48 ມື້ແລ້ວ ທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ປັດຈຸບັນ, ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 1140 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ1046 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ຕາມບົດລາຍງານຢູ່ກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານໃນວັນທີ 19 ຕຸລາ, ທ່ານ ຫງວຽນແທັງລອງຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມສາມາດ ຄວບຄຸມບ່ອນເກີດລະບາດໄດ້ໂດຍພື້ນຖານ. ເຖິງຢ່າງໃດກໍຕາມ, ຄວາມສ່ຽງເກີດໂລກລະບາດ Covid – 19 ຍາມໃດກໍ່ຍັງມີຢູ່, ພິເສດແມ່ນເມື່ອເພີ່ມເຕີມຈຳນວນຖ້ຽວບິນຈັດສົ່ງພົນລະເມືອງຫວຽດນາມ ແລະ ນັກຊ່ຽວຊານກັບມາປະເທດ (ໃນນັ້ນມີບັນດາຖ້ຽວບິນການຄ້າ, ສາກົນ).