VOV WorldVOV World
ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ
25/04/2020 02:00
(VOVWORLD) - ດົນຕີສາມາດເຂົ້າສູ່ດວງໃຈຂອງມະນຸດໄດ້ຢ່າງງ່າຍດາຍ ແລະ ມີກຳລັງແຜ່ຂະຫຍາຍຢ່າງໃຫຍ່ຫລວງ. ພ້ອມກັບບົດເພງ “Ghen Co Vy”, ບັນດາບົດເພງຄື “ຫວຽດນາມ ເອີຍ! ຕີໂຄວິດໃຫ້ປະລາໄຊ”, “ບາວລາຫຍືງຈ໊າຍຕິມຮົ່ງ”, “ເງືອຍແມະອ໊າວຈັ໊ງ”…ຂອງບັນດານັກປະພັນດົນຕີ ຫວຽດນາມ ພວມປະກອບສ່ວນເຊື່ອມຕໍ່ກຳລັງແຮງໃນຊຸມຊົນ ໃຫ້ຮ່ວມແຮງຮ່ວມໃຈເອົາຊະນະຕໍ່ໂລກລະບາດໂຄວິດ-19 ໃຫ້ໄດ້. ບົດຂຽນຂອງນັກຂ່າວ VOV.
ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ
 ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ບົດເພງ “Ghen Co Vy” ຂອງນັກປະພັນດົນຕີ ຄັກຮຶງ. ບໍ່ພຽງແຕ່ແມ່ນຜະລິດຕະພັນສິລະປະທີ່ໂຄສະນາໂດຍທົ່ວໄປເທົ່ານັ້ນ, ແຕ່ເພງ “Ghen Co Vy”  ແລະ ມີທ່າຟ້ອນລ້າງມືປະກອບ ໂດຍນັກຮ້ອງ ກວາງດັງ ປະດິດແຕ່ງ ໄດ້ແຜ່ຂະຫຍາຍອອກໄປທົ່ວໂລກ, ກາຍເປັນປະກົດການດ້ານດົນຕີຂອງໂລກໃນ “ຍາມເກີດໂລກລະບາດໂຄວິດ-19”. ບົດເພງໄດ້ປະພັນກ່ຽວກັບເນື້ອໃນຈິດໃຈອັນໜຸ່ມແໜ້ນ, ໄດ້ນຳເອົາສານທີ່ມີຄວາມປະເອີບໃຈຢ່າງຕັ້ງໜ້າມາໃຫ້ຍາມເກີດໂລກລະບາດ, ຮຽກຮ້ອງໃຫ້ທຸກຄົນ ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຮູ້, ປະຕິບັດຕາມຂໍ້ສະເໜີແນະຂອງກະຊວງສາທາລະນະສຸກ ເພື່ອປ້ອງກັນ, ຫຼີກລ້ຽງການຕິດແປດໂລກລະບາດ.         ພາຍຫລັງບົດເພງ Ghen Co Vy ໄດ້ສ້າງກຳລັງດູດດື່ມຢ່າງແຮງຕໍ່ສື່ມວນຊົນສາກົນ ແລະ ສື່ສັງຄົມອອນລາຍ. ບັນດານັກປະພັນດົນຕີ ຫວຽດນາມ ສືບຕໍ່ສະເໜີ, ແນະນຳບັນດາບົດເພງ, MV ເພື່ອສົ່ງສານຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນໂລກລະບາດ. “ຫວຽດນາມ ເອີຍ! ຕີໂຄວິດໃຫ້ປະລາໄຊ!” ແມ່ນໜຶ່ງໃນບັນດາຜະລິດຕະພັນດົນຕີທີ່ພົ້ນເດັ່ນ ໄດ້ດຶງດູດຄວາມສົນໃຈຈາກມະຫາຊົນ, ພິເສດແມ່ນໄວໜຸ່ມ. ນີ້ແມ່ນໂຄງການດົນຕີວົງຄະນະຍາດ ແນໃສ່ປຸກລຸກຄວາມເອກອ້າງທະນົງໃຈຂອງປະເທດຊາດ, ຈິດໃຈຄວາມສາມັກຄີ, ຄວາມເມດຕາປານີ, ແຜ່ຂະຫຍາຍນ້ຳໃຈຮັກແພງ ເພື່ອຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ. ບົດເພງດັ່ງກ່າວ ຍັງມຸ່ງໄປເຖິງການສັນລະເສີນຄວາມງາມທາງດ້ານຈິດໃຈຂອງມະນຸດໃນສະພາບການເກີດໂລກລະບາດ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄວາມມານະພະຍາຍາມ, ການເສຍສະຫຼະຂອງບັນດາກຳລັງແນວໜ້າຕ້ານໂລກລະບາດ. ໄປຄຽງຄູ່ກັນນັ້ນ, ບັນດາບົດເພງຄື “ຮ່ວມແຮງຮ່ວມໃຈປ້ອງກັນສະກັດກັ້ນໂຄໂຣນາ”, “ຈົ່ງແຍກຕົວ”…ກໍ່ໄດ້ປະກອບສ່ວນໂຄສະນາ, ຍົກສູງສະຕິການປ້ອງກັນ, ສະກັດກັ້ນໂລກລະບາດ. ນັກປະພັນດົນຕີ ເຈິ່ນຮຸ່ງ, ຜູ້ປະພັນບົດເພງ “ໄວຣັດໂຄໂຣນາຈົ່ງຫາຍໄປ” ແບ່ງປັນວ່າ:         “ ຂ້າ ພະ ເຈົ້າ ປະ ພັນ ບົ ດ ເພງ ຕາມຄວາມ ຮູ້ ສຶກ ຂອງ ຕົນ ກ່ຽວ ກັບ ສິ່ງ ທີ່ພວມ ເກີດ ຂຶ້ນ , ກ່ຽວ ກັບ ໂຄ ໂຣ ນາ . ຂ້າ ພະ ເຈົ້າ ປາດ ຖະ ໜາ ວ່າ ເຖິງວ່າ ໂຄວິດ -19 ຈະອັນ ຕະ ລາຍ ຮ້າຍ ແຮງ ເຖິງ ຂັ້ນ ໃດ ກໍ່ ຕາມ ພວກ ເຮົາ ຈົ່ງ ຍົກ ສູງ ສະ ຕິ ເພື່ອ ພ້ອມ ກັນ ເອົາ ຊະ ນະ ຕໍ່ ໂລກ ລະ ບາດ ດັ່ງ ກ່າວ . ”         ຈຸດລວມຂອງບັນດາຜະລິດຕະພັນດົນຕີດັ່ງກ່າວ ແມ່ນສານທາງສະຖານະການການເມືອງ, ຈັງຫວະອ່ອນຊ້ອຍ, ຈື່ງ່າຍ, ມຸ່ງໄປເຖິງເລື່ອງແຜ່ຂະຫຍາຍພະລັງຊີວິດທີ່ຕັ້ງໜ້າໃນວົງຄະນະຍາດຕໍ່ການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19. ນາງ ເລຫ໋າຍອ໊ຽນ ຢູ່ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:         “ ຂ້າ ພະ ເຈົ້າ ນິ ຍົມ ທີ່ ສຸດ ບັນ ດາ ບົດ ເພງ ເວົ້າ ກ່ຽວ ກັບ ການ ປ້ອງ ກັນ , ສະ ກັດ ກັ້ນ ໂລກ ລະ ບາດ ຄັ້ງ ນີ້ . ທຳ ນອງ ຈັງ ຫວະ ເບີກ ບານ ມ່ວນ ຊື່ນ , ຈື່ ງ່າຍ . ຊ້ຳ ບໍ່ ໜຳ , ນັບ ທັງ ຂໍ້ ສະ ເໜີແນະ ຂອງ ກະ ຊວງ ສາ ທາ ລະ ນະ ສຸກ ກໍ່ ໄດ້ ປະ ສົມ ປະ ສານ ເຂົ້າ ໄປໃນ ບົດ ເພງ ຟັງ ແລ້ວເປັນ ໜ້າ ຈັບ ໃຈ ທີ່ ສຸດ . ດົນ ຕີ ໄດ້ ເສີມ ຂະ ຫຍາຍ ບົດ ບາດ ຂອງ ຕົນ ໃນ ໄລ ຍະ ນີ້ ເປັນ ຢ່າງ ດີ ທີ່ ສຸດ ”  ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ         ໄປຄຽງຄູ່ກັບບັນດາບົດເພງທີ່ສົ່ງສານວ່າດ້ວຍການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີວິທະຍາສາດແລ້ວ, ມັນຍັງໄດ້ປຸກລະດົມກຳລັງໃຈວົງຄະນະຍາດຮ່ວມແຮງຮ່ວມໃຈຍູ້ໂຄວິດ-19 ໃຫ້ຖອຍໄປຕື່ມອີກ, ນັກປະພັນດົນຕີຫລາຍທ່ານ ກໍ່ໄດ້ສ່ອງແສງໃຫ້ເຫັນບັນດາແງ່ມູມສະເພາະກ່ຽວກັບແພດໝໍ, ພາລະກອນການແພດ ແລະ ບັນດາກຳລັງເຈົ້າໜ້າທີ່ ທີ່ເຮັດວຽກທັງເວັນ ແລະ ຄືນ ຢ່າງອົງອາດກ້າແກ່ນ, ມີຄວາມອົດທົນ, ສຸດຈິດສຸດໃຈ ສະກັດກັ້ນໂລກລະບາດ. ຖັດຈາກບົດເພງ “ຫງູໂມດຈູດດີແອງ”, ນັກຮ້ອງ ຫວຽດຕູ໊ ແລະ ນັກປະພັນດົນຕີ ໂຕວັນ ໄດ້ສົມທົບກັນເປີດຕົວ MV “ດອກໄມ້ບານໃນທ່າມກາງລະດູໂລກລະບາດ” ດ້ວຍສຽງຮ້ອງ, ຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເອົາໃຈໃສ່, ປຸກລະດົມກຳລັງໃຈ ບັນດາແພດໝໍ ທີ່ພວມປະຕິບັດໜ້າທີ່ - ຮັກສາ ແລະ ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນຢ່າງເລິກເຊິ່ງ. ນັກປະພັນດົນຕີ ເລຊວັນບັກ ພ້ອມກັບນັກຮ້ອງຍິງ ຮ່ວຽນຈາງ ຫາກໍ່ເປີດຕົວ MV (ເຫງື່ອຍແມະອ໊າວຈັ໊ງ) ດ້ວຍເນື້ອໃນທີ່ເຕັມໄປດ້ວຍຄວາມສະເທືອນໃຈກ່ຽວກັບແພດໝໍ…ນັກສີລະປິນປະຊາຊົນ ຟ້າມງອັກຄອຍ, ຮອງປະທານສະມາຄົມນັກປະພັນດົນຕີ ຫວຽດນາມ ຖືວ່າ: ນັກສີລະປິນແຕ່ລະຄົນ ຈະມີວິທີປະກອບສ່ວນສະເພາະຂອງຕົນເຂົ້າໃນຄວາມມານະພະຍາຍາມລວມຂອງວົງຄະນະຍາດ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບສ່ວນໃດສ່ວນໜຶ່ງຂອງນັກສີລະປິນທີ່ມີຕໍ່ບັນດາບັນຫາຂອງສັງຄົມ. ທ່ານກ່າວວ່າ:         “ ຂ້າ ພະ ເຈົ້າ ຕີ ລາ ຄາ ສູງ ຕໍ່ບັນ ດາ ການ ກະ ທຳ ຕ່າງໆ , ບາງ ຄົນ ແມ່ນ ປະ ກອບ ສ່ວນ ທາງ ດ້ານຈິດ ໃຈ , ບາງ ຄົນ ແມ່ນປະ ກອບ ສ່ວນ ດ້ານກຳ ລັງ ເຫື່ອ ແຮງ . ບັນ ດາ ຜະ ລິດ ຕະ ພັນ ດົນ ຕີ ໃໝ່ ນີ້ ໄດ້ ຢັ້ງ ຢືນ ຄວາມ ມີໄຫ ວ ພິບຂອງ ນັກ ປະ ພັນ ກໍ່ ຄື ຄວາມ ສຸດ ຈິດ ສຸດ ໃຈ , ຄວາມ ເກັ່ງ ກ້າ ສາ ມາດ . ສິ່ງ ໃດ ທີ່ປະ ຊາ ຊົນ ຕ້ອງ ການ , ພັກ , ລັດ ຮຽກ ຮ້ອງນັ້ນ ບັນ ດາ ນັກ ສີ ລະ ປິນ ກໍ່ ສະ ໜິດ ຕິດ ພັນ ຮ່ວມ ເດີນ ທາງ . ”         ບັນດາບົດເພງໃໝ່, ບົດເພງທີ່ໄດ້ແຕ່ງເນື້ອຮ້ອງໃໝ່ຕື່ມອີກ ຫຼື ບັນດາບົດເພງເຍີ້ຍ ທີ່ມີຄວາມເບີກບານມ່ວນຊື່ນ ລ້ວນແຕ່ມີສານຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດ ໃນການຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ບົດເພງເຫຼົ່ານັ້ນ ພວມໄດ້ຮັບຄວາມນິຍົມຮັບຟັງທີ່ສຸດຈາກມະຫາຊົນ ແລະ ນັບມື້ນັບແຜ່ຂະຫຍາຍອອກສູ່ວົງຄະນະຍາດຢ່າງກ້ວາງຂວາງ.
TAG
VOV/VOVworld/ສຽງເພງ/ໂລກລະບາດ/ໂຄວິດ-19