VOV WorldVOV World
ປູກຕົ້ນໝາກກໍ່: ຮູບແບບສ້າງຄວາມຮັ່ງມີຂອງຊາວກະສິກອນແຂວງ ລ້າງເຊີນ
16/07/2023 07:00
(VOVWORLD) - ຫວຽດນາມ, ນອກຈາກເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ, ໝາກກໍ່ຍັງໄດ້ປູກຢູ່ບາງເມືອງຂອງແຂວງ ລ້າງເຊີນ. ໝາກກໍ່ຊະນິດນີ້ຫອມແຊບຄືໝາກກໍ່ ຈຸ່ງແຄ໋ງ, ແຕ່ໃຫ້ໝາກຫຼາຍກ່ວາ ແລະ ຊ້ຳບໍ່ໜຳຍັງໃຫ້ໝາກນອກລະດູອີກດ້ວຍ.
ປູກຕົ້ນໝາກກໍ່: ຮູບແບບສ້າງຄວາມຮັ່ງມີຂອງຊາວກະສິກອນແຂວງ ລ້າງເຊີນ
ຢູ່ ຈາກການປູກຕົ້ນໝາກກໍ່, ຊາວກະສິກອນຢູ່ ລ້າງເຊີນ ໄດ້ຊອກເຫັນທິດເດີນໃໝ່ໃນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີອີກດ້ວຍ. ຕົ້ນໝາກກໍ່ (ພາບ: VOV)         ອ້າຍ ຫງວຽນຈູງຮ໋ຽວ (ຢູ່ຕາແສງ ກ໋ວາງລາກ, ນະຄອນ ລ້າງເຊີນ) ໄດ້ເລີ່ມປູກຕົ້ນໝາກກໍ່ແຕ່ປີ 2006 ໃນເຂດດິນໂນນພູຂອງຄອບຄົວ 2 ເຮັກຕາ. ຕົ້ນໝາກກໍ່ໃຫຍ່ໄວ, ຖືກພະຍາດບໍ່ຫຼາຍ ແລະ ຫຼັງຈາກນີ້ພຽງ 4 ປີກໍ່ເລີ່ມໃຫ້ໝາກແລ້ວ. ອ້າຍ ຫງວຽນຈູງຮ໋ຽວ ໃຫ້ຮູ້ວ່າ:         “ຕົ້ນໝາກກໍ່ປູກງ່າຍ, ປູກຖືກຕາມລະດູການກໍ່ໄດ້ແລ້ວ. ຕົ້ນໄມ້ຊະນິດນີ້ກໍ່ບົວລະບັດງ່າຍ, ເດືອນ 12 ຕາມຈັນທະປະຕິທິນຂອງແຕ່ລະປີໃສ່ຝຸ່ນເທື່ອໜຶ່ງ, ໃນລະດູບານໃໝ່, ຕົ້ນໄມ້ແຂງແຮງ, ຮອດເດືອນ 5 ຕາມຈັນທະປະຕິທິນກໍ່ໃສ່ຝຸ່ນອີກເທື່ອໜຶ່ງເພື່ອໃຫ້ຕົ້ນໄມ້ພັດທະນາໄວ.  ລະດູການເກັບກ່ຽວປີນີ້, ຄອບຄົວຂ້າພະເຈົ້າເກັບກ່ຽວໝາກກໍ່ໄດ້ປະມານ 4- 5 ໂຕນ, ນອກຈາກນັ້ນ, ຂ້າພະເຈົ້າຍັງຊື້ຂອງບັນດາຄອບຄົວໃນບ້ານນຳອີກ. ໝາກກໍ່ຈະເອົາໄປຂາຍຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ, ຄື: ຮ່າໂນ້ຍ, ຫາຍຟ່ອງ, ຊ້ຳບໍ່ໜຳແມ່ນທັງນະຄອນ ໂຮ່ຈີມິນ ແລະ ບ່າເຣ້ຍ ຫວູງເຕົ່າ ນຳອີກ”.         ມາຮອດປະຈຸບັນ, ຄອບຄົວອ້າຍ ຮ໋ຽວ ມີເນື້ອທີ່ດິນປູກໝາກກໍ່ກ່ວາ 8 ເຮັກຕາ, ໃນນັ້ນ ມີກ່ວາ 4 ເຮັກຕາພວມຢູ່ໃນໄລຍະເກັບກ່ຽວ. ດ້ວຍລາຄາຂາຍແຕ່ 80.000 – 100.000 ດົ່ງ/ ກີໂລກຣາມ (3,4 – 4,3 ໂດລາສະຫະລັດ), ເມື່ອຫັກລາຍຈ່າຍ, ແຕ່ລະປີຄອບຄົວຂອງອ້າຍມີລາຍຮັບກ່ວາ 300 ລ້ານດົ່ງ (ປະມານ 13.000 ໂດລາສະຫະລັດ). ບໍ່ພຽງແຕ່ມີລາຍຮັບຈາກການເກັບກ່ຽວ ແລະ ຂາຍໝາກກໍ່ ເທົ່ານັ້ນ, ຄອບຄົວອ້າຍຍັງໄດ້ສະໜອງເບັ້ຍໄມ້ໃຫ້ພໍ່ແມ່ປະຊາຊົນ ດ້ວຍລາຄາພຽງ 2/3 ຂອງຕະຫຼາດເທົ່ານັ້ນ ແລະ ຍັງໜູນຊ່ວຍດ້ານເຕັກນິກການປູກ, ບົວລະບັດ ແລະ ຈຳໜ່າຍຜະລິດຕະພັນ, ຊ່ວຍປະຊາຊົນໃນຕາແສງຍົກສູງລາຍຮັບອີກດ້ວຍ.         ໂດຍໄດ້ປູກໝາກກໍ່ຄືອ້າຍ ຫງວຽນຈູງຮ໋ຽວ, ອ້າຍ ຮ່ວາງວັນຮອັກ, ຢູ່ບ້ານ ກ໋ວາງຮົ່ງ, ຕາແສງ ກວ໋າງລາກ, ໃຫ້ຮູ້ວ່າ:         “ພໍ່ແມ່ປະຊາຊົນໃນຕາແສງພວມປູກຕົ້ນໝາກກໍ່ນັບມື້ນັບຫຼາຍ. ໝາກກໍ່ ກ໋ວາງລາກ ຍັງບໍ່ທັນພຽງພໍເພື່ອຂາຍໃນທ້ອງຕະຫຼາດ. ແຕ່ລະປີ, ພາຍຫຼັງການເກັບກ່ຽວ, ແມ່ຄ້າ ໄດ້ມາຊື້ຢູ່ກັບສວນເລີຍ. ຊ້ຳບໍ່ໜຳ, ຢູ່ຮ່າໂນ້ຍ ເຂົາກໍ່ໄດ້ອໍເດີ ທາງອອນລາຍ. ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກຄາຍເປັນສ່ວນຫຼາຍ, ປະມານ 3 ປີມານີ້, ເມື່ອເຫັນວ່າ, ຕົ້ນໝາກກໍ່ໄດ້ນຳມາເຊິ່ງລາຍຮັບດີພໍສົມຄວນ ດັ່ງນັ້ນ, ຂ້າພະເຈົ້າ ແລະ ບາງຄອບຄົວໃນຕາແສງ ກໍ່ໄດ້ເລີ່ມປູກຕົ້ນໄມ້ຊະນິດນີ້”.
TAG
VOV/VOVworld/OCOP/ໝາກກໍ່