(VOVWORLD) - ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1.586 ທ່ານ, ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ 5,6 ລ້ານຄົນຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມກໍໄດ້ມີການເຂົ້າຮ່ວມຂອງບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປະກອນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ຜູ້ຕາງໜ້າຄົນລຸ້ນໜຸ່ມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ.