ງານວາງສະແດງ “ສີສັນວັດທະນະທຳ”: ມໍລະດົກໃນໃຈກາງ ຮ່າໂນ້ຍ
15/05/2026 10:59
[VOVWORLD] - ງານວາງສະແດງ “ສີສັນວັດທະນະທຳ”, ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ພວມກາຍເປັນຈຸດນັດພົບດ້ານວັດທະນະທຳທີ່ບໍ່ອາດພາດໄດ້ສຳລັບຜູ້ມັກຮັກປະຫວັດສາດ ແລະ ແຂກທ່ອງທ່ຽວ. ງານວາງສະແດງໂດຍຫໍພິພິຕະພັນວິຈິດສິນ ຫວຽດນາມ ແລະ ຫໍພິພິຕະພັນ ກິນຮວາ ຈັດຂຶ້ນ, ນຳມາເຊິ່ງມູມມອງພາບລວມທີ່ຫາກຍາກກ່ຽວກັບປະຫວັດສາດຂອງ ຫວຽດນາມ ໂດຍຜ່ານກວ່າ 130.000 ວັດຖຸພັນທີ່ຍັງໄດ້ຮັກສາໄວ້ເໝືອນເດີມ.
ເຫດການໄດ້ດຶງດູດຄວາມສົນໃຈຂອງວົງການນັກຄົ້ນຄວ້າສາກົນ ກໍຄືແຂກທ່ອງທ່ຽວຢູ່ ຮ່າໂນ້ຍ. ຜ່ານວັດຖຸພັນແຕ່ລະຢ່າງນັ້ນ, ບັນດາເລື່ອງລາວກ່ຽວກັບພື້ນຖານວັດທະນະທຳ ອາຊີຕາເວັນອອກ ທີ່ມີມາແຕ່ດົນນານ ແລະ ສີສັນໄດ້ສົ່ງສານຢ່າງແທດຈິງ ແລະ ມີຊີວິດຊີວາ.
ແຂກທ່ອງທ່ຽວສາກົນມາຢ້ຽມຢາມ, ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ ຫວຽດນາມ ຜ່ານວັດຖຸພັນທີ່ຫາຍາກຕ່າງໆ.
ຜ່ານ 3 ເຂດວາງສະແດງຫົວເລື່ອງສະເພາະ, ງານວາງສະແດງໄດ້ແນະນຳຜູ້ຊົມກ່ຽວກັບຕອນເລີ່ມຕົ້ນຂອງພື້ນຖານຄວາມຈະເລີນຮຸ່ງເຮືອງດ້ານກະສິກຳເຂົ້ານ້ຳ ດົງເຊີນ, ກ້າວເຂົ້າສູ່ສະໄໝສັກດີນາ ດ້າຍຫວຽດ…
ພິເສດ, ໃນ 130 ວັດຖຸພັນທີ່ວາງສະແດງນັ້ນ, ໄດ້ມີບັນດາວັດຖຸພັນລະດັບຊາດເຊິ່ງລັດຖະບານ ຫວຽດນາມ ຫາກໍ່ຮັບຮອງເອົາໃນປີ 2025.
ຊຸດເສື້ອເກາະເຮັດດ້ວຍທອງ ໄດ້ເຮັດໃນປະມານ 1 ສະຕະວັດ ກ່ອນ ຄ.ສ - 1 ສະຕະວັດ ຫຼັງ ຄ.ສ.
ບ່ວງຈອງເຮັດດ້ວຍທອງ ໄດ້ແກະສະຫຼັກລວດລາຍຢ່າງປະດິດປະດອຍ.
ຈຸດພົ້ນເດັ່ນຂອງງານວາງສະແດງແມ່ນເປັນຄັ້ງທຳອິດທີ່ຮູບປັ້ນເຈົ້າຊີວິດ ລີແທັງຕົງ (ສະຕະວັດທີ 11) ໄດ້ນຳມາວາງສະແດງ.
ຕາມຄະນະຈັດຕັ້ງ, ງານວາງສະແດງ “ສີສັນວັດທະນະທຳ” ບໍ່ພຽງແຕ່ແມ່ນການວາງສະແດງດ້ານວິຈິດສິນເທົ່ານັ້ນ, ຫາກງານວາງສະແດງຍັງມຸ່ງໄປເຖິງການສົ່ງສານກ່ຽວກັບຈິດໃຈເຊິ່ງບັນພະບຸລຸດປະໄວ້ໃຫ້, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ ແລະ ສະຕິປົກປັກຮັກສາມໍລະດົກອີກດ້ວຍ.
ກໍ່ແມ່ນບາດກ້າວສຳຄັນ, ສ້າງປະຖົມປັດໄຈເພື່ອໃຫ້ ຫວຽດນາມ ມຸ່ງໄປເຖິງການສ້າງຫໍພິພິຕະພັນທັນສະໄໝມີຂອບຂະໜາດໃຫຍ່, ເພື່ອອະນຸລັກຮັກສາຢ່າງມີປະສິດທິຜົນ ແລະ ໂຄສະນາມໍລະດົກວັດທະນະທຳ ຫວຽດນາມ ອອກສູ່ໂລກ.
Tag: