VOV WorldVOV World
ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ
22/06/2019 04:28
(VOVWORLD) - ໃນ 10 ປີຜ່ານມາ, ຊ່ອງກະຈາຍສຽງ VOV ຈະລາຈອນຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທ່ານຜູ້ຟັງທັງຢູ່ໃກ້ ແລະ ໄກໃນທົ່ວປະເທດເປັນຈຳນວນຫລວງຫລາຍ ແລະ ກາຍເປັນລາຍການກະຈາຍສຽງທີ່ລື້ງເຄີຍສຳລັບທ່ານຜູ້ຟັງເມື່ອເປີດວິທະຍຸຟັງແຕ່ລະເທື່ອ.
ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ
 ຊ່ອງກະຈາຍສຽງ VOV ຈະລາຈອນ ບໍ່ພຽງແຕ່ນຳມາເຊິ່ງບັນດາຂໍ້ມູນຂ່າວສານຢ່າງແທດຈິງ ແລະ ມີຄຸນຄ່າໃຫ້ແກ່ທ່ານຜູ້ຟັງ, ແນໃສ່ປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ການເກີດອຸບັດຕິເຫດໃນການສັນຈອນໄປມາເທົ່ານັ້ນ ຫາກຍັງເປັນຂົວເຊື່ອມຕໍ່ຢ່າງແທດຈິງລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນກ່ຽວກັບບັນດາບັນຫາທີ່ຍັງກໍ່ຄວາມຮ້ອນເຮັ່ງໃນສັງຄົມ. ບົດຂຽນຂອງ ບຸຍຮັ່ງ, ນັກຂ່າວ VOV. “ຂ້າພະເຈົ້າໄດ້ຟັງຊ່ອງກະຈາຍສຽງ VOV ຈະລາຈອນໄດ້ 10 ປີແລ້ວ, ມີປະໂຫຍດດີຫລາຍຢ່າງໃຫ້ແກ່ຜູ້ຂັບລົດ. ຍ້ອນຟັງຊ່ອງກະຈາຍສຽງ VOV ຈະລາຈອນ, ຂ້າພະເຈົ້າຈຶ່ງຮູ້ ແລະ ຫຼີກລ້ຽງໄດ້ເສັ້ນທາງໃດຖືກລົດຕິດ, ເສັ້ນທາງໃດເກີດອຸບັດຕິເຫດ.” “ເວົ້າລວມແລ້ວ, ທຸກໆລາຍການ, ການສະໜອງຂໍ້ມູນຂ່າວສານກ່ຽວກັບບັນຫາ ການສັນຈອນໄປມາແຕ່ນະຄອນ ໂຮ່ຈີມິນ ເຖິງ ຮ່າໂນ້ຍ ໃຫ້ແກ່ຜູ້ຂັບຂີ່ລົດ ແລະ ທຸກຄົນລ້ວນແຕ່ຮັບຮູ້ຢ່າງທັນການ ເພື່ອເລືອກໄປເສັ້ນທາງທີ່ເໝາະສົມ. ທຸກລາຍການຂອງຊ່ອງກະຈາຍສຽງ VOV ຈະລາຈອນທີ່ອອກອາກາດນັ້ນ ລ້ວນແຕ່ມີຫັນສາ ແຕ່ຂ້າພະເຈົ້າມັກທີ່ສຸດແມ່ນບັນຫາກ່ຽວກັບຄວາມປອດໄພໃນການສັນຈອນໄປມາ, ກ່ຽວກັບເວລາຈຸດສູງ.”  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ຊ່ອງກະຈາຍສຽງ VOV ຈະລາຈອນ ດ້ວຍຄວາມຖີ່ອອກອາກາດທີ່ລື້ງເຄີຍແມ່ນ 91 Mhz, ໃນໄລຍະຜ່ານມາ, ຊ່ອງກະຈາຍສຽງ VOV ຈະລາຈອນ ໄດ້ລົງທຶນລະບົບກ້ອງວົງຈອນປິດທັນສະໄໝຢ່າງບໍ່ຢຸດຢັ້ງ, ເຄື່ອນໄຫວຕະຫລອດເວລາຢູ່ສູນເບີໂທລະສັບສາຍດ່ວນ ແລະ ຮັບເອົາຂໍ້ມູນຂ່າວສານຈາກທ່ານຜູ້ຟັງຢ່າງລຽນຕິດ, ພ້ອມກັບບັນດາຂໍ້ມູນຂ່າວສານໄດ້ສົ່ງໂດຍກົງຕະຫລອດວັນ ແລະ ຄືນໃນອາທິດກ່ຽວກັບສະພາບການ, ການຕິດຂັດໃນການສັນຈອນຢູ່ຕາມທາງເສັ້ນຕ່າງໆ, ເພື່ອຮັບປະກັນຂໍ້ມູນຂ່າວສານໃນການສັນຈອນໃຫ້ແກ່ທ່ານຜູ້ຟັງຢ່າງລຽນຕິດ, ວ່ອງໄວ, ຊັດເຈນ ແລະ ທັນການທີ່ສຸດ. ໃນນັ້ນ, ລາຍການ “ເວລາຈຸດສູງ” ຂອງ VOV ຈະລາຈອນໄດ້ອອກອາກາດໃນ 3 ຕອນແຕ່ລະວັນ ດ້ວຍບັນດາຂໍ້ມູນຂ່າວສານ ແລະ ການຊີ້ບອກກ່ຽວກັບການສັນຈອນ, ກົດຈະລາຈອນ, ທັກສະຄວາມປອດໄພເມື່ອຂັບຂີ່ລົດ ດ້ວຍເວລາອອກອາກາດໂດຍກົງກ່ວາ 30%, ຍາມໃດກໍ່ໄດ້ຮັບຄວາມສົນໃຈ, ການກະທົບຕອບຢ່າງສູງຈາກທ່ານຜູ້ຟັງ. ທ່ານ ຈາງກົງຕ໊ຽນ, ຜູ້ອຳນວຍການຊ່ອງກະຈາຍສຽງ VOV ຈະລາຈອນໃຫ້ຮູ້ວ່າ: “VOV ຈະລາຈອນ ຍັງນຳມາເຊິ່ງຄວາມໝາຍທາງສັງຄົມຢ່າງໃຫຍ່ຫລວງ. ນັ້ນແມ່ນດຶງດູດໄດ້ວົງຄະນະຍາດພ້ອມກັນຕັ້ງໜ້າເຂົ້າຮ່ວມແກ້ໄຂບັນດາບັນຫາເຄັ່ງຮ້ອນຂອງສັງຄົມ ພິເສດແມ່ນໃນການສັນຈອນ, ປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ເກີດອຸບັດຕິເຫດໃນການສັນຈອນຢູ່ບັນດານະຄອນໃຫຍ່ ໂດຍຜ່ານການສະໜອງ ແລະ ແບ່ງປັນຂໍ້ມູນຂ່າວສານກັບ VOV ຈະລາຈອນ. ບໍ່ພຽງແຕ່ຢຸດຢູ່ຂົງເຂດການສັນຈອນເທົ່ານັ້ນ, ຜ່ານບັນດາຂໍ້ມູນຂ່າວສານໄດ້ອັບເດັດເປັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນທາງດ້ານຊີວິດສັງຄົມ ດ້ວຍແຫຼ່ງຂໍ້ມູນຂ່າວຂອງທ່ານຜູ້ຟັງນັບຫລາຍລ້ານຄົນ ພ້ອມດ້ວຍການໜູນຊ່ວຍຂອງລະບົບກ້ອງວົງຈອນປິດ, VOV ຈະລາຈອນໄດ້ ແລະ ພວມປະກອບສ່ວນສຳຄັນ ຊ່ວຍຮັບປະກັນໃຫ້ສະພາບການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ບັນດາບໍລິເວນເຊິ່ງຄື້ນສາມາດປົກຄຸມໃຫ້ດີກ່ວາ.”  ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ
TAG
VOV/VOVworld/ຊ່ອງກະຈາຍສຽງ/VOV ຈະລາຈອນ/ເຄື່ອງໝາຍການຄ້າ/ວິ​ທະ​ຍຸ