ວັນທີ 14 ພຶດສະພາ, ຜູ້ຕາງໜ້າຂອງ ລີບັງ ແລະ ອິດສະຣາແອັນ ໄດ້ດຳເນີນຮອບເຈລະຈາໃໝ່ຢູ່ ວໍຊິງຕັນ-ອາເມລິກາ ກ່ອນຈຸດເວລາຄຳສັ່ງຢຸດຍິງໃນປະຈຸບັນລະຫວ່າງສອງຝ່າຍຄາດວ່າຈະໝົດຜົນບັງຄັບໃຊ້ຈົນຮອດວັນທີ 17 ພຶດສະພາ. ເນື້ອໃນການປຶກສາຫາລືຄັ້ງນີ້ ໄດ້ສຸມໃສ່ການຮັກສາຄຳສັ່ງຢຸດຍິງ ແລະ ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ລີບັງ-ອິດສະຣາແອັນ. ນີ້ແມ່ນຮອບເຈລະຈາທີ 3 ລະຫວ່າງສອງຝ່າຍ ໂດຍພາຍໃຕ້ການເປັນກາງໄກ່ເກ່ຍຂອງ ອາເມລິກາ.
ວົງການເຈົ້າໜ້າທີ່ ລີບັງ ໃຫ້ຮູ້ວ່າ: ປະເທດນີ້ຈະຊຸກຍູ້ການປັບປຸງຄຳສັ່ງຢຸດຍິງ ໃນການເຈລະຈາຄັ້ງຕ່າງໆຢູ່ ວໍຊິງຕັນ ເພື່ອແນໃສ່ຢຸດຕິຄວາມບາດເຈັບລົ້ມຕາຍ ແລະ ການທຳລາຍພື້ນຖານໂຄງລ່າງຢູ່ ລີບັງ ຍ້ອນການປະທະກັນກໍ່ຂຶ້ນ. ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ: ວໍຊິງຕັນ ເນັ້ນໜັກເຖິງຄຳຮຽກຮ້ອງເປີດກ້ວາງສິດຄວບຄຸມຂອງລັດ ລີບັງ ໃນທົ່ວຜືນແຜ່ນດິນ ແລະ ຊຸກຍູ້ວິວັດການປົດອາວຸດກຳລັງ ເຮັກໂບລາ ຢູ່ ລີບັງ.
ສ່ວນຝ່າຍ ເຮັກໂບລາ ກໍ່ເດັດດ່ຽວປະຕິເສດເລື່ອງນຳບັນຫາປົດອາວຸດເຂົ້າການເຈລະຈາໃນປະຈຸບັນລະຫວ່າງ ລີບັງ ແລະ ອິດສະຣາແອັນ. ທ່ານ Naim Qassem, ຫົວໜ້າຂະບວນການນີ້ຖະແຫຼງວ່າ ບັນຫາອາວຸດຂອງກຳລັງນີ້ ແມ່ນ “ບັນຫາພາຍໃນຂອງ ລີບັງ” ແລະ ບໍ່ນອນໃນເນື້ອໃນເຈລະຈາກັບ ອິດສະຣາແອັນ.




