ຄວາມຄາດຫວັງໂຄສະນາອາຫານການກິນແຫ່ງບ້ານເກີດເມືອງນອນຂອງພໍ່ຄົວ ຫວຽດ ຢູ່ ປັກກິ່ງ
19/10/2019 04:11
(VOVWORLD) - ໂດຍເລີ່ມຈາກເປັນພໍ່ຄົວໜຸ່ມ ບໍ່ໄດ້ພາສາ ຈີນ ແຕ່ຢາກທົດລອງກຳລັງແຮງຂອງຕົນ, ປັດຈຸບັນ ເລງອັກກ່ວຽນ ໄດ້ກາຍເປັນຫົວໜ້າພໍ່ຄົວຂອງຮ້ານອາຫານ ຊູຊູ ທີ່ມີຊື່ສຽງຢູ່ ປັກກິ່ງ.

ລາວ ຜະລິດໃບເຝີເອົາເອງ ແລະ ມີຄວາມໃຝ່ຝັນຫລາຍຢ່າງ ແນໃສ່ແຜ່ຂະຫຍາຍບັນດາຄຸນຄ່າຂອງວັດທະນະທຳອາຫານການກິນຂອງ ຫວຽດນາມ ຢູ່ດິນແດນ ຈີນ. ບົດຂຽນຂອງນັກຂ່າວ VOV. ຮ້ານອາຫານ ຊູຊູ ທີ່ມີຊື່ສຽງຢູ່ ປັກກິ່ງ ພາຍຫລັງຮຽນມາໄດ້ໄລຍະໜຶ່ງ ແລະ ເປັນພໍ່ຄົວຢູ່ນະຄອນ ໂຮ່ຈີມິນ, ໃນວັນໜຶ່ງທ້າຍເດືອນ ມີນາ ປີ 2011, ອ້າຍບ່າວ ເລງອັກກ່ວຽນ ເກີດປີ 1987 ຢູ່ ດ່າລາດ (ແຂວງ ເລິມດົ່ງ) ໄດ້ຕັດສິນໃຈໄປ ປັກກິ່ງ ເພື່ອສືບຕໍ່ວຽກງານທີ່ຕົນເອງນິຍົມຊົມຊອບ. ແຕ່ສະພາບຕົວຈິງບໍ່ຄືດັ່ງຄວາມຫວັງຂອງລາວ. ບ່ອນເຮັດວຽກໃໝ່ຂອງລາວ ບໍ່ແມ່ນຮ້ານອາຫານທີ່ຫລູຫລາໃນສູນການຄ້າຄືດັ່ງຄວາມຄິດຂອງລາວເມື່ອຢູ່ ຫວຽດນາມ. ອາກາດຢູ່ນີ້ແຫ້ງ ແລະ ໜາວ, ຫິມະຕົກຫລາຍ. ເມື່ອຫວນຄືນຊຸມວັນທຳອິດທີ່ຫາກໍ່ມາ ປັກກິ່ງ, ກ່ວຽນ ໃຫ້ຮູ້ວ່າ: “ມາຮອດ ປັກກິ່ງ ໃນຊຸມວັນທຳອິດ ຂ້າພະເຈົ້າມີຄວາມຮູ້ສຶກເປັນຫ່ວງກັງວົນ ແລະ ງົງໄປໝົດ. ພິເສດແມ່ນມື້ມາຮ້ານອາຫານ ຂ້າພະເຈົ້າຍິ່ງມີຄວາມສິ້ນຫວັງ, ຍ້ອນຮ້ານອາຫານຕັ້ງຢູ່ໃນຮ່ອມ, ຄົນໄປ-ມາບໍ່ຫລາຍ, ບໍ່ມີເຄື່ອງອຸປະກອນໃດ, ຂ້າພະເຂົ້າຕື່ນຕົກໃຈຫລາຍ. ຂ້າພະເຈົ້າເລີຍຄິດວ່າ ຕົນເອງຈະເຮັດວຽກຢູ່ທີ່ນີ້ ພຽງແຕ່ປະມານ 3 – 6 ເດືອນເທົ່ານັ້ນ, ຫາເງິນພໍໄດ້ຊື້ປີ້ຍົນກັບບ້ານ ແລະ ຈົ່ງເງິນໄປໃຫ້ຄອບຄົວ ຫຼື ຊື້ຂອງຂວັນເປັນທີ່ລະນຶກກໍ່ພໍແລ້ວ.
TAG
VOV/VOVworld/ຄວາມຄາດຫວັງ/ອາຫານການກິນ/ພໍ່ຄົວ/ປັກກິ່ງ
Related








