ໄລ່ຮອດທ້າຍເດືອນມີຖຸນາ ມີກວ່າ 1.700 ໂຄງການໄດ້ຮັບຫນັງສືອະນຸຍາດລົງທຶນໃຫມ່, ດ້ວຍຈຳນວນທຶນຈົດທະບຽນບັນລຸກວ່າ 7,4 ຕຶ້ USD. ຂະແຫນງອຸດສາຫະກຳ ແລະ ປຸງແຕ່ງ, ປະດິດສ້າງຍັງຄົງແມ່ນຂົງເຂດດຶງດູດ FDI ຫລາຍສຸດ ດ້ວຍທຶນກວມເອົາກວ່າ 73% ຍອດທຶນຈົດທະບຽນໃຫມ່, ແມ່ນກຳລັງຫນູນຂອງການເຕີບໂຕເສດຖະກິດຫວຽດນາມ. ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມ ບັນລຸເກືອບ 8,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 7,5%.
ຕາມບົດລາຍງານຂອງ VEPR ແລ້ວ, ຂົງເຂດ ບໍລິການ ບັນລຸການເຕີບໂຕຢູ່ໃນລະດັບ 6,69 %, ການຂາຍຍົກ, ຂາຍຍ່ອຍ ບັນລຸ 8,09%, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງຂະແຫນງເສດຖະກິດຫວຽດນາມ. ວົງເງິນສົ່ງອອກໃນໄຕມາດ 2 ບັນລຸເກືອບ 123 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.








