VOV WorldVOV World
ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ
29/06/2019 03:30
(VOVWORLD) - ເປັນຄັ້ງທຳອິດ, ທີ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາດໄດ້ 2 ລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດໄດ້ມອບໃຫ້ບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນ, ເຊີດຊູບັນດານັກແຕ່ງ, ກຸ່ມນັກແຕ່ງທີ່ມີບັນດາຜະລິດຕະພັນດີເດັ່ນທີ່ສຸດໃນແຕ່ລະປີ.
ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ
ບັນດາຜະລິດຕະພັນຂອງ VOV ໄດ້ຮັບການຕີລາຄາສູງ ຍ້ອນມີລັກສະນະຄົ້ນພົບ, ສ່ອງແສງເຖິງບັນຫາທີ່ມີລົມຫາຍໃຈຂອງຊີວິດ, ກໍ່ຄືສ້າງການກະທົບທີ່ດີຕໍ່ສັງຄົມຢ່າງມີປະສິດທິຜົນ. ໃນລາຍການສາລະຄະດີພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວ ເລເຟືອງ ທີ່ພາດຫົວຂໍ້ວ່າ “ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ”. ເຊີນທ່ານຕິດຕາມຮັບຟັງ.   ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ ທ່ານຜູ້ຟັງ ແລະ ພວກເພື່ອນຫາກໍ່ໄດ້ຮັບຟັງຜ່ານໄປແລ້ວນັ້ນ ແມ່ນການແນະນຳທີ່ຝັງເລິກໃນໃຈ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈຂອງນັກຂ່າວ ຫງວຽນທິແທັງເຮືອງ ໃນລາຍການພິເສດ “ຄວາມມຸ່ງມາດປາດຖະໜາຂອງຊີວິດ” ໄດ້ອອກອາກາດຜ່ານຊ່ອງກະຈາຍສຽງ VOV2, ພະແນກກະຈາຍສຽງວັດທະນະທຳ - ສັງຄົມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07. ນີ້ແມ່ນຜະລິດຕະພັນທີ່ຍາດໄດ້ລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ດ້ວຍຫົວເລື່ອງກ່ຽວກັບການເດີນທາງໄປຊອກຫາອັດຖິ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງນັກຮົບເກົ່າ, ທະຫານເສຍອົງຄະ ຟ້າມງອັກເຈົາ, ເຊິ່ງແມ່ນຜູ້ທີ່ໄປຊອກຫາອັດຖິບັນດານັກຮົບເສຍທີ່ສະຫຼະຊີວິດເພື່ອຊາດໃນທົ່ວທຸກເຂດພາກຂອງປະເທດຊາດເປັນເວລາເກືອບ 30 ປີ ຢ່າງມິດງຽບ. ນັກຂ່າວ ຫງວຽນທິແທັງເຮືອງ, ພວມປະຕິບັດງານຢູ່ພະແນກກະຈາຍສຽງວັດທະນະທຳ - ສັງຄົມ (VOV2) ແບ່ງປັນວ່າ: “ສິ່ງທີ່ມີຄວາມຫຍຸ້ງຍາກສຳລັບລາຍການທີ່ມີເວລາແກ່ຍາວຮອດ 60 ນາທີນັ້ນ ແມ່ນເຮັດແນວໃດ ເພື່ອສາມາດດຶງດູດທ່ານຜູ້ຟັງນັບແຕ່ຕົ້ນຈົນຮອດທ້າຍລາຍການ. ສະນັ້ນ, ໃນການສ້າງຮ່າງລາຍການ ກໍ່ຄືການໂອ້ລົມກັບຕົວລະຄອນ, ພວກຂ້າພະເຈົ້າຕ້ອງສ້າງໄດ້ສະພາບການທີ່ບໍ່ໄດ້ຄາດຄິດມາກອ່ນ ແລະ ເຮັດແນວໃດເພື່ອໃຫ້ທ່ານຜູ້ຟັງມີຄວາມຮູ້ສຶກດຶງດູດໃຈ. ນັ້ນແມ່ນການພົບປະລະຫວ່າງຕົວລະຄອນເອກ ຟ້າມງອັກເມົ້າ ກັບຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊິ່ງທ່ານ ເມົ້າ ເປັນຄົນຊອກເຫັນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ການພົບປະໜຶ່ງອີກ ແມ່ນການພົບປະລະຫວ່າງລຸງ ເມົ້າ ກັບຍາດຕິພີ່ນ້ອງຂອງເພື່ອນຮ່ວມກົມກອງ. ການພົບປະນີ້ ພວກຂ້າພະເຈົ້າໄດ້ປະຕິບັດຕາມຮູບການສາລະຄະດີຢູ່ສະຖານທີ່ເກີດເຫດ.  ”  ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ ບໍ່ພຽງແຕ່ດຶງດູດໃຈທ່ານຜູ້ຟັງຍ້ອນເນື້ອໃນຂອງລາຍການເທົ່ານັ້ນ, ຫາກທິມງານຍັງໄດ້ໜູນໃຊ້ທ່າໄດ້ປຽບຂອງການກະຈາຍສຽງຢ່າງສຸດຂີດ, ນັ້ນແມ່ນສຽງ, ເພື່ອຖ່າຍທອດບັນດາຄວາມຮູ້ສຶກທີ່ຈິງໃຈທີ່ສຸດໃຫ້ແກ່ທ່ານຜູ້ຟັງ. ນັບແຕ່ສຽງປະກອບ, ການແບ່ງປັນ, ຄວາມຮູ້ສຶກຂອງແຂກຖືກເຊີນຢູ່ຫ້ອງອັດສຽງ, ການຜັນແປຢ່າງເປັນທຳມະຊາດໃນການໂອ້ລົມຜ່ານຄື້ນກະຈາຍສຽງ, ການແບ່ງປັນສົດຂອງທ່ານຜູ້ຟັງ…ລ້ວນແຕ່ໄດ້ຮັບການເຄົາລົບຢ່າງຈິງໃຈຈາກບັນດາຜູ້ຈັດທຳລາຍການ. ນັກຂ່າວ ຫງວຽນຮົ່ງກວຽນ, ຫົວໜ້າກຸ່ມນັກແຕ່ງທີ່ຄວ້າໄດ້ລາງວັນໃຫ້ຮູ້ວ່າ: “ ລາຍການກະຈາຍສຽງຂອງພວກຂ້າພະເຈົ້າໄດ້ປະຕິບັດຕາມວິທີການສື່ມວນຊົນຫລາຍປະເພດ, ທັງອອກອາກາດສົດຜ່ານວິທະຍຸ, ຜ່ານເຄືອຂ່າຍອິນເຕີເນັດໃນເວັບໄຊ vov2.vn ແລະ ພິເສດແມ່ນ livestream ລາຍການຜ່ານ fanpage ຂອງ VOV2 - ສີສັນຊີວິດຫລາກຫລາຍ. ”  ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ ແລະກໍ່ມີຄວາມເປັນກຽດໄດ້ຮັບລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ແມ່ນາບົດທີ່ມີຊື່ວ່າ “ຮ່ວມສຳພັນ - ສ້າງກຳລັງໜູນເພື່ອໃຫ້ກະສິກຳກ້າວກະໂດດຂັ້ນ” ຂອງກຸ່ມນັກແຕ່ງທີ່ມາຈາກພະແນກກະຈາຍສຽງສະຖານະການ (VOV1), ເຊິ່ງໄດ້ປຶກສາຫາລືກ່ຽວກັບບັນຫາເລື່ອງລາວຂອງການສ້າງໂຄງປະກອບຂະແໜງກະສິກຳຢູ່ບາງທ້ອງຖິ່ນຄືນໃໝ່. ບົດຂຽນໄດ້ລົງເລິກການສ່ອງແສງ, ໄຈ້ແຍກກ່ຽວກັບເນື້ອໃນດັ່ງກ່າວນີ້ ດ້ວຍບັນດາຮູບແບບຕົວຈິງທີ່ເຕັມໄປດ້ວຍລົມຫາຍໃຈຂອງຊີວິດ; ພ້ອມທັງໄດ້ຍົກອອກບັນດາການໄຈ້ແຍກ, ຂໍ້ສະເໜີ, ມາດຕະການອັນເລິກເຊິ່ງຂອງບັນດານັກຊ່ຽວຊານ, ນັກຄຸ້ມຄອງ ເພື່ອເຮັດແຈ້ງບັນຫາ. ນັກຂ່າວ ຫງວຽນທິເຮືອງລານ, ຫົວໜ້າກຸ່ມນັກແຕ່ງທີ່ຍາດໄດ້ລາງວັນແບ່ງປັນວ່າ: “ ຄວາມສຳຄັນບົດຂຽນແມ່ນຕ້ອງຖືກກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ກໍ່ເປັນການປະກອບສ່ວນທັດສະນະໜຶ່ງໃຫ້ແກ່ພັກ ແລະ ລັດ ກໍ່ຄືຂະແໜງກະສິກຳ ເພື່ອບັນລຸໄດ້ບັນດາການດັດແປງທີ່ດີກ່ວາໃຫ້ແກ່ກະສິກຳ ແລະ ຊາວກະສິກອນ ຫວຽດນາມ . ພວກຂ້າພະເຈົ້າຄິດວ່າ ສິ່ງສຳຄັນແມ່ນຊາວກະສິກອນກໍ່ຮັບຮູ້ບັນຫານີ້ ແລະ ເຂົາເຈົ້າກໍ່ອາດຈະຮັບຟັງບົດຂຽນຂອງພວກຂ້າພະເຈົ້າ ເພື່ອໃຫ້ເຂົາເຈົ້າສາມາດປ່ຽນແປງຄວາມຮັບຮູ້, ຄວາມລື້ງເຄີຍຂອງຕົນ. ພວກຂ້າພະເຈົ້າຢາກປະກອບທັດສະນະຂອງຕົນຕື່ມອີກສຽງໜຶ່ງ ເພື່ອຊ່ວຍໃຫ້ຂະແໜງກະສິກຳຊົນນະບົດຂອງ ຫວຽດນາມ ພັດທະນາກ່ວາອີກ, ເຮັດແນວໃດເພື່ອໃຫ້ຂະແໜງກະສິກຳ, ຊົນນະບົດຂອງພວກເຮົານັບມື້ນັບພັດທະນາກ່ວາອີກ ແລະ ຊາວກະສິກອນຂອງພວກເຮົາ ຈະມີຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈຕໍ່ບັນດາຜະລິດຕະພັນກະສິກຳຂອງຕົນ. ” ໄດ້ຮັບການເຊີດຊູຢູ່ໃນຕຳແໜ່ງສູງສຸດໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 13 ປີ 2018, ບັນດາບົດປະພັນຍາດໄດ້ລາງວັນ A ຂອງບັນດານັກຂ່າວ VOV ໄດ້ຮັບການຕີລາຄາສູງ ຍ້ອນມີປະສິດທິພາບການກະທົບຕໍ່ສັງຄົມເປັນຢ່າງດີ, ມີບົດບາດໃນການພົບເຫັນ, ການໄຈ້ແຍກຕີລາຄາ, ຕໍ່ສູ້, ຕຳໜິຕິຊົມກໍ່ຄືການຍ້ອງຍໍ, ກໍ່ສ້າງຂອງສື່ມວນຊົນ ແລະ ໄດ້ຮັບການຮັບເອົາຈາກບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງ. ພ້ອມກັບ 2 ລາງວັນ A, ເຂົ້າຮ່ວມການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 13 ປີ 2018, ວິທະຍຸກະຈາຍສຽງ ຫວຽດນາມ ຍັງຍາດໄດ້ 2 ລາງວັນ B ແລະ 3 ລາງວັນ C ຕື່ມອີກ. ນີ້ແມ່ນລາງວັນ, ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫລວງຂອງບັນດານັກຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ./.
TAG
VOV/VOVworld/ນັກຂ່າວ VOV/ຜະລິດຕະພັນສື່ມວນຊົນ/ການ​ແຂ່ງ​ຂັນ/ລາງວັນ