ວັນທີ 14 ພຶດສະພາ, ຊ່ອງແຄບທະເລ Hormuz ໄດ້ຮັບຮູ້ການເຄື່ອນໄຫວຂົນສົ່ງທາງທະເລຕື່ມອີກ ພາຍຫຼັງເວລາຖືກຈຳກັດ ຍ້ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ແລະ ບັນດາມາດຕະການຄວບຄຸມການເດີນທະເລທີ່ກ່ຽວຂ້ອງ. ຕາມກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC), ເຕເຮຣານ ໄດ້ອະນຸຍາດໃຫ້ກຳປັ່ນກ່ວາ 30 ລຳໄປຜ່ານ ຊ່ອງແຄບທະເລ Hormuz ນັບແຕ່ວັນທີ 13 ພຶດສະພາຕາມເວລາທ້ອງຖິ່ນ.
ເຖິງວ່າການເຄື່ອນໄຫວການເດີນທະເລຜ່ານຊ່ອງແຄບທະເລ Hormuz ມີສັນຍານໄດ້ຮັບການເຊື່ອມຕໍ່ຄືນໃໝ່ກໍ່ຕາມ ແຕ່ສະພາບຄວາມສະຫງົບປອດໄພຢູ່ພາກພື້ນຍັງຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ຕາມບັນດາແຫຼ່ງຕິດຕາມການເດີນທະເລສາກົນ, ຈຳນວນກຳປັ່ນໄປຜ່ານ ຊ່ອງແຄບທະເລ Hormuz ໄດ້ຫລຸດລົງຫຼາຍໃນໄລຍະມໍ່ໆມານີ້. ຕາມຂໍ້ມູນຂອງ Lloyd’s List - ສື່ສິ່ງພິມຂໍ້ມູນສະເພາະກ່ຽວກັບການຂົນສົ່ງທາງທະເລຂອງ ອັງກິດ, ກ່ອນວັນທີ 3 ພຶດສະພາ, ຈຳນວນກຳປັ່ນໄປຜ່ານຊ່ອງແຄບທະເລ Hormuz ແມ່ນປະມານ 40 ຖ້ຽວ/ອາທິດ ແຕ່ຮອດວັນທີ 10 ພຶດສະພາແມ່ນຫລຸດລົງຍັງເຫຼືອພຽງ 18 ຖ້ຽວ/ອາທິດ. ກ່ອນເກີດການປະທະກັນຢູ່ຕາເວັນອອກກາງ, ສະເລ່ຍແຕ່ລະມື້ມີກຳປັ່ນປະມານ 135 ຖ້ຽວໄດ້ໄປຜ່ານເຂດນີ້.




