(VOVWORLD) -ເພື່ອປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ປະຕິບັດຕາມຄຳສັ່ງສອນຂອງ ປະທານໂຮ່ຈີມິນ, ພະນັກງານ, ນັກຮົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຜ່ານຜ່າຄວາມລຳບາກຍາກເຂັນນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອເຫື່ອແຮງ ໃນທີ່ສຸດກໍປະຕິບັດສຳເລັດໜ້າທີ່ເຊິ່ງ ພັກ, ລັດ, ປະຊາຊົນມອບໝາຍໃຫ້ ແລະ ຕໍ່ສູ້ໄດ້ຮັບໄຊຊະນະໃນຫຼາຍສະໜາມຮົບຂອງ ລາວ. ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ມາຮຸກຮານ, ຖັນແຖວທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວບັນດາເຜົ່າຍາດໄດ້ໄຊຊະນະຢ່າງສິ້ນເຊິງ. ໃນເສັ້ນທາງປະຫວັດສາດທີ່ສະຫງ່າອົງອາດນັ້ນ ແມ່ນເຕັມໄປດ້ວຍຮ່ອງຮອຍຂອງຄວາມຕັດສິນໃຈ, ກາ