ຊຸດ KIT BK – LAMP – nCoV ຊ່ວຍກວດຫາເຊື້ອໄວຣັດປະເພດຕ່າງໆ
15/11/2020 04:00
(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນໃນການຄວບຄຸມໂລກລະບາດໂຄວິດ - 19. ໃນຜົນສຳເລັດດັ່ງກ່າວ ມີການປະກອບສ່ວນຂອງບັນດານັກວິທະຍາສາດທີ່ປະດິດຊຸດ KIT ຊ່ວຍກວດພະຍາດໂຄວິດ - 19 ໄດ້ຢ່າງວ່ອງໄວ. ໜຶ່ງໃນບັນດານັກວິທະຍາສາດດັ່ງກ່າວ ແມ່ນ ທ່ານ ປອ. ເລກວາງຮວ່າ, ທ່ານນາງ ປອ.ຫງວຽນເລທູຮ່າ ແລະ ບັນດາຜູ້ຮ່ວມງານຢູ່ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ປັດຈຸບັນ, ເຂົາເຈົ້າພວມສືບຕໍ່ປະດິດຊຸດ KIT ກວດຫາເຊື້ອໄວຣັດໃນສັດລ້ຽງ, ສັດປີກ ແລະ ພວມສືບຕໍ່ຊອກຫາສົ້ນອອກທີ່ມີປະສິດທິຜົນໃຫ້ແກ່ຜະລິດຕະພັນດັ່ງກ່າວ.

ນັກວິທະຍາສາດ ທ່ານປອ. ເລກວາງຮວ່າ (ຜູ້ຢືນເບື້ອງຊາຍ) (ພາບ: sggp.org.vn)
TAG
VOV/VOVworld/ຊຸດ KIT BK – LAMP – nCoV/ນັກວິທະຍາສາດ/ເຕັກໂນໂລຢີ LEN/ປະດິດ
Related








