VOV WorldVOV World
ຊາວ ຫວຽດນາມ ນຳສີສັນຊາດອອກສູ່ທົ່ວຫ້າທະວີບໃນໂລກ
18/04/2020 04:30
(VOVWORLD) - ເພື່ອການຮ່ຳຮຽນ, ເຮັດວຽກ, ທຳມາຫາກິນ…ຊາວ ຫວຽດນາມ ຫລາຍຄົນຕ້ອງໄປຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ພະເນຈອນ ໄປທົ່ວທຸກທະວີບ ໃນໂລກ. ເຖິງວ່າຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກລຳບາກ ແນວໃດກໍ່ຕາມ, ແຕ່ເຂົາເຈົ້າກໍ່ຍັງຮັກສາພາບພົດແຫ່ງບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ. ບົດຂຽນຂອງນັກຂ່າວ VOV.
ຊາວ ຫວຽດນາມ ນຳສີສັນຊາດອອກສູ່ທົ່ວຫ້າທະວີບໃນໂລກ
ຢູ່ດິນແດນແຫ່ງປະເທດ ລາວ ມີໝູ່ບ້ານຊາວຫວຽດນາມ ແຫ່ງໜຶ່ງ ດ້ວຍຮູບພາບຕົ້ນໄຮ, ທ່ານ້ຳ, ເດີ່ນສາລາ ທີ່ຍັງຄົງຕົວຈົນຮອດທຸກວັນນີ້ ເຊິ່ງມີອາຍຸນັບ ຮ້ອຍກ່ວາປີແລ້ວ. ນັ້ນແມ່ນບ້ານ ຊຽງວາງ, ຂຶ້ນກັບບໍລິເວນເມືອງ ໜອງບົກ, ແຂວງຊາຍແດນ ຄຳມ່ວນ, ຕິດກັບປະເທດໄທ. ເຖິງວ່າຜ່ານໄລຍະປະຫວັດສາດເປັນເວລາຫລາຍປີແລ້ວກໍ່ຕາມ, ແຕ່ປະຊາຊົນທີ່ດຳລົງຊີວິດຢູ່ບ້ານ ນີ້ ຍັງຮັກສາ ພາສາປາກເວົ້າ, ວິຖີ ດຳລົງຊີວິດ ແລະ ຮີດຄອງປະເພນີວັດທະນະທຳຂອງຊາວ ຫວຽດນາມ. ເຮືອນຊານໄດ້ປຸກສ້າງດ້ວຍໄມ້ແບບລຽບງ່າຍ. ຢູ່ອ້ອມແອ້ມເຮືອນແມ່ນສວນຜັກ, ໄຮ່ນາຕາກ້າ, ຄອງເໝືອງ ແລະ ບັນດາຕົ້ນງີ້ວໃຫຍ່ອາຍຸຫຼາຍປີ ຊຶ່ງ 3 ຄົນໂອບກໍ່ບໍ່ຮອບ. ຢູ່ລຽບຕາມແຄມຝັ່ງແມ່ນ້ຳຂອງ ກໍ່ມີສຸມໄມ້ໄຜ່, ຕົ້ນໝາກລຳໄຍ, ຕົ້ນໝາກມ່ວງ ພັດເອນໄປເອນມາຕາມສາຍລົມ. ຊາວຫວຽດນາມ ຢູ່ບ້ານນີ້ ນອກຈາກເຮັດກະສິກຳແລ້ວ, ເຂົາເຈົ້າຍັງຮັກສາ ອາຊີບຫັດຖະກຳພື້ນເມືອງຂອງບັນພະບຸລຸດ ຢູ່ ຫວຽດນາມ ໄວ້ໄດ້ ເປັນຕົ້ນແມ່ນອາຊີບເຮັດເຂົ້າໜົມປ່ານ (ບັນກາຍ), ເສັ້ນເຟີແຫ້ງ…  ພໍ່ຕູ້ ດັ້ງວັນຮົ່ງ, ອາຍຸເກືອບ 90 ປີ, ຢູ່ບ້ານ ຊຽງວາງ ພໍ່ຕູ້ ດັ້ງວັນຮົ່ງ, ອາຍຸເກືອບ 90 ປີ, ຢູ່ບ້ານ ຊຽງວາງ ແບ່ງປັນວ່າ: ຊາວ ຫວຽດນາມ ມີນິດໄສ ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ບໍ່ຍອມຜ່າຍແພ້, ຖອຍຫລັງຕໍ່ຄວາມຫຍຸ້ງຍາກ. ຍິ່ງໄປກ່ວານັ້ນ, ດ້ວຍຈິດໃຈສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນ, ປະຊາຊົນຢູ່ບ້ານນີ້ ໄດ້ດຳລົງຊີວິດເປັນປົກກະຕິ, ພັດທະນາ ເຊິ່ງຍັງຮັກສາໄດ້ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມໄວ້ ໃນຕະຫລອດ 100 ປີທີ່ຜ່ານມາ. ພໍ່ຕູ້ ດັ້ງວັນຮົ່ງ ໃຫ້ຮູ້ວ່າ: “ ໃນບ້ານ ມີ ຄົນ ເສຍ ຊີ ວິດ ນັ້ນ , ປະ ຊາ ຊົນ ໃນ ທົ່ວ ບ້ານກໍ່ ຮ່ວມ ແຮງ ຮ່ວມ ໃຈ ກັນ ເພື່ອທຳ ພິ ທີ ຝັງ ສົບ . ນັບ ທັງ ຜູ້ ທີ່ ໄປທຳ ມາ ຫາ ກິນຢູ່ ບັນ ດາ ແຂວງ , ນະ ຄອນ ອື່ນ ກໍ່ ກັບ ມາ ບ້ານ . ປະ ຊາ ຊົນ ມີ ຄວາມ ສາ ມັກ ຄີ ກັນ ທີ່ ສຸດ ແລະ ຮັກ ສາ ມູນ ເຊື້ອ ຄວາມສາ ມັ ກ ຄີ ນີ້ ໄວ້ໄດ້ເປັນ ຢ່າງ ດີ .”  ອ້າຍ ເຈິ່ນຕ໊ວນອານ, ປະລິນຍາໂທດ້ານດົນຕີ ຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ບໍ່ພຽງແຕ່ຮັກສາຄວາມງາມຂອງວັດທະນະທຳແຫ່ງຊາດໄວ້ໃຫ້ຄົງຄຸນຄ່າເດີມນຳຕົວເອງເທົ່ານັ້ນ ຫາກຍັງໄດ້ແຜ່ຂະຫຍາຍໃຫ້ຫລາຍຄົນໄດ້ຮູ້ຈັກຢ່າງກ້ວາງຂວາງ ຕື່ມອີກ. ອ້າຍ ເຈິ່ນຕ໊ວນອານ, ປະລິນຍາໂທດ້ານດົນຕີ, ປະຈຸບັນພວມດຳລົງຊີວິດຢູ່ ອາເມລິກາ ມີຜົນງານດີເລີດ ເຄີຍຍາດໄດ້ລາງວັນທີໜຶ່ງ, ທີສອງຢູ່ທີ່ງານປະກວດດົນຕີສາກົນ ຄັ້ງຕ່າງໆ. ອ້າຍ ເຈິ່ນຕ໊ວນອານ, ມີໂອກາດໄດ້ໄປສະແດງດີດ guitar ຢູ່ຫລາຍປະເທດໃນໂລກ ແລະ ບໍ່ວ່າຢູ່ແຫ່ງຫົນ ໃດທີ່ລາວໄດ້ໄປນັ້ນ, ລາວກໍ່ຈະສະແດງບົດດົນຕີຂອງ ຫວຽດນາມ ໜຶ່ງຫາສອງບົດ. ອ້າຍ ເຈິ່ນຕ໊ວນອານ ໃຫ້ຮູ້ວ່າ: “ ຂ້າ ພະ ເຈົ້າ ເຄີຍ ສະ ແດງ ບົດ “ ແບວ ຢາດ ໄມ ໂຈຍ ”, “ ເງື່ອຍ ເອີຍ ເງື່ອ ຍ ເອີ໋ດຶ່ງ ເວ ” ແລະ ຫວ່າງ ແລ້ວນີ້ ແມ່ນ ບົດ “ ເມືອ ແລະ ນຸ໊ຍ ຣຶ່ງ ໄຕງວຽນ ” ຂອງ ນັກ ປະ ພັນ ດົນ ຕີ ຫງວຽນ ງ ອັກ ລອງ . ໃນ ລາຍ ການ ສະ ແດງ ຂອງ ຕົນ , ຍາມ ໃດ ຂ້າ ພະ ເຈົ້າ ກໍ່ ຂັບຮ້ອງບາງ ເພງ ກ່ຽວ ກັບ ບ້ານ ເກີ ດ ເມືອງນອນ ຂອງ ຕົນ ເພື່ອ ເຮັດ ໃຫ້ ທຸກ ຄົນ ມີ ຄວາມ ເຂົ້າ ໃຈ ວ່າ ເຮົາ ມາ ແຕ່ ປະ ເທດ ໃດ ແລະ ຜູ້ ຊົມ ທີ່ ເປັນ ຊາວ ຕ່າງ ປະ ເທ ດ ນັ້ນ   ເຂົາ ເຈົ້າ ກໍ່ ຈະເຂົ້າ ໃຈ ໄດ້ ວ່າ ລາຍ ການ ຂອງ ຕົນ ມີ ຄວາ ມ ໝາຍ ຄື ແນວ ໃດ . ຜູ້ ຊົມ ມີ ຄວາມ ເບີກ ບານ ສຳ ລານ ໃຈ ທີ່ ສຸດ ເມື່ອ ໄດ້ ຮັບ ຟັງ ບັນ ດາ ບົດ ເພງ ກ່ຽວ ກັບ ຫວຽດ ນາມ . ” ຢາກເວົ້າໃຫ້ທົ່ວໂລກຮັບຮູ້ວ່າ “ຂ້າພະເຈົ້າເປັນຊາວ ຫວຽດນາມ” ແລະ ເຮັດໃຫ້ຜູ້ຊົມທີ່ເປັນຊາວຕ່າງປະເທດ ມີຄວາມຮັບຮູ້ເຖິງວັດທະນະທຳ ຫວຽດນາມ, ແມ່ນຄວາມມານະພະຍາຍາມ, ຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ຫລາຍຄົນ  ທີ່ອາໄສຢູ່ຕ່າງປະເທດ. ທ່ານນາງປະລິນຍາເອກ ທ໊າຍກິມລານ ສອນຢູ່ ສ.ເຢຍລະມັນ ເມື່ອລາວຂຶ້ນຫ້ອງສອນຍາມໃດ ລາວກໍ່ນຸ່ງແຕ່ຊຸດເສື້ອຍາວ . ທ່ານນາງປະລິນຍາເອກ ທ໊າຍກິມລານ ແບ່ງປັນວ່າ: “ ໃນ ເວ ລາ ຂຶ້ນຫ້ອງ ສອນ ບາງເທື່ອອາດ ຈະ ແມ່ນ ຊ່ວງເວລາທີ່ ໄດ້ ຮັບ ຄວາມ ຮັກ ແພງ ທີ່ ສຸດຈາກນັກ ສຶກ ສາ ຂອງ ຂ້າ ພະ ເຈົ້າ ເມື່ອ ຂ້າ ພະ ເຈົ້າ ນຸ່ງ ຊຸດ ເສື້ອ ຍາວ , ຍ້ອນ ເຂົາ ເຈົ້າ ຖື ວ່າ ນັ້ນ ແມ່ນຄວາມ ເອກ ອ້າງ ທະ ນົງ ໃຈ ສຳ ລັບ ເຂົາ ເຈົ້າ ເມື່ອ ເຂົາ ເຈົ້າ ໄດ້ ຮຽນ ນຳ ຄູ ສອນ ທີ່ ເປັນ ຊາວ ຕ່າງ ປະ ເທດ ນຸ່ງ ຊຸດ ສຸ ພາບ ດ້ວຍ ສີ ສັນ ຂອງ ຊາດ ຕົນ . ຂ້າ ພະ ເຈົ້າ ເຫັນ ວ່າ ຖ້າ ຮັ ກ ສາ ໄດ້ ສີ ສັນ ຂອງ ຕົນ ຈະ ສ້າງ ຜົນ ສຳ ເລັດ ໃຫ້ ແກ່ ຕົນ ເອງ . ” ນັກອອກແບບ ມິງແຮ້ງ ໄດ້ນຳລວດລາຍແຜ່ນແພພື້ນເມືອງເຂົ້າໃນການອອກແບບຂອງຕົນ. ບັນດາການອອກແບບຂອງລາວ ໄດ້ນຳໄປສະແດງຢູ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ ກໍ່ຄືຫລາຍເວທີສະແດງແຟຊັນໃນໂລກ ແລະ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ບັນດານັກວັດທະນະທຳໃນໂລກ. ນັກອອກແບບ ມິງແຮ້ງ ໃຫ້ຮູ້ວ່າ: “ ຂ້າ ພະ ເຈົ້າ ບໍ່ ສາ ມາດ ນຳ ຜະລິດຕະພັນທີ່ມີສີສັນ ຂອງ 54 ຊົນ ເຜົ່າ ທັງ ໝົດ ມາສະແດງ ໄດ້ ແຕ່ ບັນ ດາ ຊົນ ເຜົ່າ ທີ່ ມີ ເອ ກະ ລັກ ສະ ເພາະ ທີ່ ສຸດ , ບັນດາຜະລິດຕະພັນທີ່ມີສີ ສັນ ທີ່ ເປັນ ເອ ກະ ລັກ ສະ ເພາະ , ເໝາະ ສົ ມ ກັບ ທ່າອ່ຽງແຟ ຊັນ ໃນ ປັດ ຈຸ ບັນ ທີ່ ສຸດ ຂ້າ ພະ ເຈົ້າ ຈຶ່ງ ນຳ ເຂົ້າ ໃນ ຊຸດ ສະ ແດງ ຂອງ ຕົນ . ”  ບັນດາການອອກແບບຂອງລາວ ໄດ້ນຳໄປສະແດງຢູ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ  ບັນດາລູກຫຼານຊາວ ຫວຽດນາມ ພວມດຸໝັ້ນຂະຫຍັນພຽນທັງເວັນ ແລະ ຄືນ ເພື່ອນຳຄຳທີ່ວ່າ “ຫວຽດນາມ” ທີ່ຮັກແພງ ແລະ ເອກອ້າງທະນົງໃຈອອກສູ່ໂລກ ດ້ວຍບັນດາການອຸທິດສ່ວນຂອງຕົນ. ເດີນຕາມບາດກ້າວຂອງເຂົາເຈົ້າ, ມູນເຊື້ອວັດທະນະທຳອັນດີງາມຂອງ ຫວຽດນາມ ພວມຍັບເຂົ້າໃກ້ກ່ວາກັບເພື່ອນມິດ ທົ່ວ 5 ທະວີບໃນໂລກ./.
TAG
VOV/VOVworld/ຊາວ ຫວຽດນາມ/ສີສັນຊາດ/ລາວ/ລູກຫຼານ​ຊາວ ຫວຽດ​ນາມ