ຄວາມໄຝ່ຝັນຈາກດອກບົວ
21/03/2020 05:13
(VOVWORLD) - ຈຸດພົ້ນເດັ່ນຂອງຜະລິດຕະພັນທູບດອກບົວ ແມ່ນ ໄດ້ຜະລິດ 100% ວັດຖຸດິບທຳມະຊາດຈາກດອກບົວ, ບໍ່ໄດ້ນຳໃຊ້ທາດເຄມີເຂົ້າໃນການຜະລິດ . ເມື່ອຈູດທູບດອກບົວ ຈະບໍ່ມີຄວັນຫລາຍ ເມື່ອທຽບໃສ່ກັບທູບທີ່ເຮັດຈາກແປ້ງໄມ້, ແປ້ງຕົ້ນໄມ້ເກດສະໜາ, ຕົ້ນແຄະ ຄືປັດຈຸບັນ.

ເມື່ອມາຢ້ຽມຢາມ ດົ່ງທ໊າບເມື່ອຍ (ແຂວງ ດົ່ງທ໊າບ), ໃຜໆກໍ່ຢາກ ຊິມອາຫານທີ່ມີລົດຊາດພິເສດ ແລະ ເປັນປະໂຫຍດ ເຊິ່ງໄດ້ປຸງແຕ່ງຈາກດອກບົວ. ເລື່ອງກິນ ດື່ມ ແລະ ຮັບປະທານອາຫານທີ່ປຸງແຕ່ງມາ ຈາກດອກບົວໄດ້ກາຍເປັນ ເອກະລັກວັດທະນະທຳທາງດ້ານອາຫານການກິນຂອງເຂດ ດົ່ງທ໊າບເມື່ອຍ ແລະ ດອກບົວຍັງໄດ້ສ້າງເປັນ ຜະລິດຕະພັນເຄື່ອງຕົກແຕ່ງເຟີນີເຈີ, ເຄື່ອງສິລະປະຫັດຖະກຳ, ຊຸດອາພອນຕ່າງໆ…, ບໍ່ພຽງແຕ່ມີຄວາມສວຍງາມເທົ່ານັ້ນ ແຕ່ຍັງໄດ້ເປັນມິດກັບສິ່ງແວດລ້ອມອີກດ້ວຍ.
TAG
VOV/VOVworld/ຄວາມໄຝ່ຝັນ/ດອກບົວ/ດົ່ງທ໊າບເມື່ອຍ
Related








