ສວັນ​ທີ 14 ພຶດ​ສະ​ພາ, ສະ​ພາ​ແຫ່​ງ​ຊາດ ອີ​ຣັກ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ລັດ​ຖະ​ບານ​ຂອງ​ທ່ານ Ali al-Zaidi, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ຊື່ງ​ໄດ້​ຢຸດ​ຕິ​ສະ​ພາບ​ການ​ດ້ານ​ການ​ເມືອງ​ທີ່ບໍ່​ມີ​ທາງ​ອອກ​ ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ພະ​ຈິກ​ປີ 2025 ທີ່​ຜ່ານມ​າ

ກ່າວ​ຄຳ​ເຫັນ​ພາ​ຍ​ຫລັງ​ການ​ປ່ອນ​ບັດ, ທ່ານ Nizar Amidi ປ​ພ​ທາ​ນາ​ທິ​ບໍ​ດີ ອີ​ຣັກ ໄດ້​ຕີ​ລາ​ຄາ​ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ລັດ​ຖະ​ບານ​ແມ່ນ “ຂີດ​ໝາຍ​ແຫ່ງ​ຊາດ​ທີ່​ສຳ​ຄັນ” ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ທ່ານ Amidi ຫວັງ​ວ່າ ລັດ​ຖະ​ບານ​ຊຸດ​ໃຫ່​ມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Zaidi ຈະ​ໄດ້​ສ້າງ​ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕອບ​ສະ​ໜອງ​ຄວາມ​ມຸ່ງ​ຫວັງ​ຂອງ ປ​ຊ​ຊ.

ຕາມ​ຂໍ້​ກຳ​ນົດ​ຂອງ ອີ​ຣັກ, ລັດ​ຖະ​ບານ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ເມື່ອ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ກາຍ​ເຄິ່ງ​ໜຶ່ງ​ຈຳ​ນວນ​ກະ​ຊວງ​ໃນ​ລັດ​ຖະ​ບານ. ຄາດ​ວ່າ, ລັດ​ຖະ​ບານ​ຂອງ​ທ່ານ Zaidi ຈະ​ມີລັດ​ຖະ​ມົນ​ຕີ 23 ທ່ານ​ແຕ່​ບັນ​ຊີ​ລາຍ​ຊື່​ຍັງ​ບໍ່​ທັນ​ໄດ້​ສ້າງ​ສຳ​ເລັດ​ເທື່ອ ຍ້ອນ​ບັນ​ດາ​ພັກ​ຝ່າຍ​ຕົ້ນ​ຕໍ ຍັງ​ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ທີ່​ຕັ້ງ​ຕຳ​ແໜ່ງ​ຈຳ​ນວນ​ໜຶ່ງ.