(VOVWORLD) -ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.