊື່ສຽງຮຽງນາມ ໃຫ້ແກ່ຫວຽດນາມ
04/04/2020 06:00
(VOVWORLD) - ຕົ້ນເດືອນ ມີນາ ຜ່ານມາ, ອົງການສຶກສາໂລກ Quacquarelli Symonds (QS) ໄດ້ປະກາດຕາຕະລາງຈັດອັນດັບມະຫາວິທະຍາໄລຕາມຂົງເຂດປີ 2020. ໃນນັ້ນ, ຫວຽດນາມ ມີມະຫາວິທະຍາໄລ 4 ແຫ່ງໄດ້ມີຊື່ຢູ່ໃນຕາຕະລາງຈັດອັນດັບດັ່ງກ່າວ.

ສິ່ງ ທີ່ ເປັນ ໜ້າ ສົນ ໃຈ ນັ້ນ ແມ່ນ ຂະ ແໜງ ກະ ສິ ກຳ ແລະ ປ່າ ໄມ້ , ມະ ຫາ ວິ ທະ ຍາ ໄລ ເກິ່ນເທີ ຖືກຈັດ ຢູ່ ອັນ ດັບ ສູງ ສຸດ , ຂຶ້ນ ກັບ ຂົງ ເຂດ ຊີ ວິ ດວິ ທະ ຍາ ສາດ ແລະ ແພດ ສາດ ຂອງ QS 2020. ນີ້ ແມ່ນ ວິ ວັດ ການ ແຫ່ງ ຄວາມມາ ນະ ພະ ຍາ ຍາມ ຢ່າງບໍ່ ຢຸດຢັ້ງ ຂອງຄູ ອາຈານ ແລະ ນັກ ຮຽນ ຢູ່ ມະ ຫາ ວິ ທະ ຍາ ໄລ ເກິ່ນເທີ ໃນ ຫລາຍ ປີ ຜ່ານ ມາ . ມະ ຫາ ວິ ທະ ຍາ ໄລ ເກິ່ນເທີ (ພາບ: SGGP.VN ) ປີ 2020, ຕາຕະລາງຈັດອັນດັບຮາກຖານການສຶກສາມະຫາວິທະຍາໄລຕາມຂົງເຂດວິຊາສະເພາະ ໂດຍ QS ປະກາດຈັດອັນດັບນັ້ນແມ່ນມີສະຖາບັນ, ມະຫາວິທະຍາໄລ 1.368 ແຫ່ງ ທີ່ມາຈາກ 158 ປະເທດ ແລະ ເຂດແຄ້ວນ. ຕາມນັ້ນແລ້ວ, ກຸ່ມຂະແໜງກະສິກຳ ແລະ ປ່າໄມ້, ລວມມີບັນດາຂະແໜງການຄື: ການປູກຝັງ, ລ້ຽງສັດ, ສິນໃນນ້ຳ, ຂອງມະຫາວິທະຍາໄລ ເກິ່ນເທີ ໄດ້ຈັດຢູ່ອັນດັບທີ 1 ໃນ ຫວຽດນາມ ແລະ ໄດ້ຈັດຢູ່ກຸ່ມອັນດັບທີ 251 – 300 ໃນໂລກ. ນີ້ກໍ່ແມ່ນມະຫາວິທະຍາໄລໜຶ່ງດຽວຂອງ ຫວຽດນາມ ທີ່ມີຊື່ໃນຕາຕະລາງຈັດອັນດັບໂລກໃນກຸ່ມຂະແໜງດັ່ງກ່າວ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ, ຫົວໜ້າພະແນກກະສິກຳ, ມະຫາວິທະຍາໄລ ເກິ່ນເທີ ໃຫ້ຮູ້ວ່າ: ບັນດາມະຫາວິທະຍາໄລຖືກຈັດອັນດັບ ຕ້ອງອີງໃສ່ 4 ມາດຖານຄື: ມີຊື່ສຽງດ້ານວິຊາການສຶກສາ (Academic Reputation), ມີຊື່ສຽງດ້ານການຮັບສະໝັກ (Employer Reputation), ໄດ້ຄັດສະເໜີໃນບົດໜັງສືພິມ ແລະ ດັດຊະນີ H (H-index). ໃນໄລຍະມໍ່ໆມານີ້, ດັດຊະນີ H ໄດ້ຮັບການສະເໜີຄືດັ່ງໄມ້ວັດແທກກ່ຽວກັບສະມັດຕະພາບການເຮັດວຽກ, ຜົນສະທ້ອນຂອງໂຄງການຄົ້ນຄວ້າເຖິງປະຊາຄົມວິທະຍາສາດສາກົນ ແລະ ຄວາມຮັບຮູ້ຂອງເພື່ອນຮ່ວມອາຊີບໃນຂະແໜງຂອງນັກວິທະຍາສາດ. ສະເພາະແຕ່ດັດຊະນີດັ່ງກ່າວ, ຂະແໜງກະສິກຳ ແລະ ປ່າໄມ້ຂອງມະຫາວິທະຍາໄລ ເກິ່ນເທີ ບັນລຸຄະແນນໄດ້ 62.4 ຄະແນນ, ສູງສຸດໃນ 4 ມາດຖານ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ ໃຫ້ຮູ້ວ່າ: “ ໃນ ຊຸມ ປີມໍ່ ໆ ມານີ້ , ການ ຈັດ ອັນ ດັບ ເລີ່ມ ມ ີ ຄວາມ ສົນ ໃຈ , ພື້ນ ຖານ ປ ະ ຫວັດ ສາດ ນັບ ແຕ່ ກ່ອນມາ ຮອດ ປັດ ຈຸ ບັນ ແມ່ນພົ້ນເດັ່ນຂຶ້ນ ແລະ ໄດ້ຮັບ ພື້ນ ຖານ ມີຄວາມ ໝັ້ນ ແກ່ນ ທີ່ ສຸດ . ປັດ ຈຸ ບັນ , QS ໄດ້ ນຳ ຂະ ແໜງ ກະ ສິ ກຳ ແລະ ປ່າ ໄມ້ ເຂົ້າ ໃນ ຕາ ຕະ ລາງ ຈັດ ອັນ ດັບ ນັ້ນ ໄດ້ສະ ແດງ ໃຫ້ ເຫັນ ວ່າ ໂລກ ຕີ ລາ ຄາ ສູງ ຕໍ່ ຂະ ແໜງ ກະ ສິ ກຳ ຂອງ ມະ ຫາ ວິ ທະ ຍາ ໄລ ເກິ່ນເທີ . ພວກ ຂ້າ ພ ະ ເຈົ້າ ມາ ນະ ພະ ຍາ ຍາມ ບໍ່ ພຽງ ແຕ່ເພື່ອໃຫ້ ໄດ້ ຈັດ ອັນ ດັບ ເທົ່ານັ້ນ ແຕ່ ພວກຂ້າພະເຈົ້າ ມາ ນະ ພະ ຍາ ຍາມ ແມ່ນ ເພື່ອ ໃຫ້ ຂະ ແໜງ ກະ ສິ ກຳ ຂອງ ມະ ຫາ ວິ ທະ ຍາ ໄລ ເກິ່ນເທີ ນັບ ມື້ ນັບ ດີ ຂຶ້ນ . ” ພະແນກກະສິກຳ ມະຫາວິທະຍາໄລ ເກິ່ນເທີ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1968. ມີໜ້າທີ່ຕົ້ນຕໍ ແມ່ນບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຊີເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ທົ່ວປະເທດ ໃນຂົງເຂດຕ່າງໆຄື: ການປູກຝັງ, ລ້ຽງສັດ ແລະ ການປຸງແຕ່ງສະບຽງອາຫານ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ ຫລາຍປີມານີ້, ພະແນກກະສິກຳຂອງມະຫາວິທະຍາໄລ ຍາມໃດກໍ່ຮຽງບ່າຮຽງໄຫຼ່ໄປພ້ອມກັບທົ່ວມະຫາວິທະຍາໄລ ສ້າງແຜນນະໂຍບາຍຍູ້ແຮງການເຂົ້າຮ່ວມໃນການຈັດອັນດັບລວມ ແລະ ກຳນົດທິດບັນດາຂົງເຂດທີ່ມີທ່າແຮງ. ມະຫາວິທະຍາໄລ ເກິ່ນເທີ ໄດ້ຕັ້ງໜ້າປັບປຸງດ້ານວິຊາການດ້ານສຶກສາໃຫ້ມີຊື່ສຽງ ໂດຍຜ່ານຫຼັກສູດການບຳລຸງສ້າງ, ການສິດສອນ ແລະ ພິເສດແມ່ນຍູ້ແຮງການເຄື່ອນໄຫວດ້ານວິຊາການສຶກສາ ແລະ ປະກາດວິທະຍາສາດ. ທ້າວ ຫງວຽນດ່ວານກວ໊ກຢຸຍ, ນັກຄົ້ນຄວ້າປະລິນຍາໂທ ຂະແໜງວິທະຍາສາດປູກຕົ້ນໄມ້ ແລະ ນາງ ຫວໍທິເຟືອງຕຽນ, ນັກສຶກສາປະລິນຍາຕີ ປີທີ 3 ຂະແໜງລ້ຽງສັດ, ຂຶ້ນກັບພະແນກກະສິກຳແບ່ງປັນວ່າ: “ ໃນ ວິ ວັດ ການ ຮ່ຳຮຽນ ນັບແຕ່ ຕອນ ຍັງ ຮຽນປະລິນຍາຕີ , ຈົນ ເຖິງ ເວລາທີ່ນ້ອງມາຄົ້ນຄວ້າ ປະ ລິນ ຍາ ໂທຢູ່ ໂຮງ ຮຽນ ນ້ອງ ເຫັ ນ ວ່າ ບັນ ດາ ວິ ທີ ການ ສິດ ສອນ ເລີ່ມ ມີການ ປ່ຽນ ແປງ ໃໝ່ ແລະ ອັນທີ່ ປ່ຽນ ແປງ ຫຼາຍກວ່າໝູ່ແມ່ນ ວິ ທີ ການ ແລກ ປ່ຽນ ຂອງຄູອາຈານ ກັບ ນັກ ສຶກ ສາ ກໍ່ ຄື ກັບ ນັກຄົ້ນຄວ້າ ປະ ລິນ ຍາ ໂທ . ” “ ກ່ຽວ ກັບ ຂົງ ເຂດ ກະ ສິ ກຳ , ນ້ອງ ຮູ້ ສຶ ກ ມີ ຄວາມ ເອກ ອ້າງ ທະ ນົງ ໃຈ ທີ່ ສຸດ , ໄປ ຄຽງ ຄູ່ ກັບ ການ ຮ່ຳ ຮຽນ ຢູ່ ໃນ ຫ້ອງ ຮຽນ ແລ້ວ , ນ້ອງ ຍັງມາ ນະ ພະ ຍາ ຍາມ ເຂົ້າ ຮ່ວມ ການ ຄົ້ນ ຄວ້າ ວິ ທະ ຍາ ສາດ ໃນໝູ່ ນັກ ສຶກ ສາ ນຳກັນອີກດ້ວຍ . ” ໄດ້ມີຊື່ຢູ່ໃນຕາຕະລາງຈັດອັນດັບຂອງໂລກ QS ຈະແມ່ນທ່າແຮງຢ່າງໃຫຍ່ຫລວງໃຫ້ແກ່ມະຫາວິທະຍາໄລ ເກິ່ນເທີ ໃນການສືບຕໍ່ຍູ້ແຮງການພັດທະນາບັນດາຂະແໜງຮຽນ, ດຶງດູດນັກສຶກສາ; ພິເສດແມ່ນ ຈະປະກອບສ່ວນໃຫ້ແກ່ການພັດທະນາຂອງຂົງເຂດດັ່ງກ່າວສຳລັບປະເທດຊາດ, ເປັນຕົ້ນແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລຫວຽດຢຸງ, ຮອງອະທິການບໍດີ ມະຫາວິທະຍາໄລເກິ່ນເທີ ໃຫ້ຮູ້ວ່າ: “ ສຳ ລັບ ຂ່າວ ດີ ຂອງ ຂະ ແໜງ ກະ ສິ ກຳ ນີ້ , ນອກ ຈາກ ການ ລົງ ທຶນ ຕື່ມ ອີກ ແລ້ວ ທາງ ໂຮງ ຮຽນ ຍັງ ມີ ບັນ ດາ ແຜນນ ນະ ໂຍ ບາຍ , ນະ ໂຍ ບາຍ ທີ່ເໝາະ ສົມ ກ່ ວາ ເພື່ອ ເຮັດ ໃຫ້ ການ ພັດ ທະ ນານີ້ ດີ ກ່ ວາ . ແຕ່ກໍ່ ຈະເບິ່ງຂະ ແໜງ ອື່ນ ແລະ ພິ ຈາ ລະ ນາ ວ່າ ເປັນຫຍັງ ຂະ ແໜງ ອື່ນຈຶ່ງເຮັດບໍ່ໄດ້ ? ຍັງຖືກຈຳ ກັດ ຫຍັງ , ພັດ ທະ ນາ ຂະແໜງນີ້ແລ້ວ ຂະແໜງອື່ນກໍ່ ຕ້ອງ ພັດ ທະ ນາ ໄປພ້ອມໆກັນ ໃຫ້ ມັນ ຄົບ ຊຸດ .” ຢືນຢູ່ອັນດັບທີ 251 – 300 ໃນຕາຕະລາງຈັດອັນດັບຂອງໂລກ QS ໄດ້ສ້າງ ຂີດໝາຍແຫ່ງຄວາມມານະພະຍາຍາມໃນການພັດທະນາ ໃນຕະຫລອດ 54 ປີທີ່ຜ່ານມາຂອງຄູອາຈານ ແລະ ນັກຮຽນມະຫາວິທະຍາໄລ ເກິ່ນເທີ ເວົ້າລວມ ແລະ ຂອງກຸ່ມຂະແໜງກະສິກຳ - ປ່າໄມ້ເວົ້າສະເພາະ. ຫວັງວ່າ, ໃນໄລຍະຈະມາເຖິງ, ມະຫາວິທະຍາໄລ ເກິ່ນເທີ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຕື່ມອີກ ເພື່ອພັດທະນາເສດຖະກິດສັງຄົມ, ພິເສດແມ່ນຂົງເຂດກະສິກຳ, ສິນໃນນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ດຶງດູດເອົາການສະໜັບສະໜູນ, ການຮ່ວມມືຂອງບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຕື່ມອີກ./
TAG
VOV/VOVworld/ຂະແໜງກະສິກຳ/ປ່າໄມ້/ມະຫາວິທະຍາໄລ/ເກິ່ນເທີ
Related








