ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ສີຈີ້ນຜິງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ ມີຄວາມໝາຍປະຫວັດສາດ, ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນກ່ຽວກັບການຮັກສາຄວາມໝັ້ນທ່ຽງຂອງການພົວພັນສອງຝ່າຍ, ໃນນັ້ນ ມີເສດຖະກິດ - ການຄ້າ, ເປີດກວ້າງການຮ່ວມມືຢ່າງແທ້ຈິງໃນຫຼາຍຂົງເຂດ, ພ້ອມທັງແກ້ໄຂບັນດາຄວາມສົນໃຈຂອງແຕ່ລະຝ່າຍຢ່າງສົມເຫດສົມຜົນ. ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງ “ການພົວພັນໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ” ຄືເປັນກຳນົດທິດໃໝ່ໃຫ້ການພົວພັນ ຈີນ - ອາເມລິກາ, ຊຸກຍູ້ການພັດທະນາຄວາມສະຖຽນລະພາບ, ປອດໃສ ແລະ ຍືນຍົງຂອງການພົວພັນສອງຝ່າຍ, ນຳມາເຊິ່ງສັນຕິພາບ, ຄວາມວັດທະນາຖາວອນ ແລະ ກ້າວໜ້າກວ່າໃຫ້ແກ່ໂລກ.





