(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ ຢັ້ງຢືນວ່າ ອາຊຽນ ແລະ ຈີນສືບຕໍ່ຍົກສູງລັດທິຫຼາຍຝ່າຍ, ການຮ່ວມມືຢ່າງສະເໝີພາບ, ມີຄວາມເຄົາລົບເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.