ປະສິດທິຜົນຈາກຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ແຂວງ ດົ່ງທາບ
11/06/2023 05:48
(VOVWORLD) - ແຂວງ ດົ່ງທາບ ກຳນົດວ່າ ຢາກໃຫ້ການ “ຫັນເປັນດີຈີຕອນ” ບັນລຸຜົນສຳເລັດນັ້ນ, ກ່ອນອື່ນໝົດແມ່ນຕ້ອງປະຕິບັດ “ພົນລະເມືອງດີຈີຕອນ” ເທື່ອລະກ້າວໃຫ້ໄດ້.

ປີ 2023, ແຂວງ ດົ່ງ ທ າບ ກຳ ນົດ ວ່າ ແມ່ນ ປີ ຈຸດ ສຸມ ໃນ ການ ປະ ຕິ ບັດ ແຜນ ການ ຫັນ ເປັນ ດີ ຈີ ຕອນ ໃນ ບໍ ລິ ເວນ ແຂວງ , ດ້ວຍ ເປ ົ້າ ໝາຍ ສູງ ສຸດ ແມ່ນ ສ້າງ ກຳ ລັງ ໜູນ ພັດ ທະ ນາ ເສດ ຖະ ກິດ , ສັງ ຄົມ . ປະ ຈຸ ບັນ , ຮູບ ແບບ ໜ່ວຍ ເຕັກ ໂນ ໂລ ຊີ ດີ ຈີ ຕອນ ປະ ຊາ ຄົມ ຢູ່ ແຂວງ ດົ່ງ ທາບ ພວມ ເສີມ ຂະ ຫຍາຍ ປະ ສິດ ທິ ຜົນ ເມື່ອ ປະ ຊາ ຊົນ ເຫັນ ແຈ້ງ ຜົນ ປະ ໂຫຍດ ແລະ ເຂົ້າ ຮ່ວມ ປະ ຕິ ບັດ ບັນ ດາ ລະ ບຽບ ການ ບໍ ລິ ຫານ ໃນ ສະ ພາບ ແວ ດ ລ້ອມ ແຫ່ງ ດີ ຈີ ຕອນ . ທາງ ແຂວງ ໄດ້ ກຳ ນົດ ວ່າ ການ ຫັນ ເປັນ ດີ ຈີ ຕອນ ແມ່ນ ໜຶ່ງ ໃນ ບັນ ດາ ມາດ ຕະ ການ ແກ ້ ໄຂ ສຳ ຄັນ ເພື່ອ ຊຸກ ຍູ້ ການ ເຕີບ ໂຕ , ເຮັດ ໃຫ້ ປ່ຽນ ແປງ ວິ ທີ ຄຸ້ມ ຄອງ , ຮູບ ແບບ ການຜະ ລິດ , ດຳ ເນີນ ທຸ ລະ ກິດ ຂອງວິ ສາ ຫະ ກິດ ແລະ ການ ດຳ ລົງ ຊີ ວິດ ຂອງ ປະ ຊາ ຊົນ . ນີ້ກໍ່ ແມ່ນ ເສັ້ນ ທາງ ສັ້ນ ທີ່ສຸດ ເພື່ອ ໃຫ້ ແຂວງ ດົ່ງ ທາບ ພັດ ທະ ນາ ຢ່າງ ໄວ , ທັນ ສະ ໄໝ . ໃນກວ່າ 1 ເດືອນຜ່ານມາ, 7 ໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຂອງຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ຈັດການແນະນຳໃຫ້ປະຊາຊົນຕິດຕັ້ງບັນດາແອັບ, ຊອບແວ ຄື: ແອັບຄຸ້ມຄອງສຸຂະພາບ, ຈົດທະບຽນກວດສຸຂະພາບຢູ່ເຮືອນ, VneID ແລະ ປະຕິບັດການສົ່ງເອກະສານການບໍລິການສາທາລະນະທາງອອນລາຍ… ແທນທີ່ແນະນຳໃຫ້ປະຊາຊົນຕິດຕັ້ງແອັບຂອງແຕ່ລະຂະແໜງ, ບັນດາໜ່ວຍດັ່ງກ່າວໄດ້ແນະນຳໃຫ້ປະຊາຊົນ ຕິດຕັ້ງຫຼາຍແອັບຂອງຫຼາຍຂະແໜງການໃນຄັ້ງດຽວ ແລະ ແນະນຳວິທີນຳໃຊ້ໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນຮ່ວມເດີນທາງພ້ອມກັບອຳນາດການປົກຄອງ ໃນການຫັນເປັນດີຈີຕອນ. ທ່ານ ຫງວຽນເຟືອກຮືງ, ຢູ່ບ້ານ 4, ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແບ່ງປັນວ່າ: “ ມື້ນີ້ ຂ້າ ພະ ເຈົ້າ ມາ ແຫ່ງນີ້ ເພື່ອ ຕິດ ຕັ້ງ ແອັບ ດ້ານ ສາ ທາ ລະ ນະ ສຸກ ແລະ ຊອບແວ ເພື່ອ ໃຫ້ ຕຳ ຫຼວດ ປະ ຕິ ບັດ ການ ຄຸ້ມ ຄອງ ລະ ດັບ 3, 4 ໃນ ການ ບໍ ລິ ການສາທາລະນະດ້ານ ບໍ ລິ ຫານ . ເມື່ອ ມາ ແຫ່ງນີ້ , ຂ້າ ພະ ເຈົ້າ ເຫັນ ວ່າ ເລື່ອງ ເຮັດ ລະ ບຽບ ການ ໃຫ້ ແກ່ ພໍ່ ແມ່ ປະ ຊາ ຊົນແມ່ນ ໄວ ແລະ ສະ ດວກ ທີ່ ສຸ ດ , ຫຼຸດ ຜ່ອນ ຄ່າ ໄປ ມາ . ຊາວ ກະ ສິ ກອນ ຄື ພວກ ຂ້າ ພະ ເຈົ້າ ບໍ່ ມີ ເວ ລາ ຫຼາຍ ສະ ນັ້ນ , ເຮັດ ຄັ້ງ ໜຶ່ງ ໄດ້ຫຼາຍແອັບຄື ແນວນີ້ ແມ່ນ ສ້າງ ຄວາມ ສະ ດວກ ໃຫ້ ແກ່ ພໍ່ ແມ່ ປະ ຊາ ຊົນ ”. ບັນດາກໍລະນີທີ່ໜ່ວຍເຕັກໂນໂລຊີດີຈີຕອນ ໄດ້ມາເຮືອນເພື່ອແນະນຳ ສ່ວນຫຼາຍແມ່ນຜູ້ອາຍຸສູງ, ບັນດາສະມາຊິກໃນໜ່ວຍ ຕ້ອງອະທິບາຍຢ່າງລະອຽດ. ທ່ານ ເຈິ່ນວັນເງັ້ຍ, ຢູ່ ບ້ານ 2, ຕາແສງ ມີ້ດົງ, ຫາກໍ່ໄດ້ຮັບການແນະນຳຈາກໜ່ວຍເຕັກໂນໂລຊີດີຈີຕອນ, ໃຫ້ຮູ້ວ່າ: “ໜ່ວຍນີ້ ມີຄວາມຕັ້ງ ໜ້າ , ມີນ້ຳ ໃຈ ເພື່ອ ປະ ຊາ ຊົນ , ໄດ້ ຮັບ ໃຊ້ ປະ ຊ າ ຊົ ນດີ ທີ່ ສຸດ . ເຂົາເຈົ້າໄດ້ເຮັດວຽກດ້ວຍ ຄວາມ ສຸດ ຈ ິດ ສຸດ ໃຈ , ໄດ້ອະທິບາຍໃຫ້ປະ ຊາ ຊົນ ມີ ຄວາມເຂົ້າ ໄຈ ຢ່າງງ່າຍດາຍ ແລະ ປະ ຕິ ບັດ ຕາມ ດ້ວຍ ຄວາມ ເບີກ ບານ . ກ່ອນນີ້ ເຮັດ ສະ ເພາະ ແຕ່ ລະ ແອັບແມ່ນ ເສຍ ເວ ລາ ຫຼາຍ , ເມື່ອ ໂຮມ ເຂົ້າ ເປັນ ແອັບດຽວຄື ແນວນັ້ນ ແມ່ນປະ ຢັດ ເວ ລາ ໃຫ້ ແກ່ ປະ ຊາ ຊົນ ”. ແຂວງ ດົ່ງທາບ ກຳນົດວ່າ ຢາກໃຫ້ການ “ຫັນເປັນດີຈີຕອນ” ບັນລຸຜົນສຳເລັດນັ້ນ, ກ່ອນອື່ນໝົດແມ່ນຕ້ອງປະຕິບັດ “ພົນລະເມືອງດີຈີຕອນ” ເທື່ອລະກ້າວໃຫ້ໄດ້. ໝາຍຄວາມວ່າ, ປະຊາຊົນຕ້ອງຮູ້ ແລະ ມີຄວາມຊຳນານດ້ານ “ເຕັກນິກດີຈີຕອນ”, ໂດຍສະເພາະແມ່ນບັນດາທັກສະພື້ນຖານ, ຄື: ຊອກຫາແຫຼ່ງ “ຂໍ້ມູນດີຈີຕອນ”; ເປັນເຈົ້າການໃນ “ສະພາບແວດລ້ອມດີຈີຕອນ”… ຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຄືຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ ໄດ້ ແລະ ພວມຜັນຂະຫຍາຍ, ທະວີຄູນ, ຖອດຖອນບົດຮຽນ, ຊອກຫາບັນດາມາດຕະການໃຫ້ບັນລຸປະສິດທິຜົນທີ່ສຸດໃນວິວັດການສ້າງ “ພົນລະເມືອງດີຈີຕອນ”… ທ່ານນາງ ເຈິ່ນທິງອັກເກິມ, ເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນເມືອງ ທາບເມື່ອຍ, ແຂວງ ດົ່ງທາບ, ແບ່ງປັນວ່າ: “ ພວກ ຂ້າ ພະ ເຈົ້າ ໄດ້ ແນະ ນຳ ໃຫ້ ປະ ຊາ ຊົນ ຫາກບໍ່ ແມ່ນ ເຮັດ ແທນ , ແນະ ນຳ ໃຫ້ ເຂົາ ເຈົ້າ ເຮັດ ເອ ກະ ສານ ທາງ ອອນ ລາຍ , ຄ່ອຍໆ ຈຳ ກັດ ແລະ ຈະ ບໍ່ ຮັບ ເອ ກະ ສານ ໂດຍ ກົງ ອີກ . ຜ່ານນັ້ນ , ກໍສ້າງ ຄວາມ ລື້ງ ເຄີຍ ໃຫ້ ແກ່ ປະ ຊາ ຊົນ , ຮັບ ປະ ກັນ ໃຫ້ ປະ ຊາ ຊົນ ໝົດ ທຸກ ຄົນ ລ້ວນ ແຕ່ ຮູ້ ຈັກກັບ ການ ຫັນ ເປັນ ດີ ຈີ ຕອນ ແລະ ປະ ຕິ ບັດ ຂັ້ນ ຕອນນີ້ ໃຫ້ໄດ້ . ວິ ວັດ ການ ແນະ ນຳ ນີ້ ຕ້ອງ ການ ມີ ການ ຈັດ ແບ່ງວຽກ ງານ ຢ່າງຈະ ແຈ້ງຢູ່ ແຕ່ ລະ ຂົ ງ ເຂດ , ຫຼີກ ລ້ຽງ ເລື່ອງ ຫຼາຍ ຄົນພ້ອມກັນ ເຂົ້າ ຮ່ວມ ວຽກ ງານ ດຽວ ”. ຈາກລະດັບ 0%, ຜ່ານໄລຍະ 1 ເດືອນທີ່ໄດ້ຜັນຂະຫຍາຍ, ມາຮອດປະຈຸບັນ ໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ແນະນຳໃຫ້ປະຊາຊົນຕິດຕັ້ງແອັບກວດສຸຂະພາບ, ຄຸ້ມຄອງສຸຂະພາບຂອງຄອບຄົວໄດ້ 35%; ປະຊາຊົນມີປື້ມກວດພະຍາດເອເລັກໂຕນິກ 70%; ແລະ ຕິດຕັ້ງ VneID ເກືອບ 20%... ໃນປີ 2023, ແຂວງ ດົ່ງທາບ ໄດ້ວາງອອກບາງເປົ້າໝາຍຄື, 100% ລະບຽບການບໍລິຫານທີ່ມີເງື່ອນໄຂຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍ ຈະໄດ້ຮັບການສະໜອງພາຍໃຕ້ຮູບແບບການບໍລິການສາທາລະນະທາງອອນລາຍ. ຮູບແບບໜ່ວຍເຕັກໂນໂລຊີດີຈີຕອນຄືຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ ແລະ ພວມປະກອບສ່ວນຫັນເປົ້າໝາຍດັ່ງກ່າວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
TAG
VOV/VOVworld/ແອັບ/ຄຸ້ມຄອງ/ສຸຂະພາບ/ຈົດທະບຽນ/ກວດສຸຂະພາບ/VneID
Related








